ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ວັນການທູດລາວ ຄົບຮອບ 77 ປີ ບົດຮຽນໃນການດຳເນີນນະໂຍບາຍການຕ່າງປະເທດ.

 

ເມື່ອຫວນຄືນເບິ່ງປະຫວັດສາດຂອງຊາດລາວເຮົາ, ປະຊາຊົນລາວເຮົາ ມີຄວາມເອກອ້າງທະນົງໃຈ ຕໍ່ມູນເຊື້ອຮັກຊາດ, ສາມັກຄີ ແລະ ອົງອາດກ້າຫານ, ເດັດດ່ຽວຕໍ່ສູ້ຕ້ານການຮຸກຮານ ຂອງພວກສັກດີນາລ່າເມຶອງຂື້ນ ເພື່ອປົກປັກຮັກສາປິຕຸພູມອັນແສນຮັກ ແລະ ຫວງແຫນຂອງຕົນ. ມາຮອດປີ 1901 ຈິ່ງໄດ້ເກີດມີຂະບວນຄົນລາວທີ່ຮັດຊາດພາກັນລຸກຮື້ຂຶ້ນຕໍ່ຕ້ານຝຣັ່ງ ຢູ່ແຂວງສະຫັວນນະເຂດ

ນຳພາໂດຍພໍ່ກະດວດ ແລະ ຍາທ່ານແກ້ວ. ຕໍ່ໆມາກໍມີຫຼາຍຂະບວນການຮັກຊາດລຸກຮື້ຂຶ້ນ ຕໍ່ຕ້ານການຂູດຮີດຂອງຝຣັ່ງ ຢູ່ແຂວງຜົ້ງສາລີ ນຳພາໂດຍອົງແສນ, ຢູ່ແຂວງຊຽງຂວາງ ນຳພາໂດຍເຈົ້າຟ້າປັດໃຈ, ຢູ່ຫຼວງພະບາງ ແລະ ຢູ່ວຽງຈັນ ໂດຍ ມີນາຍຄູຄຳ ແລະ ຜູ້ອື່ນໆອີກຈຳນວນໜຶ່ງ. ແຕ່ທຸກຂະບວນການຕໍ່ສູ້ນັ້ນ ກໍບໍ່ສາມາດຕີເອົາຊະນະພວກລ່າເມືອງຂຶ້ນ​ ແລະ ລູກແລ້ງຕີນມື ຂອງພວກເຂົາ​ໄດ້ ​ເພາະວ່າ​ການ​ຕໍ່ສູ້​ດັ່ງກ່າວ​ຍັງ​ບໍ່​ທັນ​ມີ​ພັກ​ນຳພາ ​ແລະ ບໍ່​ມີການຈັດ​ຕັ້ງ​ປະຕິບັດທີ່​ມີ​ແຜນ​ຍຸດ​ທະ​ສາດ​ໃນ​ການ​ຕໍ່ສູ້. ຈົນມາ​ເຖິງວັນທີ 3 ກຸມພາ 1930, ພັກກອມມູນິດອີນດູຈີນ ຈິ່ງໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ທີ່ ຮົງກົງ ໂດຍແມ່ນປະທານ ໂຮ່ຈີມິນ ເປັນຜູ້ນຳພາ. ສາມຊາດອິນດູຈີນ ລາວ-ຫວຽດນາມ-ກຳປູເຈຍ ໄດ້ສຳພັນກັນເຂົ້າເປັນ ກ້ອນກຳລັງ ສາມັກຄີ ຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງ ດ້ວຍແນວທາງການເມືອງແຫ່ງລັດທິມາກ-ເລນິນ.

