ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມ ຄວາມເປັນມາຂອງ ວັນການທູດລາວ ( 12 ຕຸລາ 1945 ).

ວັນທີ 12 ຕຸລາ ໄດ້ຖືກກຳນົດໃຫ້ເປັນວັນການທູດລາວ ຢ່າງເປັນທາງການ ເຊິ່ງເປັນນິມິດຫມາຍແຫ່ງການເຄື່ອນໄຫວການຕ່າງປະເທດຂອງ ສປປ ລາວ 77 ປີມານີ້, ອັນໄດ້ພິສູດໃຫ້ເຫັນເຖິງຂະບວນວິວັດທີ່ຕິດພັນກັບການຕໍ່ສູ້ຂອງປະຊາຊົນລາວ ທັງທາງດ້ານການເມືອງ, ການຈັດຕັ້ງ ແລະ ພຶດຕິກຳອັນອຸດົມສົມບູນຂອງພັກປະຊາຊົນປະຕິວັດລາວ,

ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນໄຊຊະນະອັນສະຫງ່າງາມໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄືການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍຍຶດໝັ້ນແນວທາງ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ຢ່າງສະເໝີຕົ້ນສະເໝີປາຍ, ປະຕິບັດນະໂຍບາຍເປີດກວ້າງການພົວພັນຮ່ວມມື ແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ, ທັງປະຕິບັດທິດນຳ “ເພີ່ມມິດຫຼຸດຜ່ອນສັດຕູ” ຕາມແນວທາງການປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ; ສືບຕໍ່ລົງເລິກປະຕິບັດຄໍາຂວັນການຕ່າງປະເທດ ທີ່ວ່າ: “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ” ຢ່າງໄດ້ຮັບຜົນດີເປັນກ້າວໆມາ; ອັນພົ້ນເດັ່ນແມ່ນການເສີມຂະຫຍາຍການພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີໝາກຜົນຕົວຈິງຢ່າງເລິກເຊິ່ງ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ປະເທດເພື່ອນມິດຕ່າງໆໃນທົ່ວໂລກ; ໃນນັ້ນວຽກງານການທູດສອງຝ່າຍ, ຫຼາຍຝ່າຍ ແລະ ການທູດປະຊາຊົນ ຕ່າງກໍໄດ້ສືບຕໍ່ມີໝາກຜົນຢ່າງຕໍ່ເນື່ອງ.

 

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດທີ່ເປັນປະຫັວດສາດຂອງຊາດລາວເຮົາ, ທີ່ເຮັດໃຫ້ປະຊາຄົມໂລກ ຮັບຮູ້ເຖິງ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ, ທັງເປັນວັນປະກາດເອກະລາດຄັ້ງທຳອິດຂອງລາວເຮົາ, ເຊິ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ສາກົນຮັບຮູ້ຄວາມເປັນເອກະລາດຂອງລາວ ທີ່ບໍ່ເຄີຍຖືກຮັບຮູ້ຈາກສາ ກົນມາເປັນເວລາຫຼາຍຮ້ອຍປີ ເນື່ອງຈາກຕົກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກຳລັງປະກອບອາວຸດ ບວກກັບການຕໍ່ສູ້ທາງການເມືອງ, ຄວາມສາມັກຄີຕໍ່ສູ້ສັດຕູໂຕດຽວກັນຂອງສາມຊາດອິນດູຈີນ ແມ່ນແບບຢ່າງທີ່ຫາໄດ້ຍາກ ໃນປະຫວັດສາດການພົວພັນສາກົນຂອງໂລກ. ເຫດ ການ ວັນທີ 12 ຕຸລາ ມັນໄດ້ສ່ອງແສງເຖິງຄວາມສະຫຼາດສ່ອງໃສ ຂອງການນຳພາຕໍ່ສູ້ຂອງການນຳລາວເຮົາຮຸ່ນກ່ອນໆ ທີ່ມີຈິດໃຈຮັກຊາດ, ຮັກຄວາມເປັນເອກະລາດ, ຕໍ່ສູ້ປົດແອກປົກຄອງຂອງພວກຮຸກຮານຕ່າງຊາດ, ເຊິ່ງທ່ານ ປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພານຸວົງ ເປັນແກນນຳລາວຮຸ່ນບຸກເບີກ ໃຫ້ແກ່ວຽກງານການທູດລາວເຮົາ.

