ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂໍ້ລິເລິ່ມ “ໜຶ່ງແລວ,ໜຶ່ງເສັ້ນທາງ ’’ ຄືເສັ້ນທາງເຊື່ອມຈອດສູ່ຄວາມສີວິໄລ ຜາສຸກຂອງມວນມະນຸດ

ທ່ານ ປະທານ ສີ ຈິ້ນ ຜິງ, ໄດ້ຫວນຄືນເຖິງຜົນສໍາເລັດຂອງເສັ້ນທາງສາຍໄໝກ່ອນໜ້ານີ້ 2.000 ປີ ທີ່ໄດ້ສະແດງໃຫ້ເຫັນວ່າ ພວກເຮົາສາມາດທີ່ຈະເດີນທາງໄປເຖິງມິດຕະພາບ, ການພັດທະນາຮ່ວມກັນ, ສັນຕິພາບຄວາມປອງດອງ ແລະ ອະນາຄົດທີ່ດີຂຶ້ນກວ່າເກົ່າ ເຊິ່ງທ່ານໄດ້ກ່າວວ່າ: ວິໄສທັດໃນການສ້າງ “ ໜຶ່ງແລວ, ໜຶ່ງເສັ້ນທາງ” ແມ່ນເພື່ອສ້າງເສັ້ນທາງເພື່ອສັນຕິພາບ, ໜຶ່ງເສັ້ນທາງເພື່ອການພັດທະນາ, ໜຶ່ງເສັ້ນທາງເພື່ອການເປີດກວ້າງຂຶ້ນ, ໜຶ່ງເສັ້ນທາງເພື່ອນະວັດຕະກຳ ແລະ ໜຶ່ງເສັ້ນທາງເພື່ອການເຊື່ອມຈອດກັບຄວາມສີວິໄລທີ່ແຕກຕ່າງກັນ. ທ່ານປະທານ ສີ ຈິ້ນຜິງ, ຜູ້ທີ່ມີວິໃສທັດເບິ່ງກວ້າງແນມໄກ ແຕ້ມແຜນວາດເສັ້ນທາງກ້າວເດີນໄປຂ້າງໜ້າໃຫ້ມວນມະນຸດທັງໂລກໄດ້ເດີນທາງໄປສູ່ຄວາມວັດທະນາຖາວອນ, ບ່ອນທີ່ອຸດົມຮັ່ງມີຜາສຸກ, ສັງຄົມມີຄວາມສີວິໄລ ແລະ ຍຸດຕິທຳ  ໄດ້ເຮັດໃຫ້ທຸກປະເທດຕ່າງກໍຍ້ອງຍໍຊົມເຊີຍ ແລະ ພ້ອມໃຈກັນເຂົ້າຮ່ວມເປັນສ່ວນນຶ່ງໃນການຈັດຕັ້ງປະຕິບັດແນວຄິດດັ່ງກ່າວນີ້ໃຫ້ເປັນຮູບປະທຳ ເພື່ອຍາດແຍ່ງເອົາຜົນປະ ໂຫຍດສູງສຸດມາໃຫ້ແກ່ປະເທດຂອງຕົນເອງ.

 

