ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາຊົນ ຈີນ ຄົບຮອບ 73 ປີ

ເມື່ອ 73 ປີ ກ່ອນໜ້ານີ້ ກໍຄື ວັນທີ 1 ຕຸລາ ປີ 1949, ປະຊາຊົນຈີນ ບັນດາເຜົ່າ ພາຍໃຕ້ການນໍາພາ ຂອງພັກ ຄອມມູນິດຈີນໄດ້ ເຕົ້າໂຮມກັນທີ່ສະໜາມຫລວງ ຈະຕຸລັດ ທຽນອານເມີນ ເພື່ອສະເຫລີມສະຫລອງ ການສະຖາປະນາ ປະເທດ ສາທາລະນະລັດ ປະຊາຊົນຈີນ. ຈາກມື້ນັ້ນເປັນຕົ້ນມາ ວັນທີ 1 ຕຸລາ ຈຶ່ງໄດ້ຖືກຮັບຮອງໃຫ້ເປັນວັນຊາດ ຂອງ ສາທາລະນະລັດ ປະຊາຊົນ ຈີນ ແລະ ໃນປີ 2022 ນີ້ ກໍເປັນປີຄົບຮອບ 73 ປີ. ເມື່ອຫວນຄືນປະຫວັດສາດຂອງປະເທດ ຈີນ, ພວກເຮົາຈະເຫັນໄດ້ວ່າ ປະເທດຈີນເມື່ອ ຫລາຍ ພັນປີ ກ່ອນ ເປັນຊາດໜຶ່ງທີ່ມີຄວາມຈະເລີນຮຸ່ງ ເຮືອງ, ຄົນຈີນມີຄວາມສາມາດ ຄິດຄົ້ນ ແລະ ສ້າງນະວັດຕະກໍາທີ່ສໍາຄັນ ຈໍານວນບໍ່ໜ້ອຍປະກອບສ່ວນ ໃຫ້ແກ່ຄວາມສີວິໄລຂອງມວນມະນຸດໃນໄລຍະນັ້ນ. ແຕ່ພາຍຫລັງການເກີດສົງຄາມຢາຝິ່ນ ໃນປີ 1840, ປະເທດຈີນ ໄດ້ເລີ່ມເຊື່ອມຖອຍລົງເລື້ອຍໆ ຈົນຕົກເປັນປະເທດເຄິ່ງຫົວເມືອງຂຶ້ນຂອງຕ່າງຊາດ, ກາຍເປັນສັງຄົມເຄິ່ງສັກດີນາ, ເຄິ່ງຫົວເມືອງຂຶ້ນ ຈາກເມື່ອກ່ອນເຄີຍເປັນປະເທດທີ່ສີວິໄລ ມີຄວາມເຂັ້ມແຂງ, ແຕ່ພັດກາຍມາເປັນປະເທດທີ່ຕົກຕໍ່າອ່ອນແອ ແລະ ຖືກຂົ່ມເຫັງຍໍ່າຍີ ແລະ ຖືກແບ່ງແຍກດິນແດນ.