         

ພາຍຫຼັັງປະກາດເອກະລາດໂຮມລາວ ວັນທີ 12 ຕຸລາ 1945, ລັດຖະບານລາວອິດສະຫຼະ ໄດ້ປະກາດນະໂຍ ບາຍ 12 ຂໍ້, ເຊິ່ງໃນນັ້ນ ຂໍ້ທີ 10 ແມ່ນເວົ້າເຖິງວຽກງານການຕ່າງປະເທດ ທີ່ກຳນົດເອົານະໂຍບາຍການຕ່າງປະເທດ ອັນທຳອິດຂອງລັດຖະບານລາວອິດສະຫຼະ ຄື: ຜູກມິດກັບທຸກປະເທດທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງລາວ ບົນພື້ນຖານຫຼັກການສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ນັບຈາກນັ້ນມາ, ວຽກງານການຕ່າງປະເທດ ກໍເປັນຂະແໜງການໜຶ່ງ ທີ່ສືບຕໍ່ມີບົດບາດສຳຄັນທີ່ໄດ້ຕິດພັນກັບຂະບວນການຕໍ່ສູ້ກູ້ຊາດ ພ້ອມທັງປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໄລຍະແຕ່ກ່ອນປີ 2013, ພວກເຮົາ ຍັງບໍ່ທັນໄດ້ກຳນົດວັນການທູດຂອງລາວ, ໃນຂະນະທີ່ ຂະແໜງການອື່ນໆ ຕ່າງກໍມີວັນສ້າງຕັ້ງຂະແໜງການຂອງຕົນ. ນອກ ຈາກນີ້, ປະເທດອື່ນໆ ກໍໄດ້ມີວັນການທູດຂອງຕົນ. ສະນັ້ນ, ກະຊວງການຕ່າງປະເທດ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ຮ່ວມກັນຄົ້ນຄວ້າໂດຍອີງໃສ່ການເຄື່ອນໄຫວທາງດ້ານປະຫວັດສາດທີ່ສຳຄັນຂອງລາວ. ໃນປີ 2013 ກົມການເມືອງສູນກາງພັກໄດ້ອອກແຈ້ງການ ສະບັບເລກທີ 230/ຫສພ, ລົງວັນທີ 19 ມິຖຸນາ 2013 ແລະ ແຈ້ງການຂອງຫ້ອງວ່າການລັດຖະບານ ສະບັບເລກທີ 1102/ຫລບ.ກລຂ, ລົງວັນທີ 25 ກໍລະກົດ 2013 ວ່າດ້ວຍການກຳນົດເອົາວັນທີ 12 ຕຸລາ 1975 ເປັນວັນການທູດລາວ ຢ່າງເປັນທາງການ.

         

ຕັ້ງແຕ່ອະດີດ ຈົນເຖິງ ປັດຈຸບັນ, ນະໂຍບາຍການຕ່າງປະເທດຂອງລາວເຮົາ ແມ່ນຖືກກຳນົດອອກຢ່າງຖືກຕ້ອງ ແລະ ສອດຄ່ອງ ໃນແຕ່ລະຍຸກແຕ່ລະສະໄຫມ ເພື່ອຮັບໃຊ້ການເຄື່ອນໄຫວການທູດແບບພາວະວິໄສ ກໍຄືຖືກກັບສະພາບການພາຍໃນປະເທດ, ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ. ໃນໄລຍະການຕໍ່ສູ້ກູ້ຊາດ, ວຽກງານການທູດ ແມ່ນຕິດພັນກັບປະຊາຊົນ ຫຼື ເອີ້ນວ່າ ການທູດປະຊາຊົນ, ເຊິ່ງການນຳຮຸ່ນກ່ອນ ໄດ້ນຳໃຊ້ເພື່ອຂົນຂວາຍ ແລະ ປຸກລະດົມນ້ຳໃຈຮັກຊາດຂອງປະຊາຊົນລາວບັນດາເຜົ່າ ບົນພື້ນຖານການໃກ້ຊິດຕິດແທດກັບປະຊາຊົນຢ່າງແທ້ຈິງ ຈົນເຮັດໃຫ້ສາມາດເຕົ້າໂຮມປະຊາຊົນ ເພື່ອລຸກຮືຂຶ້ນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ແລະ ຈົນໃນທີ່ສຸດ ກໍ່ສາມາດສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ທີ່ທົ່ວໂລກໄດ້ຮັບຮູ້. ໃນສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງໄວວາ, ສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ; ເຖິງວ່າທ່າອ່ຽງຂອງໂລກຍັງເເມ່ນສັນຕິພາບ ເເລະ ການຮ່ວມມື ເພື່ອການພັດທະນາ, ເເຕ່ໂລກກໍກໍາລັງປະເຊີນໜ້າກັບສິ່ງທ້າທ້າຍຕ່າງໆ ແລະ ໄພຂົ່ມຂູ່ທີ່ເກີດຈາກການແຂ່ງຂັນ ລະຫວ່າງ ບັນດາປະເທດມະຫາອຳນາດ, ເຊິ່ງເປັນສາເຫດໃຫ້ເກີດມີຄວາມບໍ່ສະຫງົບ, ທ້າທາຍຕໍ່ສັນຕິພາບ ແລະ ເຮັດໃຫ້ເກີດວິກິດການດ້ານເສດຖະກິດ ໃນພາກພື້ນ ແລະ ສາກົນ.

