ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

06 ປີ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ປະກອບ ສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ການສົ່ງເສີມການຮ່ວມມື ລະຫວ່າງ ສປ ຈີນ ແລະ ບັນດາປະເທດແມ່ນໍ້າຂອງຕອນລຸ່ມ.

 

ສປ ຈີນ ເປັນປະເທດທີ່ມີອານາເຂດອັນກວ້າງໃຫ່ຍໄພສານ, ມີຂະໜາດເສດຖະກິດອັບດັບທີສອງຂອງໂລກ ລວມທັງມີລະດັບການຂະຫຍາຍຕົວທາງເສດຖະກິດເປັນອັນດັບຕົ້ນໆ ຂອງພາກພື້ນ ແລະ ສາກົນ. ໃນຫລາຍທົດສະຕະວັດຜ່ານມາ, ພັກ-ລັດຖະບານ ສປ ຈີນ ໄດ້ມີຂໍ້ລິເລີ່ມໃໝ່ໆ ທີ່ຫາກຫລາຍ ເຊິ່ງທຸກຂໍ້ລິເລີ່ມລ້ວນແລ້ວແຕ່ເປັນປະໂຫຍດໃຫ້ແກ່ປະຊາຄົມໂລກ, ໃນນັ້ນ ອັນທີ່ພົ່ນເດັ່ນ ກໍແມ່ນຂໍ້ລິເລີ່ມໜຶ່ງແລວ-ໜຶ່ງເສັ້ນທາງ, ຂໍ້ລິເລີ່ມການພັດທະນາປະຊາຄົມໂລກ, ຂໍ້ລິເລີ່ມການສ້າງກຸ່ມຮ່ວມມືທາງດ້ານເສດຖະກິດຂອງກຸ່ມປະເທດກຳລັງພັດທະນາ (BRICS) ທີ່ໄດ້ລວມເອົາບັນດາປະເທດໃນ 04 ທະວີບ ເຂົ້າເປັນໜຶ່ງດຽວ. ນອກຈາກຂໍ້ລິເລີ່ມອັນເປັນມະຫາພາກແລ້ວ, ສໍາລັບຂອບການຮ່ວມມືອະນຸພາກພື້ນ, ສປ ຈີນ ຍັງມີບົດບາດສຳຄັນໃນການນຂັບເຄື່ອນ ແລະ ນຳສະເໜີຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ບັນດາປະເທດແມ່ນໍ້າຂອງຕອນລຸ່ມ ຕ່າງກໍໃຫ້ການສະໜັບສະໜູນ ນັບແຕ່ມື້ທີ່ມີການປະກາດສ້າງຕັ້ງຂໍ້ລິເລີ່ມດັ່ງກ່າວ ໃນກອງປະຊຸມສຸດຍອດຜູ້ນຳຂອງປະເທດສະມາຊິກ ທີ່ ເມືອງ ຊັນຢາ, ແຂວງໄຫໜານ ໃນປີ 2016. ນັບແຕ່ນັ້ນມາ, ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ມີບົດບາດອັນສຳຄັນໃນການສົ່ງເສີມການຮ່ວມມືຂອງບັນດາ     ປະເທດສະມາຊິກ ໂດຍສະເພາະ 05 ປະເທດແມ່ນໍ້າຂອງຕອນລຸ່ມ ທີ່ເປັນສາມາຊິກ.

 

ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຖືກສ້າງຕັ້ງຕາມຄວາມມຸງມາດປາຖະໜາຂອງຜູ້ນຳ ສປ ຈີນ ກັບ ບັນດາຜູ້ນຳປະເທດແມ່ນໍ້າຂອງຕອນລຸ່ມ ອັນປະກອບມີ ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ໂດຍໄດ້ແນໃສ່ສົ່ງເສີມ ແລະ ຮັດແໜ້ນ ການຮ່ວມມືດ້ານການພັດທະນາເສດຖະກິດ-ສັງຄົມ ແບບຮອບດ້ານ ບົນພື້ນຖານຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ນອກນັ້ນ, ຂອບການຮ່ວມມືດັ່ງກ່າວ ຍັງຊ່ວຍສົ່ງເສີມການຫຼຸດຜ່ອນຄວາມແຕກໂຕນ ທາງດ້ານການພັດທະນາ ໂດຍເນັ້ນໃສ່ 03 ເສົາຄໍ້າ ທີ່ປະກອບດ້ວຍ: ເສົ້່າຄໍ້າການເມືອງ-ຄວາມຫມັ້ນຄົງ, ເສດຖະກິດ-ການພັດທະນາແບບຍືນຍົງ, ສັງ        ຄົມ-ວັດທະນະທໍາ ແລະ ການແລກປ່ຽນ ລະຫວ່າງ ປະຊາຊົນກັບປະຊາຊົນ, ເຊິ່ງໃນນີ້ໄດ້ສຸມໃສ່ 5 ຂົງເຂດບຸລິມະສິດ ເຊັ່ນ: ການເຊື່ອມໂຍງເຊື່ອມຈອດ, ສົ່ງເສີມຄວາມອາດສາມາດການຜະລິດເສດຖະກິດຂ້າມຊາຍແດນ, ການຄຸ້ມຄອງແຫຼ່ງຊັບພະຍາກອນນໍ້າ, ກະສິກໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ. ຄຽງຄູ່ກັບການສ້າງຕັ້ງກົນໄກຂອບການຮ່ວມມືດັ່ງກ່າວ, ສປ ຈີນ ກໍໄດ້ປະກອບສ່ວນງົບປະມານເບື້ອງຕົ້ນ 500 ລ້ານໂດລາ ສະຫະລັດ ເຂົ້າໃນກອງທຶນພິເສດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອຂັບເຄື່ອນ ແລະ ຈັດຕັ້ງປະຕິບັດແຜນງານ, ໂຄງການຕ່າງໆ ໃຫ້ເປັນຮູບປະທຳ. ນັບແຕ່ນັ້ນເປັນຕັ້ນມາ, ບັນດາປະເທດສະມາຊິກ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ເພີ່ມທະວີການພົວພັນ ແລະ ຂະຫຍາຍຂົງເຂດການຮ່ວມມືໃນດ້ານຕ່າງໆ ຫຼາຍຂຶ້ນເປັນ ຕົ້ນແມ່ນ: ການສຶກສາ, ສາທາລະນະສຸກ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍຄວາມສະດວກ ດ້ານການຂົນສົ່ງສິນຄ້າ ແລະ ອື່ນໆ ໂດຍເຫັນໄດ້ຈາກໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ເຊິ່ງໄດ້ໃຫ້ການຊ່ວຍເຫຼືອດ້ານທຶນຮອນ ແລະ ເຕັກນິກວິຊາການ ເພື່ອສ້າງຄວາມອາດສາມາດ ໃນການຍົກລະດັບການເຕີບໂຕທາງດ້ານເສດຖະກິດ ກໍຄືການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

 

ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ເຕີບໃຫ່ຍຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ນັບແຕ່ມື້ສ້າງຕັ້ງຂື້ນມາ, ພຽງ 06 ປີເທົ່ານັ້ນ ການຮ່ວມມືຂອງບັນດາປະເທດສະມາຊິກມີຫລາຍດ້ານພົ້ນເດັ່ນ ແລະ ເຂົ້່າສູ່ລ່ວງເລິກ ໃນ 5 ຂົງເຂດບຸລິມະສິດ, ມີຫລາຍກວ່າ 600 ໂຄງການ ຖືກຕັ້ງປະຕິບັດ ໃນບັນດາປະເທດສະມາຊິກ ເຊິ່ງລ້ວນແລ້ວແຕ່ປະກອບສ່ວນສຳຄັນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຂອງບັນ ດາປະເທດແມ່ນໍ້າຂອງຕອນລຸ່ມ ໃນນັ້ນອັນທີ່ພົ່ນເດັ່ນແມ່ນການຮ່ວມມືຂົງເຂດການແກ້ໄຂຄວາມທຸກຍາກ, ການສົ່ງເສີມການຜະລິດ ແລະ ການຄ້າຕາມຊາຍແດນ ລວມທັງການສົ່ງເສີມສ້າງຂີດຄວາມສາມາດ, ຍົກສູງທັກສະສີມືແຮງງານຂອງບັນດາປະເທດແມ່ນໍ້າຂອງຕອນລຸ່ມ. ໃນໄລຍະ 06 ປີຜ່ານມາ, ຜູ້ນໍາບັນດາປະເທດສະມາ ຊິກໄດ້ພ້ອມກັນຈັດຕັ້ງປະຕິບັດແຜນປະຕິບັດງານໄລຍະ 05 ປີ ຄັ້ງທີ 1 (2018-2022) ຢ່າງມີຜົນສໍາເລັດ. ພ້ອມດຽວກັນນັ້ນ, ກໍຍັງໄດ້ເປັນເອກະພາບກັນຕົກລົງເຫັນດີບົນຫຼັກການໃນການຮັບຮອງເອົາແຜນປະຕິບັດງານ 05 ປີຄັ້ງທີ2 (2023-2027) ໃນກອງປະຊຸມລັດຖະມົນຕີການຕ່າງປະເທດຂອງບັນດາປະເທດສະມາ ຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7  ທີ່ເມືອງບາການ, ສສ ມຽນມາ ໃນລະຫວ່າງ ວັນທີ 3-4 ກໍລະກົດ 2022 ຜ່ານມາ, ເຊິ່ງຈະເປັນເອກະສານທີ່ສໍາຄັນໃຫ້ແກ່ກອງປະຊຸມສຸດຍອດຜູ້ນໍາ  ທີ່ຈະມີການຮັບຮອງໃນຂັ້ນຕໍ່ໄປ. ເຖິງແມ່ນ 2-3 ປີຜ່ານມາ, ບັນດາປະເທດໃນພາກພື້ນ ແລະ ສາກົນ ຈະໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ແຕ່ບັນດາປະເທດສະມາຊິກຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍຍັງສຶບຕໍ່ຈັດຕັ້ງປະຕິ ບັດບັນດາໂຄງການຕ່າງໆ ໄດ້ຢ່າງເປັນຮູບປະທໍາ ແລະ ໄດ້ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ໂດຍສະເພາະ ການຊ່ວຍເຫຼືອດ້ານວັດຖຸອຸປະກອນການເເພດ, ຢາປົ່ວພະຍາດ ແລະ ວັກຊີນ ຂອງ ສປ ຈີນ ໃຫ້ແກ່ບັນດາປະເທດສະມາຊິກໄດ້ຢ່າງທັນການ  ແລະ ມີປະສິດຜົນສູງ ອັນເຮັດໃຫ້ບັນດາສະມາຊິກສາມາດຜ່ານຜ່າວິກິດການ ແລະ ເອົາຊະນະໃນການຄວບຄຸມການແຜ່ລະບາດໄດ້ຢ່າງມີປະສິດພາບ ເຊິ່ງເປັນປັດໃຈໜຶ່ງ ເຮັດໃຫ້ການຟຶ້ນຟູເສດຖະກິດ ແລະ ຊິີວີດການເປັນຢູ່ຂອງປະຊາຊົນຄ່ອຍໆ ດີຂຶ້ນເປັນກ້າວໆ.