ການປະກົດຂຶ້ນຂອງຂໍ້ລິເລີ່ມ “ໜຶ່ງແລວ,ໜຶ່ງເສັ້ນທາງ” ແມ່ນຜະລິດຕະພັນອັນລວມຍອດຂອງຜູ້ນໍາທີ່ມີສາຍຕາອັນແຫຼມຄົມ ແລະ ແມ່ນສຸດຍອດແຫ່ງຈິນຕະນາການປຽບ ເໜືອນສິນໄຊຂອງຍຸກສະໄໝໃນວັນນະກຳຂອງລາວ ທີ່ມີຄວາມສະຫຼຽວສະຫຼາດ, ມີອິດທິລິດ, ວິຊາອາຄົມ ທີ່ບໍ່ມີບຸກຄົນໃດປຽບໄດ້. ຂໍ້ລິເລີ່ມ “ ໜຶ່ງແລວ, ໜຶ່ງເສັ້ນທາງ ” ແມ່ນຍຸດທະສາດແຫ່ງການເຊື່ອມໂຍງ-ເຊື່ອມຈອດທາງດ້ານການຄ້າ-ການລົງທຶນ ແລະ ການໄປມາຫາສູ່ກັນຂອງປະຊາຄົມທັງໂລກເຂົ້າຫາກັນ ເພື່ອພ້ອມກັນກ້າວສູ່ຄວາມຈະເລີນຮັ່ງມີຜາສຸກບົນເສັ້ນທາງຮ່ວມກັນທີ່ຕ່າງຝ່າຍຕ່າງມຸ້ງໜ້າສູ່ຄວາມສີວິໄລຈະເລີນກ້າວໜ້າ.

 

ນັບແຕ່ ປີ 2013  ພາຍຫຼັງການປະກາດສ້າງຕັ້ງແລວເສດຖະກິດ, ເສັ້ນທາງສາຍໄໝທາງບົກ ແລະ ເສັ້ນທາງສາຍໄໝທາງທະເລສັດຕະວັດທີ 21 ທີ່ເອີ້ນວ່າ: “ ໜຶ່ງແລວ, ໜຶ່ງເສັ້ນທາງ” ປັດຈຸບັນ ມີຫລາຍກວ່າ 149 ປະເທດ ແລະ 32 ອົງການຈັດຕັ້ງສາກົນ ທີ່ໄດ້ສະໜັບສະໜູນ ແລະ ລົງນາມເຂົ້າຮ່ວມໃນຂໍ້ລິເລີ່ມດັ່ງກ່າວ. ນອກນັ້ນ, ຍັງມີການລົງນາມເອກະສານ ຫລາຍກວ່າ 200 ສະບັບ, ກວມເອົາກວ່າ 40% ຂອງລວມຍອດຜະລິດຕະພັນພາຍໃນຂອງໂລກ, ມີ 181 ໂຄງການ ທີ່ຖືກຈັດຕັ້ງປະຕິບັດໃນໄລຍະຜ່ານມາ. ພາຍຫຼັງການປະກົດຕົວຂື້ນຂອງແນວຄິດຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”, ກົນໄກທີ່ຂັບເຄື່ອນຂໍ້ລິເລິ່ມນີ້ ກໍໄດ້ຖືກສ້າງຕັ້ງຂຶ້ນ ໂດຍສະເພາະແມ່ນກອງທຶນເສັ້ນທາງສາຍໄໝ (Silk Road Fund) ແລະ ທະນາຄານເພື່ອການລົງທຶນພື້ນຖານໂຄງລ່າງອາຊີ (Asian Infrastructure Investment Bank ຫຼື AIIB) ເພື່ອແນໃສ່ສະໜອງດ້ານການເງິນ ແລະ ງົບປະມານໃນການຈັດຕັ້ງຜັນຂະຫຍາຍຂໍ້ລິເລີ່ມຂອງປະທານ ສີ ຈິ້ນຜິງ ໃຫ້ປະກົດຜົນເປັນຈິງ. ທະນາຄານເພື່ອການລົງທຶນພື້ນຖານໂຄງລ່າງອາຊີ ມີບົດບາດສໍາຄັນໃນການສະໜອງດ້ານການເງິນໃຫ້ແກ່ບັນດາປະເທດໃນການຮ່ວມຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”  ດ້ວຍອັດຕາດອກເບ້ຍຕໍ່າ ແລະ ເງື່ອນໄຂທີ່ເອື້ອອໍານວຍ ງ່າຍແກ່ການເຂົ້າເຖິງ. ທະນາຄານ AIIB ມີເງິນທຶນໜູນວຽນມະຫາສານ ປະມານ 100 ກວ່າຕື້້ໂດລາສະຫະລັດ, ມີສະມາຊີກຫລາຍກວ່າ 100 ປະເທດ.