 

ກະແສຟອງການຕໍ່ສູ້ອັນ​ຍືດ​ເຍື້ອຍາວ​ນານ​ ເພື່ອ​ຢາກ​ປົດ​ປ່ອຍປະເທດອອກ​ຈາກ​ແອກ​ປົກຄອງ ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່ານັບມື້ນັບເພີ່ມທະວີຂຶ້ນ, ອົງຄະນະພັກແຄວ້ນລາວ ໄດ້ຊີ້ນໍາວ່າ: ການສ້າງຕັ້ງຄະນະລັດຖະບານລາວເອກະລາດ ໃນຂະນະທີ່ຂະບວນມະຫາຊົນໃນທົ່ວປະເທດ ກໍາລັງມີຈິດໃຈຟົດຟື້ນກຽດຊັງການຄອບຄອງຂອງຕ່າງດ້າວ​ ໂດຍເຕົ້າໂຮມເອົາຜູ້ຊົງຄຸນວຸດທິ, ຂ້າລາດຊະການຊັ້ນສູງ ກໍຄື ຜູ້ຮັກຊາດ ມາປະ ຊຸມກັນເພື່ອຄົ້ນຄວ້າບັນຫາການສ້າງຕັ້ງຄະນະລັດຖະບານຂຶ້ນ, ຮ່າງລັດຖະທໍາມະນູນຂອງຊາດ, ໂຄ່ນລົ້ມແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ, ຍາດເອົາອໍານາດການ ປົກຄອງ ແລະ ປະກາດເອກະລາດ, ອິດສະຫຼະພາບຂອງປວງຊົນລາວ ຕໍ່ໂລກ ໃນວັນທີ 12 ຕຸລາ 1945 ເຊິ່ງຖືເປັນວັນທີ່ເຮັດໃຫ້ໂລກໄດ້ຮັບຮູ້ປະເທດລາວ ທີ່ມີເອກລາດ, ມີອະທິປະໄຕ, ມີຜືນແຜນດິນອັນຄົບຖ້ວນຂອງຕົນເປັນຄັ້ງປະຫວັດສາດ ແລະ ມີທຸງຊາດລາວທີ່ມີວົງເດືອນ ເປັນທຸງຊາດລາວ ຈົນຮອດປະຈຸບັນ. ຄະນະລັດຖະບານໃນເວລານັ້ນ, ນໍາໂດຍ ພະຍາ ຄໍາມ້າວ ວິໄລ, ເປັນນາຍົກ ລັດຖະມົນຕີ, ເຖິງແມ່ນວ່າ ໃນໄລຍະນັ້ນ ແນວທາງການຕ່າງປະເທດຍັງບໍ່ທັນໄດ້ຈະແຈ້ງເທື່ອ ແຕ່ຄະນະລັດຖະບານ ກໍໄດ້ຕົກລົງ ສ້າງຕັ້ງກອງທະຫານປະສົມ ລາວ-ຫວຽດ ຂຶ້ນ ເພື່ອຮ່ວມມືກັນ ຕໍ່ຕ້ານກັບສັດຕູພາຍນອກ ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງລັດຖະມົນຕີກະຊວງການຕ່າງປະເທດ ຄົນທໍາອິດຂອງລາວ ຄື ສະເດັດເຈົ້າ ສຸພານຸວົງ. ນັບແຕ່ນັ້ນມາ ວຽກງານການຕ່າງປະເທດ ຂອງລາວ ກໍໄດ້ ຮັບການຜັນຂະຫຍາຍ, ປັບປຸງຕາມຍຸກສະໄໝ ແລະ ມີການເຕີຍໃຫຍ່ຂະຫຍາຍຕົວ ໃນຂະບວນການປະຕິບັດ ແລະ ໃນທີ່ສຸດ ປະເທດຊາດ ກໍໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ມີການພົວພັນຮ່ວມມືກັບສາກົນຢ່າງກວ້າງຂວາງ ອັນໄດ້ເຮັດໃຫ້ຊາວໂລກຮັບຮູ້ຖານະບົດບາດ ຂອງ ລາວເຮົາຢ່າງຕໍ່ເນື່ອງ. ສະນັ້ນ, ກົມການເມືອງສູນກາງພັກ ຈິ່ງໄດ້ອອກແຈ້ງການ ສະບັບເລກທີ 230/ຫສພ, ລົງວັນທີ 19 ມີຖຸນາ 2013 ແລະ ແຈ້ງການຂອງຫ້ອງວ່າການລັດຖະບານ ສະບັບເລກທີ 1102/ຫລບ.ກລຂ, ລົງວັນທີ 25 ກໍລະກົດ 2013 ວ່າດ້ວຍການກໍານົດເອົາ ວັນທີ 12 ຕຸລາ 1945 ເປັນ ວັນການທູດລາວ ຢ່າງເປັນທາງການ.