 

ນອກນັ້ນ, ການເຄື່ອນໄຫວວຽກງານການທູດຮັບໃຊ້ເສດຖະກິດ ກໍ່ເປັນວຽກງານໜຶ່ງທີ່ຖືກຮັບຮອງໃນກອງປະຊຸມວຽກງານຕ່າງປະເທດຄັ້ງທີ 14 ເພື່ອຍົກລະດັບການເຄື່ອນໄຫວການທູດຕິດພັນກັບການພັດທະນາເສດ ຖະກິດໃຫ້ດີຂຶ້ນຕື່ມ, ເພື່ອເຮັດໃຫ້ການເຄື່ອນໄຫວຂົນຂວາຍການພົວພັນຮ່ວມມືທາງດ້ານເສດຖະກິດ, ດຶງດູດການຄ້າ-ການລົງທຶນ ແລະ ການຊ່ວຍເຫລືອຈາກຕ່າງປະເທດທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ໄດ້ຮັບຫມາກ ຜົນຫລາຍຂຶ້ນ, ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ ແລະ ຕໍ່ໜ້າ.

         

ຕະຫຼອດໄລຍະ 77 ປີ ມານີ້, ການເຄື່ອນໄຫວການຕ່າງປະເທດ ໄດ້ປະກອບສ່ວນອັນສຳຄັນຕໍ່ຜົນສຳເລັດຂອງການປະຕິວັດຊາດ ປະຊາທິປະໄຕ ໂດຍການສົມທົບກັນ ລະຫວ່າງ ກຳລັງປະກອບອາວຸດ ແລະ ການຕໍ່ສູ້ການ ເມືອງທີ່ແຍກອອກຈາກກັນບໍ່ໄດ້. ໝາກຜົນລວມຍອດຂອງການປະສານສົມທົບກັນ ລະຫວ່າງ ກ້ອນກຳລັງປະກອບອາວຸດ ແລະ ການຕ່າງປະເທດ ມີສ່ວນຕັດສິນຊີ້ຂາດ ຕໍ່ການສ້າງຕັ້ງ ສປປ ລາວ. ຕົກມາໃນໄລຍະໃໝ່, ບົດບາດຂອງການເຄື່ອນໄຫວການທູດລາວ ຍິ່ງພົ້ນເດັ່ນຂຶ້ນກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເປັນເຈົ້າການເຄື່ອນໄຫວເພື່ອການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

 