 

ຕະຫຼອດໄລຍະ 09 ປີຜ່ານມາ, ການຈັດຕັ້ງປະຕິບັດຂໍ້ລິເລິ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”  ໄດ້ມີຜົນສໍາເລັດຢ່າງໜ້າເພີ່ງພໍໃຈ ແລະ ເປັນຮູບປະທຳໃນຫລາຍໆດ້ານ ອັນໄດ້ສ້າງບາດກ້າວ, ທ່ວງທ່າໃໝ່ໃນການພົວພັນການ ເມືອງສາກົນ ແລະ ເສດຖະກິດຂອງໂລກທາງດ້ານການເຊື່ອມໂຍງ-ເຊື່ອມຈອດເຂົ້າຫາກັນ, ເຊິ່ງເປັນພື້ນຖານເອື້ອອໍານວຍໃຫ້ແກ່ການຄ້າ-ການລົງທຶນຂອງໂລກ. ຕໍ່ຜົນສຳເລັດໃນໄລຍະເກືອບໜຶ່ງທົດສະວັດ ໄດ້ສະທ້ອນໃຫ້ເຫັນເຖິງໝາກຜົນຂອງການຮ່ວມມືພາຍໃຕ້ ຂໍ້ລິເລີ່ມ “  ໜຶ່ງແລວ, ໜຶ່ງເສັ້ນທາງ”  ເຂົ້າສູ່ລວງເລີກ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຈາກນາໆຊາດ ວ່າເປັນຂໍ້ລິເລີ່ມທີ່ດີເລີດປຽບເໜືອນເສັ້ນທາງທີ່ຈະນຳພາມວນມະນຸດໄປພົບກັບຄວາມສີວິໄລຮັ່ງມີຜາສຸກໃນອານາຄົດ. ການຈັດ ຕັ້ງປະຕິບັດຂໍ້ລິເລີ່ມດັ່ງນີ້ ເປັນການເປີດທາງ, ແສງສະຫວ່າງໃຫ້ແກ່ປະຊາຊາດໄດ້ກ້າວເດີນໄປຂ້າງໜ້າຢ່າງມີໄລຍະ, ມີທິດທາງທີ່ແນມເຫັນເປົ້າໝາຍແຫ່ງຄວາມສີວິໄລໄດ້ຢ່າງຊັດເຈນ. ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດຂໍ້ລິເລີ່ມແມ່ນມີບົດບາດສໍາຄັນຕໍ່ການພັດທະ ນາເສດຖະກິດ-ສັງຄົມຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ, ເຊິ່ງລັດຖະບານຈີນ ໄດ້ຖືສໍາຄັນສູງສຸດໃນການຮ່ວມຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ນີ້ ດ້ວຍການຈັດສັນ, ຄັດເລືອກເອົາບັນດາບໍລິສັດຊັ້ນນຳ, ຫົວໜ່ວຍທຸລະກິດ ທີ່ດີເລີດຂອງຈີນ ແລະ ຊ່ຽວຊານທີ່ມີຄວາມຊໍານິຊໍານານ ເຂົ້າໄປຮ່ວມຈັດຕັ້ງປະຕິບັດ ແລະ ຮ່ວມທຸລະກິດກັບປະເທດທີ່ໄດ້ຮັບການສະໜອງທຶນຮອນໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວນີ້ ທັງນີ້ກໍເພື່ອຫຼີກລຽງການແບກຫາບພາລະໝີ້ສິນໄລຍະຍາວຈາກການກູ້ຢືມຕ່າງໆ. ເຖິງແມ່ນວ່າຕະຫລອດ 09 ປີ ຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”  ຈະໄດ້ຮັບຜົນສໍາເລັດຫລາຍດ້ານກໍ່ຕາມ,ແຕ່ກໍຍັງຖືກຕໍານິວິຈານວ່າ ການສະໜອງທຶນໃຫ້ແກ່ບັນດາປະເທດທີ່ຮ່ວມຈັດຕັ້ງປະຕິບັດໂຄງ ການຕ່າງໆໄນຂອບຮ່ວມມືດັ່ງກ່າວ ແມ່ນເປັນກົນໄກກັບດັກໝີ້ສິນໃຫ້ແກ່ບັນດາປະເທດທີ່ກູ້ຢືມ. ໃນຄວາມເປັນຈິງແລ້ວ, ກ່ອນການລົງນາມໃນການກູ້ຢືມ, ປະເທດ ນັ້ນໆ ກໍໄດ້ມີການສຶກສາຄົ້ນຄວ້າເງື່ອນໄຂຕ່າງໆຢ່າງລະອຽດຖີ່ຖ້ວນຮອບດ້ານ ໂດຍມີການວາງວິໄສທັດ, ເປົ້າໝາຍ ແລະ ນະໂຍບາຍແຜນພັດທະນາເສດຖະກິດຂອງຕົນເອງຢ່າງຮອບດ້ານ. ສ່ວນຮູບແບບໃນການກູ້ຢືມບໍ່ວ່າຈະຢືມດ້ວຍຮູບການໃດ ຫລື ຢືມກັບປະເທດ ໃດ, ສະຖາບັນການເງິນໃດ ກໍລ້ວນແລ້ວແຕ່ມີເງື່ອນໄຂສະເພາະໃນການກູ້ຢືມ ເຊິ່ງອາດຈະມີຄວາມແຕກຕ່າງກັນ.