ພາຍຫລັງພັກ ຄອມມູນິດຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 1 ກໍລະກົດ 1921, ພັກຄອມມູນິດຈີນໄດ້ສຸມທຸກຄວາມພະຍາຍາມໃນການປັບປຸງ ບໍາລຸງສ້າງໃຫ້ພັກຄອມມູນິດຈີນ ມີຄວາມເຂັ້ມແຂງ ໜັກແໜ້ນທາງດ້ານແນວຄິດທິດສະດີ, ເສີມຂະຫຍາຍບົດບາດການນໍາພາຂອງພັກ ເພື່ອເຕົ້າໂຮມຄວາມສາມັກຄີປະຊາຊົນຈີນບັນດາເຜົ່າ ໃຫ້ເປັນປຶກ ແຜ່ນ, ໃຫ້ມີຄວາມເປັນເອກະພາບຢ່າງແໜ້ນແຟ້ນ, ເປັນອັນໜຶ່ງອັນດຽວກັນ ໃນການຕໍ່ສູ້ ປົດປ່ອຍປະເທດຊາດ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດຄືນມາ ແລະ ສະຖາປະນາປະເທດ ເປັນສາທາລະນະລັດ ປະຊາຊົນຈີນ ໃນປີ 1949. ຈາກນັ້ນກໍໄດ້ ສືບຕໍ່ນໍາພາປະຊາຊົນ ຈີນ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດ, ຊຶ່ງຕ້ອງໄດ້ ຕໍ່ສູ້ຜ່ານຜ່າຄວາມຫຍຸ້ງຍາກສັບສົນ ຂອງທຸກສະພາບ ແລະ ວິກິດການພາຍໃນປະເທດ ລວມທັງສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ໃນແຕ່ລະຊ່ວງ, ແຕ່ລະໄລຍະສະໄໝ, ທີ່ມີການປ່ຽນແປງຢ່າງສັບສົນ ຊຶ່ງມີທັງການຮ່ວມມື, ການແກ່ງແຍ່ງແຂ່ງຂັນ, ການກົດດັນປິດລ້ອມ ເພື່ອຫວັງທໍາລາຍມ້າງເພ ແລະ ດັບສູນ ໝາກຜົນຂອງການປະຕິວັດຊາດ ຂອງປະຊາຊົນຈີນ. ດັ່ງນັ້ນ, ຍຸດທະສາດຂອງພັກ ຄອມມູນິດຈີນ ໃນໄລຍະເລີ່ມຕົ້ນ ຂອງ ສາທາລະນະລັດ ປະຊາຊົນຈີນ ຈຶ່ງແມ່ນ: ເດັດດຽ່ວນໍາພາປະຊາຊົນຈີນ ທັງຊາດ ສືບຕໍ່ໆສູ້ ເພື່ອປົກປັກຮັກສາ ແລະ ຖະນຸຖະໜອມໝາກຜົນຂອງການປະຕິວັດ ໃຫ້ໝັ້ນຄົງຖາວອນ; ນໍາພາປະຊາຊົນທັງຊາດ ສ້າງສາປະເທດຊາດ, ພັດທະນາເສດຖະກິດ ນໍາເອົາຄວາມອີ່ມໜໍາສໍາລານ, ຄວາມຢູ່ດີກິນດີ, ຄວາມສົມບຸນພູນສຸກມາໃຫ້ປະຊາຊົນທັງຊາດ, ນໍາເອົາຄວາມສະຫງົບສຸກປອດໄພມາໃຫ້ປະຊາຊົນ.

ເພື່ອຜັນຂະຫຍາຍຍຸດທະສາດໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຈີນ, ພັກຄອມມູນິດຈີນ ໄດ້ເລີ່ມສ້າງແຜນຍຸດທະສາດໃນການພັດທະນາເສດຖະກິດ 5 ປີ ຄັ້ງທີ 1 ແຕ່ປີ 1953-1957. ອິງຕາມສະຖິຕິພົນລະເມືອງ ຂອງ ສປ ຈີນ ໃນປີ 1953 ມີປະມານ 600 ລ້ານຄົນ. ຕົວເລກການຂະຫຍາຍຕົວຂອງພົນລະເມືອງ ເປັນອັນຊີ້ບອກເຖິງຄວາມຈໍາເປັນໃນການເພີ່ມທະວີການຜະລິດ ແລະ ການເຕີບໂຕທາງດ້ານເສດຖະກິດແຫ່ງຊາດ. ດັ່ງນັ້ນ,ເປົ້າໝາຍຫລັກຂອງແຜນການ 5 ປີ ຄັ້ງທີ 1 ແມ່ນເນັ້ນໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ການຜະລິດອຸດສາຫະກໍາ ເປັນບູລິມະສິດໃນການພັດທະນາ ຂອງພັກຄອມມູນິດຈີນ. ການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 1 ເຫັນວ່າ ຂະແໜງອຸດສາຫະກໍາໄດ້ມີການພັດທະນາ ແລະ ຂະຫຍາຍຕົວຢ່າງໄວວາ ຍ້ອນການນໍາໃຊ້ທ່າແຮງຂອງຂະແໜງເສດຖະກິດອື່ນ ມາເປັນການກະຕຸ້ນໃຫ້ແກ່ການພັດທະນາຂະແໜງອຸດສາຫະກໍາ, ໃນຂະນະດຽວກັນ ຂະແໜງການກະສິກໍາ ທີ່ມີຊາວກະສິກອນກວມສ່ວນຫລາຍ ຫລື ປະມານ 4/5 ຂອງພົນລະເມືອງ ພັດບໍ່ໄດ້ຮັບການສະໜັບສະໜູນເທົ່າທີ່ຄວນ. ຜ່ານການຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຂອງການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 1, ພັກຄອມມູນິດຈີນ ຈຶ່ງໄດ້ມີການປັບປຸງແກ້ໄຂແຜນຍຸດທະສາດໃນການພັດທະນາເສດຖະກິດ-ສັງຄົມ ເປັນແຕ່ລະໄລຍະ, ແຕ່ລະສະໄໝ ໂດຍໃຫ້ສອດຄ່ອງກັບສະພາບຕົວຈິງ, ເງື່ອນໄຂ, ສະພາບແວດລ້ອມພາຍໃນ ແລະ ສະພາບແວດລ້ອມພາຍນອກ, ທັງນີ້ກໍເພື່ອຮັບປະກັນໃຫ້ທຸກຂະແໜງການເສດຖະ ກິດ ໄດ້ມີການເອົາໃຈໃສ່ ແລະ ພັດທະນາໄປພ້ອມໆກັນ ຢ່າງກົມກຽວ. ມາຮອດປັດຈຸບັນ, ພັກຄອມມູນິດຈີນ ກໍາລັງຊີ້ນໍາ ແລະ ນໍາພາປະຊາຊົນຈີນ ບັນດາເຜົ່າ ຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 (2021-2025) ຂອງຕົນຢ່າງຫ້າວຫັນ.

ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 (2021-2025) ແລະ ວິໄສທັດ 2035 ຂອງ ພັກຄອມມູນິດຈີນ ໄດ້ກໍານົດເປົ້າໝາຍຂອງຕົນຢ່າງຈະແຈ້ງຄື: ຮັບປະກັນໃຫ້ການພັດທະນາເສດຖະກິດ ມີບາດກ້າວໃໝ່ ທີ່ພຽບພ້ອມໄປດ້ວຍຄຸນນະພາບທີ່ດີ; ເອົາໃຈໃສ່ໃນການປະຕິຮູບ ແລະ ການເປີດປະຕູສູ່ພາຍນອກ; ການພັດທະນາເສດຖະກິດ ຕ້ອງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ; ສ້າງສາພັດທະນາປະເທດຊາດໃຫ້ມີຄວາມສີວິໄລ, ຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບດີຂຶ້ນ; ຍົກສູງການນໍາພາຂອງພັກ ແລະ ການບໍລິຫານລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ. ໃນແຜນການ 5 ປີ ຄັ້ງທີ 14 ຍັງໄດ້ກໍານົດຢ່າງຈະແຈ້ງວ່າ ການພັດທະນາເສດຖະກິດ-ສັງຄົມຂອງ ສປ ຈີນ ໃນປີ 2022 ຕ້ອງຮັບປະກັນໃຫ້ບັນລຸເປົ້າໝາຍໃນການສ້າງໃຫ້ ສປ ຈີນ ເປັນປະເທດສັງຄົມນິຍົມທີ່ທັນສະໄໝຮອບດ້ານໂດຍພື້ນຖານໃນປີ 2035, ເວົ້າສະເພາະແມ່ນໃຫ້ທຸກຂົງເຂດວຽກງານທາງດ້ານເສດຖະກິດ, ເຕັກນິກວິທະຍາສາດ, ສາທາລະນະສຸກ, ດ້ານການສຶກສາ, ປ້ອງກັນຊາດປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ ແລະ ທັນສະໄໝ. ສິ່ງສໍາຄັນ ແມ່ນຕ້ອງຮັບປະກັນໃຫ້ພົນລະເມືອງ ສປ ຈີນ 70% ເປັນຄົນໃນຕົວເມືອງ, ຮັບປະກັນໃຫ້ລາຍໄດ້ ສະເລ່ຍຕໍ່ຫົວຄົນຕໍ່ປີເພີ່ມຂຶ້ນ ແລະ ໃຫ້ປະເທດຊາດກາຍເປັນປະເທດພັດທະນາແລ້ວ ທີ່ປະຊາ ຊົນ ມີລາຍໄດ້ລະດັບປານກາງ, ສາມາດຫລຸດຜ່ອນຄວາມແຕກຕ່າງທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໃນຕົວເມືອງ ແລະ ຊົນນະບົດ, ຮັບປະກັນໃຫ້ທຸກເຂດແຄວ້ນ, ທຸກແຂວງ ແລະ ທຸກພາກຂອງປະເທດ ໄດ້ຮັບການພັດທະນາຢ່າງທົ່ວເຖິງ ແລະ ເທົ່າທຽມກັນ.