 

ຄືດັ່ງທີ່ກ່າວມາຂ້າງເທິງ, ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ມີບົດບາດສຳຄັນໃນການສົ່ງ ເສີມການຮ່ວມມືດ້ານການພັດທະນາເສດຖະກິດ-ສັງຄົມ, ສັນຕິພາບ ແລະ ສະຖຽນລະພາບຂອງບັນດາປະເທດສະສາມຊິກ ໂດຍສະເພາະແມ່ນແນໃສ່ຈຳກັດຄວາມແຕກໂຕນ,ຊ່ອງວ່າງການພັດທະນາຂອງບັນດາປະ ເທດ ກໍຄື ການຫຼຸດຜ່ອນຄວາມທຸກຍາກຂອງບັນດາປະເທດແມ່ນໍ້າຕອນລຸ່ມ. ບົນຈິດໃຈດັ່ງກ່າວນີ້, ລັດຖະບານຂອງປະເທດສະມາຊິກ ຕາງກໍຕີລາຄາສູງຕໍ່ຜົນສຳເລັດຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຕະຫຼອດ 06 ປີຜ່ານມາ ເຊິ່ງສະແດງຢ່າງຈະແຈ້ງໃນບົດຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ທີ່ກ່າວໃນໂອກາດຄົບຮອບ 06ປີ ການສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (23 ມິນາ 2016-23 ມິນາ 2022) ໂດຍໄດ້ເນັ້ນໃຫ້ເຖິງຜົນສຳເລັດອັນໃຫ່ຍຫລວງຂອງການຮ່ວມມືພາຍໃນ ໂຄງການຕ່າງໆ ທີ່ ສປປ ລາວ ໄດ້ຮັບຢ່າງມະຫາສານ ຈາກການມີສ່ວນຮ່ວມໃນການຈັດຕັ້ງປະຕິບັດແຜນງານ, ໂຄງການຕ່າງໆ ຂອງກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ,  ອັນໄດ້ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະ ການຫລຸດຜ່ອນຄວາມແຕກໂຕນດ້ານການພັດທະນາ, ການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນລາວ ລວມທັງການພັດທະນາແບບຍຶນຍົງ ແລະ ສີຂຽວ ເຊິ່ງໃນນັ້ນ ນັບແຕ່ປີ 2017 ເປັນຕົ້ນມາ ສປປ ລາວ ໄດ້ຮັບຜົນປະໂຫຍດ ທີ່ເປັນຮູບປະທໍາ ຈາກການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆ ພາຍໃຕ້ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໂດຍສະເພາະ ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ມີຈໍານວນທັງຫມົດ 68 ໂຄງການ, ຄິດເປັນມູນຄ່າລວມປະມານ 18 ລ້ານກວ່າໂດລາສະຫະລັດ ໃນນັ້ນມີ 11 ໂຄງການ ໄດ້ຈັດຕັ້ງສຳເລັດແລ້ວ ແລະ ອີກ 57 ໂຄງການ ແມ່ນກໍາລັງຈັດຕັ້ງປະຕິບັດຢູ່ ໃນນັ້ນລວມມີໂຄງການອະນຸມັດໃໝ່ ປີ 2022 ອີກ 12 ໂຄງການ. ບັນດາໂຄງການເຫລົ່ານັ້ນ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ ກໍຄືພາກພື້ນແມ່ນໍ້າຂອງ. ໂຄງການທີ່ພົ້ນເດັ່ນຈາກການຈັດຕັ້ງປະຕິບັດໂຄງການເຫັນຜົນໄວ ສຳລັບ ສປປ ລາວ ແມ່ນໂຄງການທົດລອງແກ້ໄຂຄວາມທຸກຍາກ ລາວ-ຈີນ ມູນຄ່າ 33 ລ້ານຢວນ ເຊິ່ງຖືກຈັດຕັ້ງຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ  ເຊິ່ງກວມເອົາບ້ານເຂດຫ່າງໄກສອກຫຼີກ. ໂຄງການດັ່ງກ່າວນີ້ ມີບົດບາດສໍາຄັນໃນການສ້າງພື້ນຖານໂຄງລ່າງຂະໜາດນ້ອຍຄື: ສ້າງສຸກສາລາ, ຫໍພັກ     ຄູ-ອາຈານ, ສູນບໍາບັດຂີ້ເຫຍື້ອ ແລະ ສູນຝຶກອົບຮົມການເຮັດກະສິກໍາສະອາດໃຫ້ປະຊາຊົນໃນລະດັບທ້ອງຖີ່ນຂັ້ນບ້ານ ອັນເປັນການສ້າງລາຍຮັບໃຫ້ປະຊາຊົນໃນເຂດດັ່ງກ່າວ.