 

ສຳລັບ ສປປ ລາວ ແລ້ວ, ຂໍ້ລິເລິ່ມ “  ໜຶ່ງແລວ, ໜຶ່ງເສັ້ນທາງ”  ແມ່ນມີຄວາມສຳຄັນຫລາຍຕໍ່ຍຸດທະສາດການຫັນປ່ຽນສະຖານະພາບຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລ (Land - locked country) ສູ່ປະເທດທີ່ເຊື່ອມໂຍງ-ເຊື່ອມຈອດ (Land-linked country) ເພື່ອສ້າງບາດກ້າວບຸກທະລຸດ້ານການພັດທະນາເສດຖະກິດ ກໍຄືການເຊື່ອມຈອດກັບບັນດາປະເທດໃນອະນຸພາກພື້ນ ແລະ ໃນໂລກ. ສະນັ້ນ, ຈຶ່ງບໍ່ເປັນການແປກ ທີ່ ສປປ ລາວ ຈະສະໜັບສະໜູນຂໍ້ລິເລີ່ມດັ່ງກ່າວນີ້ ຕັ້ງແຕ່ເບື້ອງຕົ້ນ ໃນໂອກາດເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືຂັ້ນສູງ ຂໍ້ລິເລີ່ມ “ ໜຶ່ງແລວ, ໜຶ່ງເສັ້ນທາງ”   ຄັ້ງທີ 1 ໃນລະຫວ່າງວັນທີ 14-17 ພຶດສະພາ  2017 ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ ນໍາໂດຍພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຢຶນຢັ້ນວ່າ  “ຂໍ້ລິເລີ່ມ ໜຶ່ງແລວ, ໜຶ່ງເສັ້ັນທາງ ແມ່ນແທດເໝາະກັບນະໂຍບາຍການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຈອດກັບບັນດາປະເທດໃກ້ຄຽງ ແລະ ພາກພື້ນຂອງ ສປປ ລາວ, ໂດຍຜ່ານໂຄງການເສັ້ນທາງລົດໄຟລາວ-ຈີນ ທີ່ຈະເປັນກຸນແຈສໍາຄັນໃນການປົດລ໋ອກເພື່ອໃຫ້ບັນລຸຸນະໂຍບາຍດັ່ງກ່າວຂອງ ສປປ ລາວ ຜົນສຳເລັດຂອງການກໍ່ສ້າງ ເສັ້ນທາງລົດໄຟລາວ-ຈີນ ທີ່ໄດ້ປະກາດນຳໃຊ້ເປັນທາງການ ໃນວັນທີ 03 ທັນວາ 2021, ອັນເປັນຫຼັກຖານທີ່ສໍາຄັນ ແລະ ຢັ້ງຢືນເຖິງຄວາມໝັ້ນໝາຍຂອງລັດຖະບານລາວ ທີ່ມີຄວາມມຸ້ງມາດປາຖະໜານໍາພາປະເທດຫຼຸດພົ້ນຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລ ກາຍເປັນປະເທດເຊື່ອມຈອດທາງດ້ານຄົມ ມະນາຄົມກັບບັນດາປະເທດໃນອະນຸພາກພື້ນ ກໍຄືໃນໂລກ. ເສັ້ນທາງລົດໄຟລາວ-ຈີນ ປະກອບສ່ວນທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະໄດ້ຫັນປ່ຽນໂສມໜ້າໃໝ່ໃນການຄ້າ-ການລົງທຶນ, ການ ທ່ອງທ່ຽວ, ການຄົມມະນາ ຄົມຂອງລາວ ເຂົ້າກັບອະນຸພາກພື້ນ ເຊິ່ງຈະເປັນທ່າແຮງ ແລະ ກຸນແຈສໍາຄັນໃນການກະຕຸກຊຸກຍູ້ການຂະຫຍາຍຕົວເສດຖະກິດ ກໍຄືຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ນັບມື້ນັບດີໆຂື້ນ.