 

ເນື່ອງໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສໍາຄັນຍິ່ງນີ້, ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນລາວ ຍິ່ງມີຄວາມອາໄລອາວອນອັນສຸດຊຶ້ງ ແລະ ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ  ເຖິງບັນດາການນໍາທີ່ເຄົາລົບຮັກ ແລະ ຜູ້ນໍາຮຸ້ນກໍ່ຕັ້ງ ແລະ ນໍາພາພັກ ກໍຄື ນໍາພາວຽກງານການຕ່າງປະ ເທດ ຕະຫຼອດຊີວິດຂອງພວກເພີ່ນ.

 

ຕະຫຼອດໄລຍະ 77 ປີຜ່ານມາ, ການທູດລາວເຮົາໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນທຸກ ພາລະກິດການກອບກູ້, ປົດປ່ອຍ, ປັບປຸງ, ສ້າງສາ ແລະ ພັດທະນາ ປະເທດຊາດ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ແລະ ຜູ້ນໍາຂອງພວກເຮົາ ໃນແຕ່ລະໄລຍະ ເຊິ່ງມັນສະແດງອອກໃຫ້ເຫັນເຖິງຜົນງານ ທີ່ສໍາຄັນຢ່າງຈະແຈ້ງ ຄື:

 

ໃນໄລຍະປີ 1945-1962 ເຊິ່ງແມ່ນໄລຍະການຕໍ່ສູ້ກູ້ຊາດ, ຕ້ານພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່, ສະເດັດເຈົ້າ ສຸພານຸວົງ ໃນຖານະລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຍົກສູງຄໍາຂວັນຄື: ປົກປັກຮັກສາເອກະລາດຂອງຊາດ ໄວ້ໃຫ້ໝັ້ນຄົງ; ພວກລ່າເມືອງຂື້ນຝຣັ່ງແມ່ນສັດຕູຕົ້ນຕໍ; ສ້າງແນວພັນທະພາບ ລາວ, ຫວຽດນາມ ແລະ ກໍປູເຈ້ຍ ທີ່ເອີ້ນວ່າ: 3 ຊາດອິນດູຈີນ; ເຄື່ອນໄຫວໂຄສະນາ ເຮັດໃຫ້ຊາວໂລກ ໄດ້ຮັບຮູ້ແຈ້ງ ນະໂຍບາຍ ແລະ ການປົກຄອງອັນປ່າເຖື່ອນ ຂອງພວກລ່າເມືອງຂຶ້ນຝຣັ່ງຕໍ່ 3 ຊາດອິນດູຈີນ ເພື່ອຍາດແຍ່ງການສະໜັບ ສະໜູນຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈ ຈາກປະເທດສັງຄົມນິຍົມ, ຂະບວນການຕໍ່ສູ້ເພື່ອ ສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ ລວມທັງ ການຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອ ຂອງພັກຄອມມູນິດ ຝຣັ່ງ ແລະ ປະຊາຊົນຝຣັ່ງ ທີ່ຮັກຫອມສັນຕິພາບ ຈົນກ້າວໄປສູ່ການເຊັນສັນຍາເຊີແນວ ກ່ຽວກັບ ອິນດູຈີນ ຂຶ້ນໃນປີ 1954 ເຊິ່ງເປັນການຍຸດຕິແອກປົກຄອງ 60 ປີ ຂອງລ່າເມືອງຂຶ້ນຝຣັ່ງ, ໄດ້ເຮັດໃຫ້ໂລກ ໄດ້ຮັບຮູ້ເອກະລັດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງລາວ, ຮັບຮູ້ ກອງກໍາລັງຮັກຊາດ ທີ່ຝຣັ່ງເອີ້ນວ່າ: ຝ່າຍປະເທດລາວ ເປັນກອງກໍາລັງທີ່ຖືກກົດໝາຍ.

