ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການທູດລາວ ກັບ ການພັດທະນາ

 

“ການທູດລາວ ກັບ ການພັດທະນາ” ແມ່ນຊຸດບົດຂຽນທີ່ເນັ້ນໃສ່ຜົນສຳເລັດຂອງການເຄື່ອນໄຫວຕ່າງ ປະເທດທີ່ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໄລຍະຜ່ານມາ.  ພ້ອມດຽວກັນກໍຈະຊີ້ໃຫ້ເຫັນເຖິງການຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ-ລັດໃນແຕ່ລະໄລຍະ ຊຶ່ງສະແດງອອກໃນການເຄື່ອນໄຫວຕ່າງປະເທດ ແບບ

ກາຍະອິນຊີ ລະຫວ່າງ ກະຊວງການຕ່າງປະເທດກັບບັນດາກະຊວງ-ຂະແໜງການ ແລະທ້ອງຖິ່ນ.  ເຖິງແນວ ໃດກໍຕາມ, ບົດນີ້ຈະບໍ່ໄດ້ລົງເລິກລະອຽດ ກ່ຽວກັບລັກສະນະກວມລວມຂອງການ ເຄື່ອນໄຫວການທູດຊຶ່ງມີ ຫລາກຫລາຍ ເປັນຕົ້ນແມ່ນ ການທູດລະດັບສຸດຍອດ (summit diplomacy), ການທູດດ້ານການເມືອງ-ຄວາມໝັ້ນຄົງ, ການທູດເສດຖະກິດ-ການຄ້າ, ການທູດປະຊາຊົນ, ການທູດວັດທະນະທຳ ແລະອື່ນໆ, ແຕ່ໃນຊຸດບົດຂຽນນີ້ຈະເນັ້ນໃສ່ ການເຄື່ອນໄຫວທີ່ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ໂດຍການນຳເອົາບາງຕົວ ຢ່າງບາງໂຄງການໃຫຍ່ໆມາແບ່ງປັນໃຫ້ຊາບນຳກັນ.  ການຂຽນແຕ່ລະບົດຈະອີງໃສ່ ປະສົບການສ່ວນຕົວແລະຂໍ້ມູນທີ່ ເກັບກຳຈາກຫລາຍແຫລ່ງທີ່ເຊື່ອຖືໄດ້. ສຳລັບບົດປະຖົມມະລືກນີ້ ໄດ້ເລືອກ ຂຽນກ່ຽວກັບ ລົດໄຟ ລາວ-ຈີນ ປະກອບ ສ່ວນເຮັດໃຫ້ໂຄງການສ້າງ ທາງລົດໄຟເຊື່ອມຕໍ່ລະຫວ່າງ ສິງກະໂປ-ຄຸນໝິງ ກາຍເປັນຈິງໄດ້ແນວໃດ ແລະຈະນຳເອົາ ຜົນປະໂຫຍດມາlສູ່ ສປປ ລາວ ແລະ ພາກພື້ນແນວໃດ?

         

ໃນປີ 1995, ທ່ານ ຄຳໄຕ ສີພັນດອນ, ໃນຖານະຫົວໜ້າລັດຖະບານ ໄດ້ເຂົ້າຮ່ວມກອງປະຊຸມ ສຸດຍອດຄັ້ງທຳອິດລະຫວ່າງ ອາຊຽນ ແລະ ກຳປູເຈຍ-ລາວ-ມຽນມາ ທີ່ ບາງກອກ ພາຍໃຕ້ຂອບການ ຮ່ວມມືພັດທະນາບັນດາປະເທດອ່າງແມ່ນໍ້າຂອງ (ASEAN Mekong Basin Development Cooperation). ໜຶ່ງໃນວາລະສຳຄັນທີ່ກອງປະຊຸມນີ້ໄດ້ປຶກສາຫາລືກັນກໍແມ່ນການຮ່ວມມື ພັດທະນາ ບັນດາປະເທດທີ່ນອນຢູ່ໃນພາກພື້ນ ອາຊີ ອາຄະເນ ໂດຍສະເພາະກໍແມ່ນສາມປະເທດ (ລາວ-ກຳປູເຈຍ-ມຽນມາ) ທີ່ຍັງເປັນຜູ້ສັງເກດການຂອງ ອາຊຽນ ຢູ່ນັ້ນໃຫ້ມີລະດັບການພັດທະນາ   ເສດຖະກິດ-ສັງຄົມສູງກວ່ານີ້. ໃນເວລາດຽວກັນ ກໍແມ່ນຄວາມພະຍາຍາມເຮັດໃຫ້ຄວາມແຕກໂຕນ ກັນທາງດ້ານການພັດທະນາລະຫວ່າງສະມາຊິກ ອາຊຽນເກົ່າ ແລະສາມປະເທດສັງເກດການຂອງ ອາຊຽນ ໃຫ້ນັບມື້ນັບຮັດແຄບເຂົ້າ. ນອນຢູ່ໃນວາລະການຮ່ວມມືພັດທະນາອ່າງແມ່ນໍ້າຂອງນີ້, ບັນດາຜູ້ນຳຕ່າງກໍເຫັນຄວາມສຳຄັນຂອງການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນແມ່ນເຊື່ອມຕໍ່ກັນ ທາງຖະໜົນແລະທາງລົດໄຟ. ສະເພາະທາງລົດໄຟ, ໃນໂອກາດກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ່ 5 ທີ່ ບາງກອກ, ປະເທດໄທ ບັນດາຜູ້ນຳ ອາຊຽນ ໄດ້ປຶກສາຫາລືແລະຕົກລົງຮັບຮອງເອົາໂຄງການ ສ້າງທາງລົດໄຟເລີ່ມຕົ້ນຈາກ ສິງກະໂປ ໄປຫາ ນະຄອນ ຄຸນໝິງ, ສປ ຈີນ ຊຶ່ງເປັນທີ່ຮູ້ກັນໃນຊື່ວ່າ ເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງ ສິງກະໂປ-ຄຸນໝິງ (Singapore-Kunming Rail Link ຫລື SKRL). ໂຄງການນີ້ແມ່ນຂໍ້ລິເລີ່ມຂອງ ທ່ານ ນາຍົກລັດຖະມົນຕີ ມະຫາເທຍ ໂມຮຳໝັດ (Mahathir Mohamad) ແຫ່ງ ມາເລເຊຍ.  ຫລັງຈາກກອງປະຊຸມສຸດຍອດ        ອາຊຽນ ຄັ້ງທີ 5 ສຳເລັດລົງແລ້ວ, ບັນດາຜູ້ນຳ ອາຊຽນ ກໍໄດ້ ເປີດກອງປະຊຸມສຸດຍອດອາຊຽນ ກັບ ລາວ, ກຳປູເຈຍ ແລະ ມຽນມາ. ໃນໂອກາດກອງປະຊຸມນັ້ນເອງ ອາຊຽນ ໄດ້ສະເໜີໂຄງການນີ້ແລະ ໄດ້ຊີ້ໃຫ້ເຫັນເຖິງ ເປົ້າໝາຍແລະຜົນປະໂຫຍດໃນຫລາຍດ້ານຂອງ ການເຊື່ອມຕໍ່ກັນຂອງເສັ້ນທາງລົດໄຟ ຕໍ່ ຜູ້ນຳຂອງ ລາວ, ກຳປູເຈຍ ແລະ ມຽນມາ ດັ່ງລຸ່ມນີ້:

  • ເປົ້າໝາຍຕົ້ນຕໍ: ເປົ້າໝາຍຕົ້ນຕໍຂອງໂຄງການເຊື່ອມຕໍ່ເສັ້ນທາງລົດໄຟ ສິງກະໂປ-ຄຸນໝິງ ແມ່່ນເພື່ອໃຫ້ມີຮູບແບບໜຶ່ງຕື່ມໃສ່່ການຂົນສົ່ງທາງບົກຊຶ່ງເປັນຜົນດີຕໍ່ສ່ິ່ງແວດລ້ອມກວ່າການ ການຂົນສົ່ງທາງບົກທີ່ມີຢູແລ້ວ ແລະ ຈະເປັນຮູບແບບທີ່ມີປະສິດທິຜົນ ແລະ ປະຢັດກວ່່າ ສຳລັບການຂົນສົ່ງຂ້າມແດນຢູ່ພາຍໃນພາກພື້ນແລະນອກພາກພື້ນ.
  • ຜົນປະໂຫຍດຫລາຍໆດ້ານ: ເສັ້ນທາງລົດໄຟເຊື່ອມຕໍ່ ສິງກະໂປ-ຄຸນໝິງ ຈະເປີດໂອກາດໃຫ້ການຂົນສົ່ງທາງລົດໄຟມີບົດບາດໜຶ່ງທີ່ສຳຄັນເຂົ້າໃນການເຊື່ອມໂຍງກັນ ທາງດ້ານເສດຖະກິດ ແລະ ກະຕຸກຊຸກຍູ້ການຄ້າຂາຍ ໂດຍການເຮັດໃຫ້ການຂົນສົ່ງ ຄອນເທນເນີ (container) ທີ່ມີຢູ່ໃນປັດຈຸບັນລະຫວ່າງ ມາເລເຊຍ ແລະ ໄທ ໄປສູ່ຈຸດໝາຍປາຍທາງ ອື່ນໆ ຢູ່ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ. ໃນເວລາດຽວກັນ, ທັງພາກລັດ ແລະພາກທຸລະກິດກໍຈະໄດ້ຮັບຜົນປະໂຫຍດຈາກໂຄງການນີ້ ເພາະວ່າມັນຈະພາໃຫ້ສາມາດເຂົ້າສູ່ຕະຫລາດທີ່ໃຫຍ່ກວ່າ, ພ້ອມດຽວກັນກໍຈະຫລຸດຄ່າຂົນສົ່ງ ແລະຄ່າການຄ້າລົງ. ອີກດ້ານໜຶ່ງມັນຈະຊ່ອຍໃຫ້ສາມາດສ້າງເຄືອຂ່າຍກັບຕ່ອງໂສ້ອຸປະທານ ໃນພາກພື້ນແລະໃນ ຂອບເຂດທົ່ວໂລກ; ຊ່ອຍສ້າງຄວາມສະດວກຫລາຍກວ່າເກົ່າ ໃນການພົວພັນຮ່ວມມື ແລະ ການເຊື່ອມໂຍງດ້ານເສດຖະກິດ. ກວ້າງໄກກວ່າ ອາຊຽນ ໄປອີກ, ເມື່ອສຳເລັດການສ້າງທາງ ລົດໄຟເຊື່ອມຕໍ່ເຫລົ່ານີ້ແລ້ວ ມັນກໍຈະເຊື່ອມຕໍ່ທັງແຜ່ນດິນ ໃຫຍ່ຂອງ ອາຊຽນ ແລະ ອາຊຽນ ກັບຄູ່ການຄ້າ ຈີນ ແລະ ອິນເດຍ.

ໂດຍ: ທ່ານທູດ ໄຊຍະການ ສີສຸວົງ

----------------------------------------------------

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404541
ມື້ນີ້17
ມື້ວານ171
ອາທິດນີ້952
ເດືອນນີ້6581