 

ສັງລວມແລ້ວ, ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”  ແມ່ນລວມຍອດຜະລິດພັນຂອງຍຸກສະໄໝທີ່ປະຊາຄົມໂລກມີຄວາມປາດຖະໜາມາຕັ້ງແຕ່ດົນນານ ເພື່ອນຳພາຄວາມສີວິໄລຮັ່ງມີຜາສຸກມາໃຫ້ມວນມະນຸດໃນໂລກ  ນີ້, ເຊິ່ງເຮັດໃຫ້ການພົວພັນ, ໄປມາຫາສູ່ກັນ ມີຄວາມສະດວກສະບາຍ ແລະ ຫລຸດຜ່ອນການສິ້ນເປື້ອງເວລາການເດີນທາງ ກໍຄືການຂົນສົ່ງສິນຄ້າມີຄວາມວ່ອງໄວ, ສະດວກສະບາຍຍິ່ງຂຶ້ນ. ຖ້າບໍ່ມີແນວຄິດຂໍ້ລິເລີ່ມນີ້, ສປປ ລາວ ກໍຍາກທີ່ຈະຫັນປ່ຽນສະຖານະພາບ ແລະ ປະຕິບັດນະໂຍບາຍການເຊື່ອມໂຍງ-ເຊື່ອມຈອດກັບບັນດາປະເທດອະນຸພາກພື້ນ ແລະ ສາກົນໄດ້. ສະນັ້ນ, ການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຜ່ານເສັ້ນທາງລົດໄຟ ລາວ-ຈີນ ຈຶ່ງກາຍເປັນໂຄງການແບບຢ່າງທີ່ດີເລີດຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ເຊິ່ງເປັນການປະກອບອັນສຳຄັນ ແລະ ກາຍເປັນສັນຍາລັກທີ່ລໍ້າຄ່າໃຫ້ແກ່ການພົວພັນຄູ່ຮ່ວມຊະຕາກຳລາວ-ຈີນ.

 

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480345
ມື້ນີ້3
ມື້ວານ172
ອາທິດນີ້743
ເດືອນນີ້6576