 

ໃນປີ 1962 ໄດ້ຈັດກອງປະຊຸມຂຶ້ນທີ່ ເຊີແນວ ເພື່ອເຊັນສັນຍາເຊີແນວ ກ່ຽວກັບ ລາວ ເຊິ່ງເປັນເວທີສາກົນແຫ່ງການຕໍ່ສູ້ທາງການທູດ ຢ່າງລະອິດລະອ້ຽວ, ເຕັມໄປດ້ວຍອຸປະສັກ ແລະ ສິ່ງທ້າທາຍຫຼາຍຢ່າງຂອງລາວ ໃນການຜັນຂະຫຍາຍມະຕິ ຂອງສູນກາງພັກ ທີ່ໄດ້ວາງອອກຄື: ສັນຕິພາບ, ເປັນກາງ, ເອກະລາດ ແລະ ປະຊາທິປະໄຕ ທີແນໃສ່ໃຫ້ເກີດຄວາມຖືກຕ້ອງປອງດອງຊາດ ນຳພາໂດຍທ່ານ ກິນິມ ພົນເສນາ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຕ່ຕໍ່ມາ ທ່ານ ກິນິມ ພົນເສນາ ໄດ້ຖືກຄາດຕະກໍາ ໃນວັນທີ 1 ເມສາ 1963.

 

ໄລຍະຕໍ່ມາ ທ່ານ ພູມີ ວົງວິຈິດ ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຊິ່ງເປັນໄລຍະທີ່ຫຍຸ້ງຍາກສັບສົນທີ່ສຸດ ໃນການກະກຽມປົດປ່ອຍຊາດ ໄດ້ມີການເຊັນສັນຍາ ວຽງຈັນ ປີ 1973 ເຊິ່ງເປັນສັນຍາຢຸດຕິການເຮັດສົງຄາມອັນປ່າເຖື່ອນ ຂອງຈັກກະພັດຜູ້ຮຸກຮານ. ໃນໄລຍະນັ້ນ ໄດ້ກໍານົດນະໂຍບາຍເພີ້ມທະວີການເຄື່ອນໄຫວສາກົນ, ຍາດແຍ່ງການຊ່ວຍເຫຼືອຂອງບັນດາປະເທດ ສັງຄົມນິຍົມ ແລະ ປະຊາຊາດທີ່ຮັກຫອມສັນຕິພາບໃນໂລກ ແລະ ໃນກອງປະຊຸມສູນກາງພັກຄັ້ງທີ II (ປີ 1974) ໄດ້ວາງນະໂຍບາຍຍູ້ແຮງວຽກງານການຕ່າງປະເທດ ເຊິ່ງສາມາດບັງຄັບໃຫ້ຝ່າຍປໍລະປັກ ຕ້ອງຍອມຮັບເອົາໂຄງການດໍາເນີນງານ 10 ຂໍ້ ຂອງລັດຖະບານປະສົມ ເຊິ່ງນໍາພາໄປສູ່ ການລົບລ້າງ ລະບອບລາຊາທິປະໄຕ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂື້ນ ໃນວັນທີ 2 ທັນວາ 1975.

