ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ຊັງມາຣິໂນ

20190118

ສປປ ລາວ-ສາທາລະນະລັດ ຊັງມາຣີໂນ ໄດ້ລົງນາມຖະແຫຼງການຮ່ວມວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທະລະນະລັດ ຊັງມາຣີໂນ ໃນວັນທີ 28 ກັນຍາ 2018 ທີ່ ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນິວຢອກ, ສະຫະລັດອາເມລິກາ.

ການລົງນາມຖະແຫຼງການຮ່ວມຄັ້ງນີ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຕາງໜ້າໃຫ້ລັດຖະບານສາທາລະນະລັດ    ຊັງມາຣີໂນ ແມ່ນ ທ່ານ ນິໂກລາ ເຣັນຊີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການເມືອງ ແຫ່ງ ສາທາລະນະລັດ ຊັງມາຣີໂນ; ການລົງນາມສ້າງຕັ້ງສາຍພົວພັນການທູດໃນຄັ້ງນີ້, ເປັນບາດລ້ຽວສໍາຄັນທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ຊັງມາຣີໂນ ໃນອະນາຄົດ. ພາຍຫຼັງສຳເລັດຂັ້ນຕອນພາຍໃນທາງດ້ານກົດໝາຍຂອງທັງສອງປະເທດແລ້ວ ຈຶ່ງໄດ້ຕົກລົງເຫັນດີ ຖືເອົາວັນທີ 17 ທັນວາ 2018 ເປັນວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຊັງມາຣີໂນ. ສາທາລະນະລັດ ຊັງມາຣີໂນ ເປັນປະເທດທີ 141 ທີ່ ສປປ ລາວ ມີສາຍພົວພັນການທູດ ຈາກຈຳນວນປະເທດສະມາຊິກອົງການສະຫະປະຊາຊາດທັງໝົດ 193 ປະເທດ ໃນທົ່ວໂລກ.

          ປະເທດຊັງມາຣີໂນ ເຂົ້າເປັນສະມາຊິກຂອງອົງການ ສປຊ ໃນວັນທີ 02 ມີນາ 1992 ແລະ ເປັນປະເທດນ້ອຍອັນດັບທີສາມ ໃນທະວີບເອີຣົບ, ບໍ່ມີຊາຍແດນຕິດກັບທະເລ ໂດຍອ້ອມຮອບດ້ວຍປະເທດອີຕາລີ, ມີເນື້ອທີ່ທັງໝົດ 61,2 ກິໂລຕາແມັດ ມີປະຊາກອນ 33,779ຄົນ, ໃນນັ້ນ 97 % ນັບຖືສາສະໜາກາໂຕລິກ, ພາສາທາງການພາສາອີຕາລີ, ນະຄອນຫຼວງ ຊັງມາຣີໂນ, ໄດ້ຮັບເອກະລາດຈາກ ຈັກກະພັດໂຣມັນ ໃນວັນທີ 03 ກັນຍາ ຄສ 301, ບໍ່ໄດ້ເປັນສະມາຊິກສະຫະພາບເອີຣົບ ແຕ່ນຳໃຊ້ສະກຸນເງິນເອີໂຣ. ອົງການຫຼັກຂອງປະເທດປະກອບດ້ວຍ ອົງການນິຕິບັນຍັດ, ອົງການບໍລິຫານ ແລະ ອົງການຕຸລາການ. ລະບອບການເມືອງປະກອບດ້ວຍ 02 ພັກໃຫຍ່ຄື : ພັກຊາມມາຣີນີສ໌ ຄຣິດສ໌ຕຽນ ປະຊາທິປະໄຕ (Sammarinese Christian Democratic Party) ແລະ ພັກ ປະຊາທິປະໄຕສັງຄົມນິຍົມ (Party of Socialists and Democrats). ປະເທດຊັງມາຣີໂນ ເປັນປະເທດທີ່ມີເສດຖະກິດໃນລະດັບທີ່ໝັ້ນທ່ຽງ, ລາຍໄດ້ສະເລ່ຍ 59,900  ໂດລສະຫະລັດ ຕໍ່ຄົນ (2017), ມີອັດຕາການວ່າງານຕໍ່າທີ່ສຸດໃນເອີຣົບ, ບໍ່ມີໜີ້ສິນ ແລະ ຂະແໜງເສດຖະກິດທີ່ສຳຄັນແມ່ນ ການບໍລິຫານດ້ານການເງິນ ແລະ ທະນາຄານ, ອຸດສະຫະກຳ ແລະ ທ່ອງທ່ຽວ, ມີສາຍພົວພັນການທູດກັບ 95 ປະເທດ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484646
ມື້ນີ້162
ມື້ວານ188
ອາທິດນີ້1084
ເດືອນນີ້3951