ໃນຕອນເຊົ້າຂອງວັນທີ 03ທັນວາ 2021, ທີ່ ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ, ໄດ້ມີພິທີມອບ-ຮັບ ວັກແຊງ ແລະ ລົດຂົນສົ່ງວັກແຊງ ຈາກລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ໂດຍປະກອບມີ ວັກແຊງ ຊີໂນແວກ ຈຳນວນ 500.000 ໂດສ ແລະ ລົດຂົນສົ່ງວັກແຊງຈໍານວນ 03 ຄັນ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຕ້ານແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ສປປລາວ ໃນປະຈຸບັນ.
ໃນວັນທີ 28ກັນຍາ 2021, ທີ່ ດ່ານຊາຍແດນສາກົນ ໜອງນົກຂຽນ-ຕຣາປຽງກຣຽນ, ໄດ້ມີພິທີມອບ-ຮັບ ຢາວັກແຊັງ Sinovac ຈໍານວນ 200.000 ໂດສ, ຈາກ ລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ມອບໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.