ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວອື່ນໆ

ກອງປະຊຸມເວທີຄັງປັນຍາລະດັບສູງ ຈີນ-ອາຊຽນ “China-ASEAN High Level Think Tank Forum”

 

IFAmeetingVDO1

IFAmeetingVDO2

 

ໃນວັນທີ 11 ທັນວາ 2021 ທີ່ ສະຖາບັນການຕ່າງປະເທດ, ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີ ພ້ອມຄະນະໄດ້ເຂົ້າຮ່ວມກອງປະຊຸມເວທີຄັງປັນຍາລະດັບສູງ ຈີນ-ອາຊຽນ China-ASEAN High Level Think Tank Forum. ໃນພິທີເປີດກອງປະຊຸມດັ່ງກ່າວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວຄຳປາໄສ ໂດຍໄດ້ຍົກໃຫ້ເຫັນ ການເປັນຄູ່ຮ່ວມມືເຊື່ອໝັ້ນເຊິ່ງກັນແລະກັນ ລະຫວ່າງ ອາຊຽນ-ຈີນ ຕະຫຼອດໄລຍະ 30 ປີຜ່ານມາ ໂດຍ ຄຳນຶງເຖິງຕ່າງຝ່າຍຕ່າງມີຜົນປະໂຫຍດ. ໃນໂອກາດກອງປະຊຸມລະນຶກການສ້າງຕັ້ງຄູ່ຮ່ວມມືອາຊຽນ-ຈີນ ຄົບຮອບ 30 ປີທີ່ຜ່ານມາ, ສອງຝ່າຍໄດ້ຕົກລົງສ້າງຕັ້ງຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ ຊຶ່ງເປັນການເປີດສັງກາດໄໝ່ຂອງການຮ່ວມມື ອາຊຽນ-ຈີນ, ສົ່ງເສີມຈັດຕັ້ງປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ຂໍ້ລິເລີ່ມ ໜຶ່ງແລວ, ໜຶ່ງເສັ້ນທາງ.

ກອງປະຊຸມສໍາມະນາດັ່ງກ່າວ ຍັງເປັນການຮັດແໜ້ນການພົວພັນ ລະຫວ່າງ ອາຊຽນ- ຈີນ ໃຫ້ມີຄວາມ ແໜ້ນແຟ້ນ ແລະ ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ດ້ານເສດຖະກິດ, ການຄ້າ-ການລົງທຶນ ແລະ ດ້ານວັດທະນະທຳ-ສັງຄົມ ໃຫ້ປະກົດຜົນເປັນຈິງ ເພື່ອນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຂົງເຂດ ອາຊຽນ ແລະ ຈີນ.

ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອວັກຊິນ ແລະ ລົດຂົນສົ່ງວັກຊິນ ຈາກລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອປ້ອງກັນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19

 

CamDonateVacToLaos1CamDonateVacToLaos2

CamDonateVacToLaos3

 

ໃນຕອນເຊົ້າຂອງວັນທີ 03ທັນວາ 2021, ທີ່ ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ, ໄດ້ມີພິທີມອບ-ຮັບ ວັກແຊງ ແລະ ລົດຂົນສົ່ງວັກແຊງ ຈາກລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ໂດຍປະກອບມີ ວັກແຊງ ຊີໂນແວກ ຈຳນວນ 500.000 ໂດສ ແລະ ລົດຂົນສົ່ງວັກແຊງຈໍານວນ 03 ຄັນ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຕ້ານແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ສປປລາວ ໃນປະຈຸບັນ.

ອ່ານເພີ່ມເຕີມ... 

ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ເມືອງວາລາດີວັດສະຕົກ, ສະຫະພັນ ຣັດເຊຍ ພົບປະກັບນັກສຶກສາຄະນະພົວພັນສາກົນ ແລະ ກົດຫມາຍ

 

20211011 Lao Emb To Russia-1

ອ່ານເພີ່ມເຕີມ... 

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
421849
ມື້ນີ້206
ມື້ວານ183
ອາທິດນີ້104
ເດືອນນີ້7691