ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໃນຂົງເຂດເສດຖະກິດ-ການຕ່າງປະເທດ

20190117PM20190117PM2ໂດຍປະຕິບັດຕາມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ເລກທີ 13/ຄລສພ, ລົງວັນທີ 17 ທັນວາ 2018.
    ກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໄດ້ຈັດຂຶ້ນທີ່ສູນຮ່ວມມືສາກົນ ແລະການຝຶກອົບຮົມ (ICTC) ​ເປັນເວລາ 2 ວັນ, ແຕ່​ວັນ​ທີ 17-18 ມັງກອນ 2019 ພາຍ​ໃຕ້​ການ​ເປັນ​ປະທານ​ ຂອງ ສະຫາຍ​ ທອງ​ລຸນ ສີ​ສຸ​ລິດ, ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ.
    ​ຜູ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ພະນັກງານການນຳ ແລະ ຄະນະບໍລິຫານງານພັກ ແລະ ຂັ້ນຫົວໜ້າກົມມາ​ຈາກບັນດາກະຊວງ, ອົງການໃນ​ຂົງ​ເຂດ​ເສດຖະກິດ-​ການ​ຕ່າງ​ປະ​ເທດ ຈໍານວນ ລວມທັງ​ໝົດ 230 ສະຫາຍ.
    ກອງ​ປະຊຸມ​ໄດ້​ເຊື່ອມ​ຊຶມ ​2 ເອກະສານ​ສໍາຄັນ ​ຄື: ໜຶ່ງ, ມະຕິກ່ຽວກັບການ​ເພີ່ມ​ທະວີ​ການ​ນໍາພາແກ້​ໄຂ​ຄວາມ​ຫຍຸ້ງຍາກທາງ​ດ້ານ​ເສດຖະກິດ-​ການ​ເງິນ ​ແລະ ​ສ້າງ​ຄວາມ​ເຂັ້ມ​ແຂງ ຂອງ​ການ​ຄຸ້ມ​ຄອງ​ມະຫາ​ພາກ ​ແນ​ໃສ່​ເຊື່ອມ​ຊຶມ ​ແລະ​ເປັນ​ເອກະ​ພາບ​ໃນ​ລະດັບ​ສູງ ກັບ​ທິດ​ທາງ, ວິທີ​ການ ​ແລະ​ມາດ​ຕະການ​ທີ່​ສູນ​ກາງ​ວາງ​ອອກ; ສ້າງ​ຄວາມ​ຕັດສິນ​ໃຈ​ເດັດດ່ຽວ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-​ກາ​ນ​ເງິນ ​ໃນ​ຕໍ່ໜ້າ, ພ້ອມ​ທັງຄົ້ນຄວ້າ​ກໍາ​ນົດບັນດາ​ມາດ​ຕະການ​ ໃຫ້​​ເເທດ​ກັບ​ຕົວ​ຈິງ ​ແລະ​ມີ​ປະສິດ​ທິຜົນ​ສູງ ​ເພື່ອ​ແກ້​ໄຂ​ສະພາບ​ການ​ດັ່ງກ່າວ ສ້າງ​ຂະ​ບວນການຈັດຕັ້ງປະຕິບັດ​ຢ່າງ​​ແຂງ​ແຮງ, ທົ່ວ​ເຖິງ​ ກໍ່​ໃຫ້​ເກີດ​ການ​ຫັນປ່ຽນ​ຕົວ​ຈິງ ທີ່​ມີ​ລັກ​ສະ​ນະ​ບຸກທະ​ລຸ ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ ເພື່ອ​ຍູ້​ແຮງ​ດ້ານ​ການ​ພັດທະນາ ​ໃນ​ດ້ານ​ຕ່າງ​ໆ ​ໃຫ້​ບັນລຸ​ຄາດໝາຍ ທີ່ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ​ ວາງ​ອອກ; ແລະ ​ເອກະສານ​ສະບັບ​ທີ ສອງ ​ແມ່ນ​ມະຕິ​ວ່າ​ດ້ວຍ​ການ​ປັບປຸງ​ຮາກ​ຖານການ​ເມືອງ ຂອງ​ລະບອບ​ປະຊາທິປະ​ໄຕ ປະຊາຊົນ​ໃຫ້​ເຂັ້ມ​ແຂງ ​ແລະ​ໜັກ​ແໜ້ນ.
    ກອງ​ປະຊຸ​ມ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງ ​ແລະ​ປະກອບ​ຄໍາ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ເຂົ້າ​ໃສ່​ບັນ​ຫາ​ທີ່​ສໍາ​ຄັນ​ ໃນ​ຂົງ​ເຂດ​ເສດຖະກິດ-​ການ​ເງິ​ນ ກໍ​ຄື​ການ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ ​ຂອງ​ລະບອບ​ປະຊາທິປະ​ໄຕ ປະຊາຊົນ ທີ່​ຕິດ​ພັນ​ກັບ​ພຶດຕິ​ກໍາ​ຕົວ​ຈິງ ຂອງ​ຂະ​ແໜ​ງການຕົນ.
    ຈາກ​ນັ້ນ, ​ໄດ້​​ມີການປະກອບ​ຄໍາຄິດຄຳ​ເຫັນ​ ແລະ ຂໍ້ສະ​ເໜີ​ແນະ​ຕ່າງໆກ່ຽວ​ກັບ​ການ​ປັບປຸງ​ພາຍ​​ໃນ, ແກ້​ໄຂ​ບັນດາ​ຈຸດ​ອ່ອນ ຂໍ້ຄົງຄ້າງ, ຊອກ​ໃຫ້​ເຫັນ​ບັນດາ​ສາ​ເຫດ​ທີ່​ເປັນ​ພື້ນຖານ ​ແລະ​ຕົ້ນຕໍ ​ເພື່ອ​ວາງ​ມາດ​ຕະການ, ​ທິດ​ທາງ, ວິທີ​ການແກ້ໄຂ​ທີ່​ຖືກຕ້ອງ, ​ແທດ​ຕົວ​ຈິງ ​ແລະ​ ສາມາດ​ປະ​ຕິ​ບັດ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​​ໃນ​ສະເພາະໜ້າ ແລະ ​ຍາວ​ນານ. ​ໂອກາດ​ນີ້, ປະທານ​ກອງ​ປະຊຸມ​ໄດ້​ຮຽກຮ້ອງ​ມາ​ຍັງ​ຄະນະ​ພັກ-ຄະນະ​ນໍ​າ ແຕ່ລະ​ຂັ້ນ ຈົ່ງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ, ຄວາມ​ເປັນ​ເຈົ້າ​ການ ໃນການຈັດ​ຕັ້ງ​ເຊື່ອມ​ຊຶມ ​ເພື່ອ​ກໍາ​ແໜ້ນ ແລະ ນຳໄປຈັດ​ຕັ້ງ​ປະຕິບັດ ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິ​ຫານງານສູນກາງ​ພັກ ຄັ້ງທີ 7 ສະໄໝທີ X ​ຢ່າງເປັນຂະບວນ​ຟົດຟື້ນ, ແຂງ​ແຮງ, ​ແທດ​ຕົວ​ຈິງ​ ​ແລະ ມີ​ຜົນ​ສໍາ​ເລັດ​ຕາມ​ຄາດໝາຍ.

 

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480264
ມື້ນີ້94
ມື້ວານ157
ອາທິດນີ້662
ເດືອນນີ້6495