ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະ ເດີນທາງຢ້ຽມຢາມ ບຣູໄນດາ ຣູຊາລາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 16-17 ກຸມພາ 2019, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ບຣູໄນ, ເຊິ່ງເປັນການຢ້ຽມຢາມຄັ້ງທຳອິດ ນັບຕັ້ງແຕ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ໃນວັນທີ 16 ກຸມພາ 2019, ທີ່ ພະລາຊະວັງ ອິດສະຕານາ ນູຣູນ ອີມານ ແຫ່ງ ບຣູໄນ ດາຣູຊາລາມ. ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ.ໃນໂອກາດພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດທີ່ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆຕະຫຼອດໄລຍະ 25 ປີ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ (27/7/1993-27/7/2018), ເຊິ່ງເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ. ໃນໂອກາດດຽວກັນ, ສອງຝ່າຍຍັງໄດ້ປຶກສາຫາລືກັນໃນຫຼາຍດ້ານເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວແລະອື່ນໆ. ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນທັດສະນາກັນກ່ຽວກັບບັນຫາພາກພື້ນ ແລະ ສາກົນນຳອີກ.
ໃນໂອກາດດັ່ງກ່າວ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ມາຍັງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ພ້ອມທັງເຊື້ອເຊີນສົມເດັດໄປຢ້ຽມຢາມ ສປປ ລາວ ໃນໂອກາດອັນເໝາະສົມ. ພ້ອມນີ້, ກໍໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນບຣູໄນ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານຕ່າງໆໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມທາງພາກໃຕ້ຂອງສປປລາວທີ່ແຂວງອັດຕະປືໃນປີ 2018 ທີ່ຜ່ານມາ.
ພາຍຫຼັງສຳເລັດການພົບປະ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ຍັງໄດ້ເຂົ້າຮ່ວມເປັນສັກຂີພະຍານ ໃນການລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການສຶກສາ.
ຄຽງຄູ່ກັນນີ້, ໃນພາກທຸລະກິດ ໄດ້ຈັດໃຫ້ມີກອງປະຊຸມຮ່ວມນັກທຸລະກິດ ລະຫວ່າງ ລາວ-ບຣູໄນ ເຊິ່ງສອງຝ່າຍໄດ້ປຶກສາຫາລືເພື່ອຊອກຫາຊ່ອງທາງໃນການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານດ້ານເສດຖະກິດ ເຊິ່ງລັດຖະບານລາວໄດ້ມີນະໂຍບາຍສົ່ງເສີມການລົງທຶນໃນຂະແໜ່ງກະສິກຳສະອາດແລະເປັນມິດຕໍ່ສິ່ງແວດລ້ອມ ແລະ ເພື່ອເປັນການເຊີນຊວນໃຫ້ນັກທຸລະກິດບຣູໄນມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.
ໃນໄລຍະຜ່ານມາ, ລັດຖະບານບຣູໄນໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນຫຼາຍດ້ານເຊັ່ນ: ການພັດທະນາຊັບພະຍາກອນມະນຸດ ເປັນຕົ້ນແມ່ນໃຫ້ທຶນການສຶກສາ, ການຝຶກອົບຮົມພາສາອັງກິດ, ການຊ່ວຍເຫຼືອດ້ານການເງິນ ກໍຄືການສ້າງສູນສຶກສາສຳລັບເດັກພິການທາງສາຍຕາ, ການປັບປຸງຫ້ອງວາງສະແດງສິນສາຍໄຫມ ຂອງສະຫະພັນແມ່ຍິງ ແລະ ສູນຝຶກອົບຮົມວິຊາຊີບ.
ໃນຕອນບ່າຍວັນດຽວກັນ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ຍັງໄດ້ເດີນທາງຢ້ຽມຢາມ ສະຖານທີ່ພື້ນຖານການຜະລິດ, ໂຮງງານກຸ້ງສີຟ້າ ທີ່ ເມືອງຕູຕົງ ຂອງ ບຣູໄນ ດາຣູຊາລາມ ຕື່ມຍອີກ.