 

ມາຮອດໄລຍະ 1975-1993, ພາຍໄຕ້ການນຳຂອງທ່ານ ພູນ ສີປະເສີດ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ເຊິ່ງເປັນໄລຍະຮໍາບາດແຜສົງຄາມ, ປົກປັັກຮັກສາ ແລະ ສ້າງສາປະເທດຊາດ ໄດ້ມີການເຄື່ອນໄຫວການທູດທັງສອງຝ່າຍ ແລະ ຫຼາຍຝ່າຍ, ມີການພົວພັນກັບບັນດາປະເທດສັງຄົມນິຍົມ, ບັນດາປະເທດໃນພາກພື້ນ, ລັດທິທຶນນິຍົມ ແລະ ບັນດາປະເທດບໍ່ຮ່ວມກຸ່ມ. ໄລຍະນີ້ ຖືໄດ້ວ່າເປັນໄລຍະບາດລ້ຽວອັນສໍາຄັນໜຶ່ງ ຂອງການເຄື່ອນໄຫວດ້ານການທູດ ຂອງລາວເຮົາ, ທີ່ເຫັນໄດ້ເຖິງຜົນສໍາເລັດຂອງການທູດຢ່າງຈະແຈ້ງໂດຍສະເພາະແມ່ນ ເຫດການໄທບຸກຍຶດ 3 ບ້ານຂອງລາວ (ບ້ານໃໝ່, ບ້ານກາງ ແລະ ບ້ານສະຫວ່າງ) ແລະ ເຫດການຢູ່ບໍ່ແຕນ, ແຂວງໄຊຍະບູລີ ຂອງລາວເຮົາ ເຊິ່ງເຮັດໃຫ້ລາວເຮົາ ສາມາດຮັກສາໄດ້ເຊິ່ງຄວາມສະຫງົບລ້ຽບຕາມແນວຊາຍແດນ ແລະ ປົກປັັກຮັກສາໄດ້ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຕໍ່ອິດທິກໍາລັງປໍລະປັກ ໄດ້ຢ່າງສົມບູນ.

 

ໄລຍະປີ 1993-2006 ເຊິ່ງເປັນໄລຍະປະຕິບັດນະໂຍບາຍຈິນຕະນາການໃໝ່, ເປີດກວ້າງຕໍ່ສາກົນ. ນັບແຕ່ກອງປະຊຸມໃຫຍ່ຂອງພັກຄັ້ງທີ IV ປີ 1986, ຖືເປັນກອງປະຊຸມແຫ່ງການປ່ຽນແປງ ໃໝ່, ມີແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື. ມາຮອດປີ 1991, ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ V ໄດ້ໄຂຂື້ນທ່າມກາງສະພາບສາກົນມີຄວາມ ສັບສົນ ໂດຍສະເພາະ ອະດີດສະຫະພາບໂຊວຽດ ແລະ ສັງຄົມນິຍົມໃນເອີຣົບຕາເວັນອອກຫາກໍພັງທະລາຍລົງ, ພາຍໄຕ້ການຊີ້ນໍາ-ນໍາພາ ຂອງປະທານ ໄກສອນ ພົມວິຫານ, ພັກໄດ້ຢືນຢັນສືບຕໍ່ພາ ລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ ແລະ ຢືນຢັນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ກັບນາໆປະເທດຢ່າງສະເໝີຕົ້ນສະເໝີປາຍ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກສາກົນ, ເຮັດໃຫ້ສປປ ລາວ ໄດ້ຮັບເຂົ້າເປັນສະມາຊິກຂອງອາຊຽນ ໃນວັນທີ 23 ກໍລະກົດ 1997 ພ້ອມກັນນີ້ ເດືອນ ພະຈິກ 2004, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 10 ແລະ ໄດ້ຮັບຮອງເອົາແຜນປະຕິບັດງານວຽງຈັນ (Vientiane Action Plan) ວ່າດ້ວຍ ການຂັບເຄື່ອນການສ້າງປະຊາຄົມອາຊຽນ ຊຶ່ງແມ່ນທ່ານ ສົມສະຫວາດ ເລັ່ງສະຫວັດ ເປັນລັດຖະມົນຕີກະຊວງການຕ່າງປະເທດ ໃນຊ່ວງເວລາດັ່ງກ່າວ.