             

ສປປ ລາວ ຍາມໃດກໍຖືສຳຄັນ ແລະ ຕີລາຄາສູງຕໍ່ໝາກຜົນການຮ່ວມມື ພາຍໃຕ້ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ບົນຈິດໃຈການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ, ຄວາມສາມັກຄີປອງດອງ ແລະ ເປັນຈິດຫນຶ່ງໃຈດຽວ ໃນການພັດທະນາອະນຸພາກພື້ນແມ່ນໍ້າຂອງ ກໍ່ຄືການສົ່ງເສີມການຮ່ວມມື ໃຫ້ນັບມື້ນັບແຫນ້ນແຟ້ນ, ຂະຫຍາຍໄປສູ່ລວງກວ້າງ ແລະ ລວງເລິກຢ່າງມີປະສິດທິຜົນ ແລະ ມີຜົນປະໂຫຍດຮ່ວມກັນ ລະຫວ່າງ ປະເທດສະມາຊິກ. ສປປ ລາວ ຮູ້ບຸນຄຸນ ຕໍ່ລັດຖະບານ ແຫ່ງ ສປ ຈີນ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຕະຫຼອດມາ ໂດຍສະເພາະ ການສະໜັບສະໜູນທຶນຊ່ວຍເຫລືອ ເຂົ້າໃນກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງເຮັດໃຫ້ບັນດາໂຄງການຮ່ວມມືຕ່າງໆ ໃນອະນຸພາກພື້ນແມ່ນໍ້າຂອງ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີໝາກຜົນ ແລະ ເປັນຮູບປະທຳ ທີ່ນັບມື້,ນັບມີບົດບາດໃນການປະກອບສ່ວນເຂົ້າໃສ່ການພັດທະນາອະນຸພາກພື້ນແມ່ນໍ້າຂອງ ໃຫ້ມີຄຸນນະພາບ ແລະ ມີຄວາມຍືນຍົງ ແລະ ທັງເປັນການຮັບປະກັນ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຢ່າງຮອບດ້ານ ຂອງອະນຸມພາກພື້ນ ໄປຄຽງຄູ່ກັບຂະບວນການສ້າງປະຊາຄົມອາຊຽນ ໃຫ້ປະກົດຜົນເປັນຈິງ ກໍຄື ການຈັດຕັ້ງປະຕິບັດຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ການຮ່ວມມືໃຕ້-ໃຕ້ ແລະ ການບັນລຸເປົ້າໝາຍພັດທະ ນາແບບຍືນຍົງ ຮອດປີ 2030 ຂອງ ສປປ ລາວ ໄດ້ຍັບໃກ້ຄວາມເປັນຈິງຂື້ນຕື່ມອີກກ້າວໜຶ່ງ

 

(ຄົ້ນຄວ້າ ແລະ ຮຽບຮຽງໂດຍ ໂຄງການຄົ້ນຄວ້າລາວ-ຈີນ, ສະຖາບັນການຕ່າງປະເທດ).

ແຈ້ງການ

 

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404543
ມື້ນີ້19
ມື້ວານ171
ອາທິດນີ້954
ເດືອນນີ້6583