ມາຮອດປັດຈຸບັນ, ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 148 ປະເທດ (ຈາກ 193 ປະເທດ) ທົ່ວໂລກ; ມີສຳນັກງານຕາງໜ້າການທູດຢູ່ຕ່າງປະເທດ 41 ແຫ່ງ (ໃນນີ້ມີສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສູນ 01 ແຫ່ງ), ກົງສູນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 19 ແຫ່ງ. ສະຖານທູດຕ່າງປະເທດ ທີ່ມີສຳນັກງານຢູ່ລາວ 28 ແຫ່ງ, ກົງສູນໃຫຍ່ 6 ແຫ່ງ, 18 ອົງການຈັດຕັ້ງສາກົນ ທີ່ຂຶ້ນກັບລັດຖະບານ ແລະ ມີກົງສູນກິດຕິິມະສັກ 18 ປະເທດ ປະຈຳຢູ່ລາວ. ມີການພົວພັນກັບພັກການເມືອງ 139 ພັກ (ຈາກ 85 ປະເທດ) ໃນໂລກ; ມີ 19 ສະມາຄົມມິດຕະ ພາບກັບຕ່າງປະເທດ ແລະ 01 ຄະນະສັນຕິພາບ ແລະ ສາມັກຄີລາວກັບຕ່າງປະເທດ. ໄດ້ເຊັນສັນຍາຍົກເວັ້ນວິຊາກັບ 48 ປະເທດ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ, ຍົກເວັ້ນວິຊາສອງຝ່າຍ ສຳລັບຜູ້ຖື  ໜັງສືຜ່ານແດນທຳມະດາ ໃຫ້ກັບ 11 ປະເທດ ( 9 ປະເທດສະມາຊິກອາຊຽນ, ລັດເຊຍ ແລະ ມົງໂກລີ) ແລະ ຍົກເວັ້ນວິຊາຝ່າຍດຽວ ສຳລັບຜູ້ຖືໜັງສືຜ່ານແດນທຳມະດາ ໃຫ້ກັບ 04 ປະເທດ ( ຍີ່ປຸ່ນ, ສ.ເກົາຫຼີ, ລຸກຊຳບວກ ແລະ ສະວິດເຊີແລນ).

         

ເວົ້າລວມແລ້ວ, ການເຄື່ອນໄຫວວຽກງານການຕ່າງປະເທດ ຢ່າງຕັ້ງໜ້າຮອບດ້ານຂອງ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຕະຫຼອດໄລຍະ 77 ປີ ມານີ້ ສາມາດຕໍ່ສູ້ຍາດແຍ່ງການຮັບຮູ້ຢ່າງກວ້າງຂວາງຈາກສາກົນ ອັນໄດ້ຍົກສູງບົດບາດອິດທິພົນ ແລະ ກຽດສັກສີຂອງ ສປປ ລາວ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມພາຍນອກ ທີ່ເອື້ອອຳນວຍໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດລາວເຮົາ. ພ້ອມນີ້, ຜົນງານ ແລະ ຜົນສຳເລັດອັນໃຫຍ່ຫຼວງຂອງການເຄື່ອນໄຫວວຽກງານການທູດ ທີ່ສາມາດຍາດມາໄດ້ນັ້ນ ກໍແມ່ນຍ້ອນແນວທາງອັນຖືກຕ້ອງ ສອດຄ່ອງ ຂອງພັກ-ລັດ, ຍ້ອນການຊີ້ນຳ-ນຳພາ ຢ່າງໃກ້ຊິດຕິດແທດ, ໂດຍກົງ ແລະ ຮອບດ້ານ ຂອງກົມການເມືອງສູນກາງພັກ ໃນແຕ່ລະຍຸກແຕ່ລະສະໄໝ ແລະ ການຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດຂອງ ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ອົງການຈັດຕັ້ງມະຫາຊົນ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ກໍຄື ຄວາມຮັບຜິດຊອບ ແລະ ການຮ່ວມແຮງຮ່ວມໃຈຂອງພະນັກງານ, ທະຫານ, ຕຳຫຼວດ ແຕ່ສູນກາງຮອດທ້ອງຖິ່ນ, ຍ້ອນການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກທຸລະກິດ, ຜູ້ປະກອບການ ຕະຫຼອດເຖິງ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ລວມທັງຄົນລາວຢູ່ຕ່າງປະເທດ ທີ່ໄດ້ປະກອບສວ່ນອັນສຳຄັນເຂົ້າໃນຜົນສຳເລັດ ຂອງວຽກງານການຕ່າງປະເທດ ຂອງ ສປປ ລາວ ຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ.

ພະເເນກໂຄສະນາ ເເລະ ປະຊາສຳພັນ

ກົມການຂ່າວ

----------------------------------------------------

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484501
ມື້ນີ້17
ມື້ວານ188
ອາທິດນີ້939
ເດືອນນີ້3806