 

ໂດຍສືບຕໍ່ພາລະກິດວຽກງານການຕ່າງປະເທດແຕ່ ປີ 2006 ມາເຖິງປະຈຸບັນ ຊຶ່ງແມ່ນໄລຍະທີ່ສະພາບການພາກພື້ນ ແລະ ສາກົນມີການຜັນແປໄປຢ່າງສັບສົນ. ການທູດບຸກທະລຸ ແລະ ປ້ອງກັນເຫດ ຍິງມີບົດບາດສຳຄັນ ບວກກັບແນວທາງນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດ ຕະພາບ ແລະ ການຮ່ວມມື ກັບນາໆປະເທດຢ່າງສະເໝີຕົ້ນສະເໝີປາຍ” ໂດຍແນໃສ່ການຈັດຕັ້ງປະຕິບັດນະໂຍບາຍ ເພີ່ມມິດຫຼຸດ ຜ່ອນສັດຕູ, ຍົກສູງຖານະບົດບາດຂອງລາວເຮົາເທິງເວທີສາກົນໃຫ້ນັບມື້ນັບຫຼາຍຂື້ນ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກສາກົນໃຫ້ເປັນເຈົ້າພາບຈັດກອງປະຊຸມໃຫຍ່ລະດັບສາກົນຂື້ນຄື: ກອງປະຊຸມ ລັດພາຄີຂອງສົນທິສັນຍາວ່າດ້ວຍລະເບີດລູກຫວ່ານຄັ້ງປະຖົມມະລຶກທີ່ນະຄອນຫຼວງວຽງຈັນ ໃນປີ 2010 ເຊິ່ງແມ່ນຜົນງານການເຄື່ອນໄຫວການທູດຂອງລາວ ໃນການຍາດແຍ່ງການຊ່ວຍເຫຼືອກໍຄືໃຫ້ໂລກໄດ້ຮັບຮູ້ສົງຄາມປິດລັບຂອງຈັກກະພັດຜູ້ຮຸກຮານຢູ່ດິນແດນຂອງລາວ ໃນໄລຍະສົງຄາມອິນດູ ຈີນ ແລະ ໄດ້ຮັບຮອງເອົາຖະແຫຼງການວຽງຈັນ ແນໃສ່ສ້າງໂລກໃຫ້ປອດຈາກລະເບີດລູກຫວ່ານ ແລະ  ແຜນປະຕິບັດງານວຽງຈັນ 2011-2015. ໃນປີ 2012, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມ ສຸດຍອດ ອາຊີ-ເອີຣົບ ຄັ້ງທີ 9 ຫຼື ອາເຊັມ 9 ທີ່ນະຄອນຫຼວງວຽງຈັນ, ໂດຍມີຜູ້ນຳຂອງສອງທະວີບ ລວມທັງໝົດ 51 ຄະນະເຂົ້າຮ່ວມ ແລະ ຮັບຮອງເອົາສອງເອກະສານຄື: ຖະແຫຼງການວຽງຈັນ ວ່າດ້ວຍການຮັດແໜ້ນການເປັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາ ແລະ ບົດຖະແຫຼງຂອງປະທານກອງປະຊຸມສຸດຍອດອາເຊັມຄັ້ງທີ່ 9, ນອກຈາກນັ້ນ ຍັງມີກອງປະຊຸມປິ່ນອ້ອມ 3 ກອງປະຊຸມ ເຊັ່ນ: ກອງປະຊຸມ ລັດຖະສະພາ ອາຊີ-ເອີຮົບ ຄັ້ງທີ 07, ກອງປະຊຸມພາກປະຊາຊົນ ອາຊີ-ເອີຣົບ ຄັ້ງທີ 9 ແລະ ກອງປະຊຸມພາກທຸລະກິດ ອາຊີ-ເອີຣົບ ຄັ້ງທີ 13. ພ້ອມດຽວກັນນີ້ ປີ 2013, ສປປ ລາວ ໄດ້ຖືກຮັບເຂົ້າເປັນສະມາຊິກຂອງອົງການການຄ້າໂລກປະເທດທີ 158 ຢ່າງເປັນທາງການ.

