ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດການໄພພິບັດ ທີ່ ເມືອງສະໜາມໄຊ, ແຂວງອັດຕະປື

20190106Attapue20190106attapue1

ໃນວັນທີ 06 ກຸມພາ 2019 ຜ່ານມາທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກເຫດການໄພພິບັດນຳຖ້ວມຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກອຳນາດການປົກຄອງແຂວງ, ເມືອງ ແລະ ພໍ່ແມ່ປະຊາຊົນ ເປັນຢ່າງດີ.

ຈຸດປະສົງຂອງການລົງເຄື່ອນໄຫວຢ້ຽມຢາມແຂວງອັດຕະປືຂອງ ທ່ານລັດຖະມົນຕີ ແລະ ຄະນະໃນຄັ້ງນີ້ແມ່ນເພື່ອນຳເອົາເງິນສົດຈຳນວນ 950,000,000 ກີບ ແລະ ເຄື່ອງອຸປະໂພກບໍລິໂພກ ຈຳນວນໜຶ່ງໄປມອບໃຫ້ແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໃນທ້າຍເດືອນກໍລະກົດ 2018 ຜ່ານມາ, ຊຶ່ງເງິນ ແລະ ເຄື່ອງດັ່ງກ່າວແມ່ນໄດ້ຮັບ ການປະກອບສ່ວນຈາກພີ່ນ້ອງນ້ອງຄົນເຊື້ອຊາດລາວຢູ່ປະເທດຕ່າງໆ, ພະນັກງານກະຊວງການຕ່າງປະເທດທັງຢູ່ພາຍໃນ ແລະ ປະຈຳການຢູ່ຕ່າງປະເທດ ແລະ ຈາກອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ຈຳນວນໜຶ່ງ, ຕາງໜ້າໃຫ້ແກ່ອຳນາດການປົກຄອງແຂວງ ໂດຍແມ່ນ ທ່ານ ບຸນຮຽນ ແກ້ວບົວພາດ, ຄະນະປະຈຳພັກແຂວງ, ປະທານກວດກາພັກ-ລັດແຂວງອັດຕະປື ເປັນຜູ້ຮັບ ແລະ ພ້ອມທັງໄດ້ລາຍງານ ສະພາບຄວາມຄືບໜ້າໃນການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດການໄພພິບັດດັ່ງກ່າວໃຫ້ຄະນະຊາບວ່າ ມາຮອດປະຈຸບັນ ແມ່ນໄດ້ຮັບການແກ້ໄຂໂດຍພື້ນຖານ, ປະຊາຊົນທີ່ໄດ້ຮັບຜົນກະທົບທັງໝົດແມ່ນໄດ້ຍົກຍ້າຍເຂົ້າ ພັກເຊົາຢູ່ເຮືອນພັກເຊົາຊົ່ວຄາວທີ່ທາງການໄດ້ຈັດສັນໃຫ້, ໄດ້ຮັບການສະໜອງເຂົ້າກິນ, ເງິນອົດໜູນ, ການບໍລິການດ້ານສາທາລະນະສຸກ ແລະ ອື່ນໆ, ສຳລັບ ວຽກງານຈຸດສຸມໃນສະເພາະໜ້າ ແມ່ນການສ້າງເຮືອນຖາວອນ, ຟື້ນຟູພື້ນຖານໂຄງລ່າງ, ພື້ນຖານການຜະລິດເພື່ອຊຸກຍູ້ປະຊາຊົນຫັນເຂົ້າສູ່ການຜະລິດໂດຍໄວ ແນ່ໃສ່ເລັ່ງລັດປົວແປງຊີວິດການເປັນຢູ່ ຂອງເຂົາເຈົ້າ ໃຫ້ເຂົ້າສູ່ສະພາບປົກກະຕິ. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອຳນາດການປົກຄອງແຂວງ ແລະ ເມືອງທີ່ໄດ້ເອົາໃຈໃສ່ຕັ້ງໜ້າເບິ່ງແຍງ ຊີວິດການ ເປັນຢູ່ຂອງພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບໃນຄັ້ງນີ້.

ຈາກນັ້ນ ທ່ານລັດຖະມົນຕີ ແລະ ຄະນະຍັງໄດ້ຖືເອົາໂອກາດນີ້ລົງໄປພົບປະໂອ້ລົມ ແລະ ອວຍພອນ ນາຍ ແລະ ພົນທະຫານ ທີ່ພວມປະຈຳການຢູ່ກອງພັນ 21 ແຂວງອັດຕະປື ເນື່ອງໃນໂອກາດທີ່ທົ່ວພັກ ທົ່ວ ກອງທັບພວມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ມີຄວາມໝາຍອັນເລິກເຊິ່ງ ອີກດ້ວຍ. ​

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485785
ມື້ນີ້84
ມື້ວານ206
ອາທິດນີ້821
ເດືອນນີ້5090