ໃນວັນທີ 29 ມັງກອນ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຣາວີ ຊັງກາ ອາຍໂຊລາ (Ravi Shankar Aisola), ເອກອັກຄະລັດຖະທູດ ແຫ່ງ ສ. ອິນເດຍ ປະຈໍາ ສປປ ລາວ, ໃນໂອກາດທີ່ໃກ້ຈະສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສ. ອິນເດຍ ປະຈຳ ສປປ ລາວ ທີ່ໄດ້ປະຕິບັດຫນ້າທີ່ຢ່າງຫ້າວຫັນ ເປັນເວລາ 3 ປີ ກວ່າ (09/2015-01/2019) ແລະ ໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນຕໍ່ ທ່ານທູດ, ລັດຖະບານ ແລະ ປະຊາຊົນ ອິນເດຍ ທຸກຖ້ວນຫນ້າ ໃນໂອກາດສະເຫລີມສະຫລອງວັນຊາດ ແຫ່ງ ສ. ອິນເດຍ ຄັ້ງທີ 69 (ວັນທີ 26 ມັງກອນ 1950-26 ມັງກອນ 2019). ພ້ອມນີ້, ທ່ານລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ, ຄວາມຜູກພັນທາງດ້ານສາສະໜາ ແລະ ອາລິຍະທຳ ລະຫວ່າງສອງປະເທດ ທີ່ໄດ້ຮັບການຮັດແຫນ້ນຢ່າງບໍ່ຢຸດຢັ້ງ, ນັບແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 2 ກຸມພາ 1956 ເປັນຕົ້ນມາ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງລັດຖະບານ ອິນເດຍ ໃຫ້ແກ່ ສປປ ລາວ ໃນໄລຍະທີ່ຜ່ານມາ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ໂດຍສະເພາະ ແມ່ນໃນໄລຍະທີ່ທ່ານທູດ ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ເຫັນວ່າມີຫຼາຍໆໂຄງການໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີບາດກ້າວຂະຫຍາຍຕົວ ເປັນຕົ້ນແມ່ນ: ດ້ານການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ດ້ານວັດທະນະທຳ, ກະສິກຳ, ວິທະຍາສາດ ແລະ ເຕັກໂນໂລຊີ, ການຮ່ວມມືທາງດ້ານວຽກງານປ້ອງກັນຊາດ ແລະ ດ້ານອື່ນໆ ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ໃນຕອນທ້າຍ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຫວັງວ່າ ທ່ານທູດຈະສືບຕໍ່ໃຫ້ການສະໜັບສະໜູນເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ ແລະ ອິນເດຍ ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ ແລະ ໄດ້ອວຍພອນໃຫ້ ທ່ານທູດອິນເດຍເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນໃໝ່ຂອງທ່ານ.
ໃນໂອກາດດຽວກັນ, ທ່ານທູດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວກໍຄືກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້ຈົນໄດ້ຮັບຜົນສໍາເລັດອັນຈົບງາມ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສ. ອິນເດຍ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.