 

ປະຕິບັດຕາມເນື້ອໃນການທູດແບບບຸກທະລຸ, ປະຈຸບັນສປປ ລາວ ເຮົາໄດ້ເປີດສະຖານທູດ ຢູ່ປະເທດ ອັງກິດ ຄືນໃໝ່, ຕາເວັນອອກກາງ ແລະ ຂະຫຍາຍການພົວພັນສູ່ ອາຟຣິກກາ ເຊິ່ງເຮັດໃຫ້ ສປປ ລາວ ມີສາຍພົວພັນການທູດກັບ 148 ປະເທດໃນໂລກ ມີສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ 41 ແຫ່ງ, ໃນນັ້ນ ມີ ສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 11 ແຫ່ງ ແລະ ກົງສຸນກິດຕິມະສັກ ຂອງ ສປປ ລາວ ຢູ່ຕ່າງປະເທດ 17 ປະເທດ; ອະນຸມັດໃຫ້ສ້າງຕັ້ງກົງສຸນກິດຕິມະສັກ ຂອງຕ່າງປະເທດ ຢູ່ ສປປ ລາວ 16 ປະເທດ; ຍົກລະດັບດ່ານໃຫ້ເປັນດ່ານສາກົນ ຈຳນວນ 4 ດ່ານ (ລານຕຸ້ຍ, ລະໄລ, ສາມຫຼ່ຽມຄໍາ ແລະ ພູດູ່), ມີພະນັກງານການທູດ ແລະ ພະນັກງານເຕັກນິກວິຊາ ສະເພາະ 973 ຄົນ, ຍິງ 286 ຄົນ ທີ່ປະຈໍາການຢູ່ທັງພາຍໃນ ແລະ ຕ່າງປະເທດ.

 

ບົດຮຽນໃນການ ດຳເນີນ ນະໂຍບາຍການຕ່າງປະເທດ: ທິດສະດີ ແລະ ພຶດຕິກຳ

  1. ການດຳເນີນ ແລະ ຜັນຂະຫຍາຍ ແນວທາງການຕ່າງປະເທດ ພາຍໄຕ້ແນວທາງ ຈີນຕະນາການໃໝ່ ຂອງພັກ ແຕ່ ປີ 1986 ເປັນຕົ້ນມາ
  2. ພຶດຕິກຳ ຕົວຈີງ ໃນການ ດຳເນີນ ແນວທາງການຕ່າງປະເທດ
  3. ການທູດຫລາຍຝ່າຍ

1.1. ສະຫະປະຊາຊາດ

1.2. ອາແຊມ

1.3. ອາຊຽນ

1.4. ການຮ່ວມມື ເສດະກິດ ຕາມຫລ່ຽມ ຕ່າງໆ

  1. ການທູດສອງຝ່າຍ

2.1.    ການພົວພັນກັບ ເພື່ອນມິດຍຸດທະສາດ ສັງຄົມນິຍົມ

2.1.1. ກັບ ຫວຽດນາມ

2.1.2. ກັບ ສປ ຈີນ

2.2.    ການພົວພັນກັບບັນດາມະຫາອຳນາດ

2.2.1. ກັບ ສະຫະລັດອາເມລິກາ

ກ.      ນະໂຍບາຍ ມະນຸດສະທຳ ຂອງ ພັກ ໃນການໃຫ້ການຮ່ວມມື ຊອກຄົ້ນ ກະດູກ ທະຫານອາເມລິ ການ ທີ່ ຫາຍສາບສູນ ປາງສົງຄາມໃນປະເທດເຮົາ;

