ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ຄະນະນຳກະຊວງການຕ່າງປະເທດ ເຂົ້າຮ່ວມສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2562 ທີ່ ຣາຊະອານາຈັກໄທ

2019.4.11-lao-new-year-in-Bangkok4

2019.4.11-lao-new-year-in-Bangkok1

2019.4.11-lao-new-year-in-Bangkok2

2019.4.11-lao-new-year-in-Bangkok3

2019.4.11-lao-new-year-in-Bangkok5

2019.4.11-lao-new-year-in-Bangkok6

    ໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2561 ແລະ ຕ້ອນຮັບວັນຂຶ້ນປີໃໝ່ ພ.ສ 2562, ສະຖານເອກອັກຄະລັດຖະທູດ ແຫ່ງສປປ ລາວ ປະຈໍາ ຣາຊະອານາຈັກໄທ ທີ່ ບາງກອກ ໄດ້ຈັດງານພິທີສະເຫຼີມສະຫຼອງປີໃໝ່ລາວຂຶ້ນ​ ໃນວັນທີ 11 ເມສາ 2019,​ ໂດຍເປັນກຽດເຂົ້າຮ່ວມຂອງ ສົມເດັດ ພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ; ທ່ານສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ; ທ່ານ ດອນ ປຣະມັດວິໄນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ; ປະທານສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ; ທ່ານ ແສງສຸຂະທິວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ແລະ ທ່ານ ກຽດຕິຄຸນ ຊາດປຣະເສີດ, ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ພ້ອມດ້ວຍພັນລະຍາ; ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ຂອນແກ່ນ;ເຈົ້າໜ້າທີ່ສໍານັກພະຣາຊະວັງ; ບັນດາແຂກທີ່ມີກຽດ ທັງພາກລັດ ແລະ ເອກະຊົນ ລວມທັງຊຸມຊົນ ລາວ-ໄທ ເຂົ້າຮ່ວມຢ່າງຫລວງຫລາຍ.

          ໃນໂອກາດອັນເປັນສິລິມົງຄຸນ ແລະ ສະຫງ່າລາສີນີ້, ສະຖານເອກອັກຄະລັດຖະທູດ ໄດ້ຈັດພິທີບາສີສູ່ຂວັນຕາມຮີດຄອງປະເພນີ ໂດຍຈັດພິທີຕັກບາດ, ບາສີສູ່ຂວັນໃຫ້ ສົມເດັດ ພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແລະ ອວຍໄຊໃຫ້ພອນໂຊກດີປີໃໝ່ເຊິ່ງກັນ ແລະ ກັນ.ພິທີດັ່ງກ່າວທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຮັບກຽດຂຶ້ນກ່າວອວຍພອນປີໃໝ່ ແລະ ອວຍພອນວັນຄ້າຍວັນເກີດແດ່ ສົມເດັດ ພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ຈົ່ງມີພະກະເສມສຳຣານຍິ່ງຍືນນານ, ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ-ໄທໃຫ້ຈະເລີນງອກງາມຍິ່ງຂຶ້ນເລື້ອຍໆ ແລະ ຮ່ວມກັນຊົມການສະແດງສິລະປະຕ່າງໆ ຈາກຄະນະສິລະປະທັງ ລາວ ແລະ ໄທ.

     ໃນໄລຍະການສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2562, ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ຈັງຫວັດຂອນແກ່ນ ກໍໄດ້ຈັດງານພິທີອວຍພອນປີໃໝ່ລາວຂຶ້ນເຊັ່ນດຽວກັນ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ; ທ່ານ ສົມສັກ ຈັງຕະກຸນ, ຜູ້ວ່າການຈັງຫວັດຂອນແກ່ນ; ມີບັນດາພະນັກສະຖານກົງສຸນໃຫຍ່ ແລະ ບັນດາແຂກທີ່ມີກຽດທັງ ລາວ ແລະ ໄທ ເຂົ້າຮ່ວມ.

          ການສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2562 ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງສປປ ລາວ ປະຈໍາ ບາງກອກ ແລະ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ຈັງຫວັດຂອນແກ່ນ ໃນຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ເບີກບານມ່ວນຊື່ນ ຕາມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ ຂອງປະຊາຊົນສອງຊາດ ລາວ ແລະ ໄທ ທີ່ໄດ້ປະຕິບັດຮ່ວມກັນມາຕັ້ງແຕ່ບູຮານນະການ.

ກະຊວງການຕ່າງປະເທດ ແລະ ບັນດາທູຕານຸທູດຕ່າງປະເທດ ຮ່ວມກັນ ສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2562

20190406LaoNewYear1

20190406LaoNewYear220190406LaoNewYear3

ໃນວັນທີ 06 ເມສາ 2019, ກະຊວງການຕ່າງປະເທດ ຮ່ວມກັບ ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ໄດ້ຈັດພິທີບາສີສູ່ຂວັນສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ ສວນພຶກສາ, ບ້ານໃໝ່ດ່ານຊີ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ເພື່ອເປັນການສົ່ງທ້າຍປີເກົ່າ ພ.ສ 2561 ແລະ ຕ້ອນຮັບປີໃໝ່ ພ.ສ 2562. ໃນພິທີສະເຫຼີມສະຫຼອງບຸນປະເພນີປີໃໝ່ລາວໃນຄັ້ງນີ້ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ, ຄະນະພັກ-ຄະນະນໍາກະຊວງ ພ້ອມດ້ວຍຄອບຄົວ, ພະນັກງານອາວຸໂສບໍານານ, ບັນດາຄະນະຫ້ອງການ-ຄະນະກົມ, ຄະນະພະແນກ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ ກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ພ້ອມດຽວກັນນັ້ນ ບັນດາທູຕານຸທູດ, ກົງສູນ-ກົງສູນກິດຕິມະສັກ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍຄອບຄົວ ແລະ ແຂກ ກໍໄດ້ຮັບກຽດເຊື້ອເຊີນເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ລັດຖະມົນຕີວຽກງານພັດທະນາສາກົນ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກນອກແວ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

 

FMreceivedNorway1 FMreceivedNorway2

 ໃນຕອນບ່າຍຂອງວັນທີ 29 ມີນາ 2019, ທີ່ ໂຮງແຮມ ລາວພລາຊາ, ທ່ານ ສະເຫຼີມໄຊ ກົມມະສິດ,  ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ລາວ ໄດ້ຕ້ອນຮັບ ທ່ານ ດັກອິນ ອຸນສະເຕນ (Dag-Inge Ulstein), ລັດຖະມົນຕີວຽກງານພັດທະນາສາກົນ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ນອກແວ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສລາວ ຢ່າງເປັນທາງການ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486425
ມື້ນີ້121
ມື້ວານ220
ອາທິດນີ້87
ເດືອນນີ້5730