ເພື່ອບັນລຸເປົ້າໝາຍໃນການພັດທະນາເສດຖະກິດຂອງ ສປ ຈີນ, ພັກຄອມມູນິດຈີນ, ໂດຍເຫັນໄດ້ເຖິງ ກໍາລັງຊື້ພາຍໃນ ມີຄວາມເຂັ້ມແຂງ ຈຶ່ງໄດ້ຊີ້ນໍາໃຫ້ເນັ້ນໃສ່ສົ່ງເສີມການຕະຫລາດບໍລິໂພກພາຍໃນເປັນຫລັກ ເພື່ອຊຸກຍູ້ໃຫ້ເສດ ຖະກິດມີການຂະຫຍາຍຕົວໄວ້; ປັບປຸງໂຄງປະກອບຂອງຂະແໜງການເສດຖະກິດໃຫ້ແທດເໝາະກັບສະພາບຕົວຈິງ, ໂດຍສຸມໃສ່ການລົງທຶນເຂົ້າໃນຂະແໜງການອຸດສາຫະກໍາທີ່ນໍາໃຊ້ເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີສູງ, ເພີ່ມງົບປະມານ 7% ຕໍ່ປີ ເຂົ້າໃນການຄົ້ນຄວ້າ ວິໃຈດ້ານເຕັກນິກ ວິທະຍາສາດ; ສົ່ງເສີມ ແລະ ເປີດກວ້າງການລົງທຶນ ເພື່ອດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ; ຊຸກຍູ້ການຫັນເປັນເສດຖະກິດດີຈີຕອນ ເທື່ອລະກ້າວ ເພື່ອຫັນການບໍລິການໃຫ້ເປັນທັນສະໄໝຢ່າງຮອບດ້ານ; ເພີ່ມທະວີການຄົ້ນຄວ້າ ດ້ານເຕັກໂນໂລຊີ ໂດຍການປັບປຸງຄວາມສາມາດໃນການຜະລິດອຸດສາຫະກໍາທີ່ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ. ສ້າງຄວາມເຂັ້ມແຂງໃນການຜະລິດອຸປະກອນສິ້ນສ່ວນ ໃນຂະແໜງໄມໂກຣຈິບ ເພື່ອຫລຸດຜ່ອນການເພິ່ງພາອາໄສຈາກພາຍນອກ. ພ້ອມດຽວກັນນີ້, ກໍເປັນການສົ່ງເສີມການຮ່ວມມື ແລະ ເຊື່ອມໂຍງເຂົ້າກັບເສດຖະກິດ ພາກພື້ນ ແລະ ສາກົນ ໂດຍຜ່ານກົນໄກການຮ່ວມມື ເສດຖະກິດພາກພື້ນ, ອະນຸພາກພື້ນ, ຂອບການຮ່ວມມືໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຂອບການຮ່ວມມືຫລາຍຝ່າຍຕ່າງໆ ທີ່ ສປ ຈີນ ເປັນພາຄີ.

ໃນການຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ເລີ່ມແຕ່ທ້າຍປີ 2019 ຈົນເຖິງປັດຈຸບັນ ເປັນປີທີ 3 ທີ່ທົ່ວໂລກໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ປັດຈຸບັນ ກໍຍັງສືບຕໍ່ເປັນໄພຂົ່ມຂູ່ ແລະ ມີຜົນກະທົບໃນດ້ານລົບທີ່ຮ້າຍແຮງຕໍ່ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວໂລກ. ນອກນັ້ນ ຢູ່ພາຍໃນ ສປ ຈີນ ຫລາຍເຂດ, ຫລາຍແຂວງ ພັດຍັງໄດ້ຮັບຜົນກະທົບຈາກໄພທໍາມະຊາດ, ເຊັ່ນ: ໄພນໍ້າຖ້ວມ, ບາງເຂດພັດມີໄພແຫ້ງແລ້ງ, ເຮັດໃຫ້ມີຜົນກະທົບຕໍ່ການຜະລິດກະສິກໍາ ແລະ ກະທົບຕໍ່ການຕອບສະໜອງດ້ານສະບຽງອາຫານໃຫ້ແກ່ພາຍໃນ ແລະ ການສົ່ງອອກ. ແຕ່ຍ້ອນການນໍາພາຂອງພັກ ຄອມມູນິດຈີນ, ລັດຖະບານ ແລະ ປະຊາຊົນ ໄດ້ພ້ອມຈິດ ພ້ອມໃຈ ເປັນອັນໜຶ່ງອັນດຽວກັນ ບຸກບືນ, ສູ້ຊົນຜ່ານຜ່າ ວິກິດການ ແລະ ສາມາດເຮັດໃຫ້ເສດຖະກິດຂອງ ສປ ຈີນ ຍັງສືບຕໍ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ, ສາມາດນໍາເອົາຄວາມສົມບຸນພູນສຸກມາໃຫ້ປະຊາຊົນ. ອິງຕາມການສໍາຫລວດຂອງກອງທຶນສາກົນ (IMF) ໃນເດືອນ ເມສາ 2022, ໄດ້ລະບຸວ່າ ສປ ຈີນ ມີເສດຖະກິດທີ່ໃຫຍ່ເປັນອັນດັບສອງຂອງໂລກ ຄື GDP ມີປະມານ 17,7 ລ້ານລ້ານ (trillion) ໂດລາ ສະຫະລັດ ໃນປີ 2021 ແລະ ໄດ້ຄາດຄະເນວ່າ ໃນປີ 2022 ນີ້ GDP ຈະມີປະມານ 19,91 ລ້ານລ້ານ (trillion) ໂດລາ ສະຫະລັດ, ມີກໍາລັງການຊື້ພາຍໃນປະມານ 30,18 ລ້ານ ລ້ານ (trillion) ໂດລາ ສະຫະລັດ. ອີງຕາມການຄາດຄະເນ ຂອງທ່ານ Liu Yuanchun, ທີ່ປຶກສາດ້ານເສດຖະກິດຂອງທ່ານປະທານ ສີ ຈີ້ນຜິງ ແລະ ທ່ານ ນາຍົກ ຫລີ ເຄີ້ສຽງ ກ່າວວ່າ ເສດຖະກິດ ສປ ຈີນໃນໄຕມາດທີ 4 ຈະບັນລຸ ລະດັບ 6,3%-6,4% ແລະ ເມື່ອຮອດທ້າຍປີ 2022 ນີ້ ເສດຖະກິດ ຈະຂະຫຍາຍຕົວປະມານ 4,8%, ລາຍໄດ້ຕໍ່ຫົວຄົນ ເມື່ອຮອດທ້າຍປີ 2022 ຈະໄດ້ປະມານ 11.800 ໂດລາ ສະຫະລັດ. ອິງຕາມຂໍ້ມູນການສໍາຫລວດຂອງ Bloomberg ໄດ້ຄາດຄະເນວ່າໝົດປີ 2022 ນີ້ ອັດຕາເງິນເຟີ້ ຈະຢູ່ໃນລະດັບເກົ່າ ຄື ປະມານ 2,3% ໃນປີ 2022 ແລະ 2023; ແຕ່ການສົ່ງອອກສິນຄ້າຍັງຢູ່ໃນຈັງຫວະຂະຫຍາຍຕົວດີ, ຄື ໄຕມາດທີ 3 ປະມານ 9,5% ຈາກ 7,9% ໃນໄຕມາດທີ 2, ໝົດປີ 2022 ຈະຢູ່ໃນລະດັບ 8,7% ຈາກ 7,5% ຂອງປີຜ່ານມາ. ສ່ວນການນໍາເຂົ້າສິນຄ້າ ໄດ້ຖືກຕັດລົງຢູ່ໃນລະດັບ 4% ໃນຊ່ວງໄຕມາດ ທີ 3 ແລະ 4 ຂອງປີນີ້. ຕົວເລກການລົງທຶນຂອງຕ່າງປະເທດ ໄດ້ເພີ່ມຂຶ້ນ 16,4% ນັບແຕ່ເດືອນ ມັງກອນ ຫາ ເດືອນ ສິງຫາ 2022.

ຜົນສໍາເລັດໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ກໍແມ່ນຜົນງານໜຶ່ງທີ່ທົ່ວໂລກ ຍອມຮັບຮູ້ເຖິງຄວາມສາມາດຂອງ ສປ ຈີນ ໃນການວາງມາດຕະການ ແລະ ຈັດຕັ້ງປະຕິບັດຢ່າງປະສົບຜົນສໍາເລັດສູງສຸດ. ນອກຈາກຄວາມສາມາດໃນການແກ້ໄຂການແຜ່ລະບາດຂອງພະຍາດຢູ່ພາຍໃນປະເທດແລ້ວ ລັດຖະບານ ແລະ ປະຊາຊົນຈີນ ຍັງໄດ້ໃຫ້ການຊ່ວຍເຫລືອປະເທດຕ່າງໆທົ່ວໂລກ. ສປປ ລາວໃນນາມເປັນປະເທດໃກ້ຄຽງ ເປັນປະເທດຄູ່ຮ່ວມຊະຕາກໍາ ທີ່ມີຊາຍແດນຕິດຈອດກັບ ສປ ຈີນ, ເລີ່ມຈາກມື້ທີ່ມີສະພາບການແຜ່ລະບາດຂອງພະຍາດ ກໍໄດ້ຮັບການຊ່ວຍເຫລືອຈາກ ລັດຖະບານ ແລະ ປະຊາຊົນຈີນ ທາງດ້ານອຸປະກອນການແພດ, ຢາປົວພະຍາດ ແລະ ວັກຊິນ ຈໍານວນ ຫລາຍລ້ານ ໂດສ. ພ້ອມນັ້ນລັດຖະບານ ສປ ຈີນ ຍັງໄດ້ສົ່ງ ຊ່ຽວຊານເຂົ້າມາຊ່ວຍເຫລືອ ອັນໄດ້ເຮັດໃຫ້ ສປປ ລາວ ສາມາດ ແກ້ໄຂ ແລະ ຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ເປັນຢ່າງດີ.

ພັກ, ລັດຖະບານ ແລະ ປະຊາຊົນລາວ ໃນຖານະທີ່ເປັນປະເທດເພື່ອນມິດໃກ້ຄຽງ, ມີຊາຍແດນຕິດຈອດກັນ ຫລາຍຮ້ອຍກິໂລແມັດ ແລະ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານກັບ ສປ ຈີນ ແລະ ກໍາລັງເອົາໃຈ ໃສ່ໃນການຈັດຕັ້ງຜັນຂະຫຍາຍ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມ ຊະຕາກໍາ ລາວ-ຈີນ ໃຫ້ ບັນລຸຜົນສໍາເລັດ ເພື່ອນໍາເອົາຜົນປະໂຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ຈີນ, ໃນໂອກາດວັນຊາດ ວັນທີ 1 ຕຸລາ ຂອງ ສາທາລະນະລັດ ປະຊາຊົນ ຈີນ, ຈຶ່ງຂໍສະແດງຄວາມຊົມເຊີຍ ຢ່າງສຸດອົກສຸດໃຈ ຕໍ່ຜົນສໍາເລັດໃນການປົກປັກຮັກສາປະເທດຊາດ ແລະ ການສ້າງສາພັດທະນາເສດຖະກິດ-ສັງຄົມ ທີ່ ພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງສາມາດຍາດມາໄດ້ຕະຫລອດ ໄລຍະ 73 ປີ, ຊຶ່ງຖືວ່າເປັນໄຊຊະນະທີ່ຍິ່ງໃຫຍ່ ໃນການນໍາເອົາຄວາມສົມບຸນພູນສຸກ ມາໃຫ້ແກ່ປະຊາຊົນ ແລະ ນໍາເອົາຄວາມຈະເລີນຮຸ່ງເຮືອງມາສູ່ປະເທດຈີນ. ຂໍອວຍພອນໃຫ້ມິດຕະພາບລາວ-ຈີນ, ການຮ່ວມມື ລາວ-ຈີນ ແລະ ຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ເກີດດອກອອກຜົນຕະຫລອດໄປ. (ຄົ້ນຄວ້າຮຽບຮຽງໂດຍ: ໂຄງການຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການຕ່າງປະເທດ)

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484363
ມື້ນີ້67
ມື້ວານ273
ອາທິດນີ້801
ເດືອນນີ້3668