ຂ.       ການຕໍ່ສູ້ ແບບຄ່ອງແຄ້ວຈຳໃຫ້ ອາເມລິການຕ້ອງ ມາຊ່ວຍ ເກັບກູ້ລະເບີດຕົກຄ້າງ ໂດຍບໍ່ປະເຊີນເຊີ່ງໜ້າ ແຕ່ ຫັນໄປເຂົ້າຮ່ວມເປັນປະເທດພາຄີ ສົນທິສັນຍາລະເບີດບົມບີ (ສົນທິສັນຍາ ອົດສະໂລ) ແລະ ການເປັນເຈົ້າພາບຈັດ ກອງປະຊຸມ ຄັ້ງທຳອິດ ຂອງ ລັດພາຄີ ສົນທິສັນຍາ ອົດສະໂລ;

2.2.2. ສະຫະພາບ ຣັດເຊັຍ

2.2.3.​ ກັບ ຍິປຸ່ນ

2.2.4. ອີນເດຍ

2.2.5. ຝຣັ່ງ

2.2.5. ອັງກິດ

2.3.1  ການຫັດແໜ້ການພົວພັນຮ່ວມມືກັບ ບັນດາປະເທດ ເພື່ອນບ້ານ

2.4.1  ການພົວພັນກັບບັນດາປະເທດ ໃຫ້ທືນການຊ່ວຍເຫລືອ

2.5.1  ບາງປະເທດຕ້ອງເອົາໃຈໃສ່ ສະເພາະ

ກ. ລຸກຊຳບວກ

ຂ. ສະວິດສ

ຄ. ນອກແວ

  1. ການທູດຊ່ອງທາງທີ່ສອງ (Track II Diplomacy)
  2. ວຽກຂົນຂວາຍ ຄົນລາວຢູ່ຕ່າງປະເທດ
  3. ວຽກຕໍ່ສູ້ການເມືອງ, ໂຄສະນາ ຖະແຫລງຂ່າວ ຍາດແຍ່ງຫາງສຽງ ແລະ ຕອບໂຕ້ຂ່າວ

 III. ບົດຮຽນ ທີ່ຖອດຖອນໄດ້

  1. ການທູດປ້ອງກັນເຫດ
  2. ການທູດເສດຖະກິດ
  3. ການຍາດແຍ່ງການຊ່ວຍເຫລືສາກົນ
  4. ການທູດປະຊາຊົນ
  5. ການຕໍ່ສູ້ ແບບຄ່ອງແຄ້ວຈຳໃຫ້ ອາເມລິກາ ຕ້ອງຫັນມາຊ່ວຍ ເກັບກູ້ລະເບີດຕົກຄ້າງ ນັບມື້ນັບຫລາຍ ໂດຍບໍ່ປະເຊີນເຊີ່ນໜ້າ ແຕ່ ຫັນໄປເຂົ້າຮ່ວມເປັນປະເທດພາຄີ ສົນທິສັນຍາລະເບີດບົມບີ (ສົນທິສັນຍາ ອົດສະໂລ)
  6. ການເປັນເຈົ້າພາບຈັດກອງປະຊຸມຄັ້ງທຳອິດ ຂອງ ລັດພາຄີ ສົນທິສັນຍາ ອົດສະໂລ
  7. ນຳໃຊ້ ພະນັກງານ ອາວຸໂສບຳນານ ທີ່ມີ ປະສົບປະການ ແລະ ບົດຮຽນ ເຂົ້າໃນວຽກງານການທູດ.

ໂດຍ ທ່ານທຸດ ຢົງ ຈັນທະລັງສີ

ແຈ້ງການ

    

* ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 30 ພຶດສະພາ 2024 (27 ພຶດສະພາ 2024)

  

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
493481
ມື້ນີ້152
ມື້ວານ296
ອາທິດນີ້1178
ເດືອນນີ້6874