ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີປ້ອງກັນ ປະເທດອາຊຽນ+ ຫາລືການຊ່ວຍເຫລືອ ດ້ານມະນຸດສະທຳ

asean1

 

ກອງ​ປະຊຸມ​ໜ່ວຍ​ງານ​ ຜູ້​ຊ່ຽວຊານ​ດ້ານ​ການ​ຊ່ວຍ​ເຫລືອ​ມະນຸດສະທຳ ​ແລະບັນ​ເທົາ​ທຸກ​ໄພພິບັດ​ໃນ​ຂອບ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ+ ຄັ້ງທີ 6 ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ທີ 5 ສິງຫາ 2015 ທີ່​ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ ຂອງ​ກອງທັບ​ປະຊາຊົນ​ລາວ​ແລະ ກຳລັງ​ປ້ອງ​ກັນ​ຕົວ​ຍີ່ປຸ່ນ ​ເຊິ່ງນຳ​ໂດຍ ທ່ານ​ ພັນ​ໂທ ​ໄພ​ວັນຈັນທະ​ພົມມາ ຮອງ​ຫົວໜ້າ​ກົມ​ພົວພັນ​ຕ່າງປະ​ເທດ, ຫົວໜ້າ​ກອງ​ເລຂາ​ອາ​ຊຽນກະຊວງ​ປ້ອງ​ກັນ​ປະ​ເທດ ​ແຫ່ງ ສປປ ລາວ ​ແລະ ທ່ານ ​ເຄນ​ໂກະ ຊາ​ໂຕະ, ຫົວໜ້າ​ຫ້ອງການ​ນະ​ໂຍບາຍ​ສາກົນ ​ແລະ ປ້ອງ​ກັນຊາ​ດຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ, ກອງ​ປະຊຸມ​ ຍັງ​ໄດ້​ຮັບ​ກຽດ​ຕ້ອນຮັບທ່ານ ພົນ​ຈັດຕະວາ ປະສິດ ທ່ຽງ​ທຳ, ຮອງ​ຫົວໜ້າ​ກົມ​ໃຫຍ່​ ເສນາ​ທິການ​ກອງທັບ, ຫົວໜ້າ​ຄະນະ​ກຳມະການ​ ຄວບ​ຄຸມ​ໄພພິບັດ​ ຂອງ​ກອງທັບ​ປະຊາຊົນ​ລາວ, ມີຄະນະ​ຜູ້​ແທນ​ຈາກ 10 ​ປະ​ເທດ ​ສະມາຊິກ​ອາ​ຊຽນ ​ແລະ ອີກ 8 ປະ​ເທດ+  ຄື:ອົດ​ສະ​ຕຣາ​ລີ, ຈີນ, ອິນ​ເດຍ, ຍີ່ປຸ່ນ, ​ສ ເກົາຫລີ, ນິວຊີ​ແລນ, ຣັດ​ເຊຍ​ແລະ ສະຫະລັດ​ອາ​ເມ​ຣິ​ກາ.

ການ​ຈັດ​ກອງ​ປະຊຸມ​ຄັ້ງນີ້ ​ເພື່ອ​ຜັນ​ຂະຫຍາຍ​ ແຜນ​ງານ​ຮ່ວມ​ມື​ຂອງ​ກອງທັບ​ປະຊາຊົນ​ລາວ ​ແລະ ກອງທັບ​ຍີ່ປຸ່ນ ​ເຊັ່ນ: ທົບ​ທວນ ​ແລະ ຕີ​ລາຄາກ່ຽວ​ກັບ​ການຈັດຕັ້ງ ປະຕິບັດ​ກອງ​ປະຊຸມ​ໜ່ວຍ​ງານ​ຜູ້​ຊ່ຽວຊານ​ດ້ານ​ການ​ຊ່ວຍ​ເຫລືອ ມະນຸດສະທຳ ​ແລະບັນ​ເທົາ​ທຸກ​ໄພພິບັດ ​ໃນ​ຂອບ​ຂອງ​ກອງ​ປະຊຸມ ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາຊຽນ+ ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ກວດ​ສອບ​ບັນດາ​ນິຕິ​ກຳ​ກ່ຽວ​ກັບຫລັກການ​ພື້ນຖານ​​ ການ​ຮ່ວມ​ມື​​ຊ່ວຍ​ເຫລືອ​ ມະນຸດສະທຳ ​ແລະບັນ​ເທົາ​ທຸກ​ໄພພິບັດ; ການ​ວາງ​ແຜນ​ຝຶກ​ຊ້ອມ​ເທິງ​ແຜ່ນ​ທີ່-​ແຜ່ນ​ຮ່າງ ​ແລະ ການ​ຝຶກ​ຊ້ອມ​ພາກ​ສະໜາມ ​ໃນ​ການ​ຊ່ວຍ​ເຫລືອ​ ມະນຸດ​ສະ​ທຳ ​ແລະ ບັນ​ເທົາ​ທຸກ​ໄພພິບັດ ​ແລະ ຜ່ານ​ແຜນ​ງານ​ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ມະນຸດ​ສະ​ທຳ ​ແລະ ບັນ​ເທົາ​ທຸກ​ໄພພິບັດຂອງ​ກອງທັບ​ລາວ ​ແລະ ກອງທັບຍີ່ປຸ່ນ ​ໃນ​ປີ 2015-2016.

ໃນ​ກອງ​ປະຊຸມ ​ຍັງ​ໄດ້​ຄົນຄວ້າ, ປຶກສາ​ຫາລື​ກ່ຽວ​ກັບ ​ແຜນການ​ຝຶກ​ຊ້ອມ​ເທິງ​ແຜນ​ທີ່-​ແຜນ​ຮ່າງ ​ແລະ ການ​ຝຶກ​ຊ້ອມ​ ພາກ​ສະໜາມ​ຕົວ​ຈິງ​ໃນ​ການ​ຊ່ວຍ​ເຫລືອ​ມະນຸດສະທຳ ​ແລະ ບັນ​ເທົາ​ທຸກ​ໄພພິບັດ​ເຊິ່ງຄາດ​ວ່າ​ຈະ​ມີກອງທັບ 4 ຝ່າຍ ຄື: ລາວ, ຍີ່ປຸ່ນ, ​ໄທ ​ແລະ ຣັດ​ເຊຍ​ເຂົ້າຮ່ວມ​ເປັນ​ເຈົ້າພາບ​ ຈັດຢູ່​ແຂວງ​ຊົນ​ບູລີ ປະ​ເທດ​ໄທ ​ໃນ​ເດືອນ​ກັນຍາ 2016, ຜູ້​ເຂົ້າຮ່ວມ​ກອງ​ປະຊຸມ​ ຈະ​ໄດ້​ສຶກສາ​ບັນດາ​ຂໍ້​ສົມ​ມຸດ​ຖານ ຫລື​ເຫດການ​ຈຳລອງ​ຕ່າງໆ​ ກ່ຽວ​ກັບ​ບັນຫາ​ ໄພພິບັດ​ທີ່​ເກີດ​ຂຶ້ນຢູ່​ໃນ​ພາກ​ພື້ນ​ອາ​ຊຽນ ຈາກ​ນັ້ນ ຈະ​ໄດ້​ປຶກສາ​ຫາລື ​ແລະຄົ້ນຄວ້າ​ມາດ​ຕະການ​ ທີ່​ສາມາດ​ຊົມ​ໃຊ້​ເຂົ້າ​ໃນ​ການ​ປະຕິບັດ​ການ​ຊ່ວຍ​ເຫລືອ​ດ້ານ​ ມະນຸດສະທຳ ​ແລະ ບັນ​ເທົາ​ທຸກ​ໄພພິບັດ, ​ໂດຍ​ສະເພາະ​ແມ່ນ​ແຜນ​ຝຶກ​ຊ້ອມ​ ພາກ​ສະໜາມ ທີ່​ຈະ​ຈັດ​ຂຶ້ນ​ທີ່​ປະ​ເທດ​ໄທ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486241
ມື້ນີ້157
ມື້ວານ215
ອາທິດນີ້1277
ເດືອນນີ້5546