ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວອື່ນໆ

ລະດົມແນວຄວາມຄິດ ເພື່ອກໍານົດແຜນບູລິມະສິດ ຂອງເສົາຄໍ້າ ເສດຖະກິດ ໃນໄລຍະການເປັນ ປະທານອາຊຽນ ໃນປີ 2016 ຂອງ ສປປ ລາວ

khemmany

ກະຊວງ​ອຸດສາຫະກໍາ-ການ​ຄ້າ​ ຮ່ວມ​ກັບ​ກອງ​ເລຂາ​ອາ​ຊຽນ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື ລະຫວ່າງ ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ, ສະ​ຖາ​ບັນ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ, ​ໃນ​ວັນ​ທີ 28 ກໍລະກົດ 2015 ນີ້ຢູ່​ໂຮງ​ແຮມ​ແລນ​ມາກ​ແມ່​ຂອງຣີ​ເວີ​ໄຊ ນະຄອນຫລວງ​ວຽງ​ຈັນ.

ໃນ​ກອງປະຊຸມ​ແມ່ນ​ຈະ​ໄດ້​ກໍາ​ນົດ​ແນວ​ຄວາມ​ຄິດ​ໃນ​ການ​ກໍານົດ​ແຜນ​ງານ​ບູລິ​ມະ​ສິດ ​ຂອງ​ເສົາ​ຄໍ້າ​ເສດຖະກິດ​ໃນ​ໄລຍະ​ການ​ເປັນ​ປະທານ​ອາ​ຊຽນ​ ໃນ​ປີ 2016 ຂອງ ສປປ ລາວ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ, ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກໍາ-ການ​ຄ້າ, ມີ​ບັນດາ​ລັດຖະມົນຕີ​ຊ່ວຍ​ວ່າການ, ຫົວໜ້າ​ກົມ, ຮອງ​ກົມ ​ແລະ ຜູ້ຕາ​ງໜ້າຈາກ​ອົງການ​ຈັດ​ຕັ້ງ​ສາກົນ ພ້ອມ​ດ້ວຍ​ພະນັກງານ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານນາງ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ກ່າວ​ວ່າ ການຈັດ​ຕັ້ງກອງ​ປະຊຸມ​ໃນ​ຄັ້ງ​ນີ້​​​ເປັນ​ການ​ປະຊຸມ​​ໃນ​ລະດັບ​ເປີດ​ກ້ວາງ​ ໂດຍ​ຈະ​ມີ​ຜູ້​ຊຽວຊານ​ມາ​ຈາກ​ພາກ​ພື້ນ​ອາ​ຊຽນ ​ແລະ ຈາກ​ພາຍ​ໃນ​ຂອງ ສປປ ລາວ ຈະ​ໃຫ້​ກຽດ​ຂື້ນ​ບັນ​ລະ​ຍາຍ​ໃນ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ: ການ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015  ​ແລະ ​ແຜນ​ວຽກ​ພາຍຫລັງ​ການເຂົ້າ​ເປັນ​ປະຊາ​ຄົມ ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2016 ພ້ອມ​ນີ້​ໄດ້​ແລກປ່ຽນ​ບົດຮຽນ​ປະສົບ​ການ ​ເພື່ອ​ກໍານົດ​ເອົາໜ້າ​ວຽກ​ຫລັກ, ທິດ​ທາງ​ໃນ​ການ​ພັດທະນາ ​ເສດຖະກິດ​ໃນ ສປປ ລາວ ​ເພື່ອ​ເປັນ​ເງື່ອນ​ໄຂ​ໃນ​ການ​ສ້າງ ​ສິ່ງ​ອໍານວຍ​ຄວາມ​ສະດວກ​ທີ່​ຕິດ​ພັນ​ກັບ 3 ​ເຂດ​ບູລິ​ມະ​ສິດ​ເຊັ່ນ: ການ​ພິຈາລະນາ​ເປີດ​ດ່ານ​ຊາຍ​​ແດນ ຢູ່​ຈຸດ​ສໍາຄັນ​ຂອງ ສປປ ລາວ ຕະຫລອດ 24 ຊົ່ວ​ໂມງ ​ເພື່ອ​ເປັນ​ການ​ອໍານວຍ​ຄວາມ​ສະດວກ ​ໃຫ້​ແກ່​ການ​ນໍາ​ເຂົ້າ ​ແລະ ສົ່ງອອກ​ສິນຄ້າ ​ລວມທັງ​ການຈັດ​ຕັ້ງ​ປະຕິບັດ​ ນະ​ໂຍບາຍ​ການ​ເປີດ​ນ່ານຟ້າ, ການ​ເຂົ້າ​ເຖິງ​ແຫ​ລ່ງທຶນ ຂອງ​ພາກ​ທຸລະ​ກິດ​ໃຫ້​ມີ​ຄວາມ​ສະດວກ​ວ່ອງ​ໄວ​ຂຶ້ນ, ປັບປຸງ​ການ​ຊໍາລະສະ​ສາງ​ ດ້ານ​ການ​ເງິນ, ຄວາມ​ເປັນ​ໄປ​ໄດ້​ ໃນ​ການ​ຍົກ​ເວັ້ນວີ​ຊາ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທົ່ວ​ໄປ​ໂດຍ​ບໍ່​ຈໍາກັດ ແຕ່​ພາຍ​ໃນ​ອາຊຽນ, ການ​ສົ່ງ​ເສີມ​ການທ່ອງທ່ຽວ​ຕາມ​ຊາຍ​ແດນ, ຫລື​ ວັດທະນະ​ທໍາ​ ຊົນ​ເຜົ່າ ​ແລະ ອື່ນໆ.

ພິທີເຜີຍແຜ່ຊື່ເອີ້ນຊົນເຜົ່າ ແລະ ຈຳນວນຊົນເຜົ່າ ໃນ ສປປ ລາວ

speech g2.16.5.15  speech g1.16.5.15

ໃນວັນທີ 16 ກໍລະກົດ 2015, ທີ່ ກະຊວງການຕ່າງປະເທດ, ຫ້ອງການກະຊວງການຕ່າງປະເທດຮ່ວມກັບ ສູນກາງແນວລາວສ້າງຊາດ ໄດ້ຈັດພິທີເຜີຍແຜ່ຊື່ເອີ້ນຊົນເຜົ່າ ແລະຈຳນວນຊົນເຜົ່າ ໃນ ສປປ ລາວ ໃຫ້ແກ່ພະນັກງານວິຊາການ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ໃຫ້ກຽດເຜີຍແຜ່ໂດຍ ທ່ານ ສົມລິດ, ຮອງຫົວໜ້າກົມຊົນເຜົ່າ, ສູນກາງແນວລາວ ສ້າງຊາດ, ໂດຍມີຫົວໜ້າກົມ, ຮອງກົມ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ ແລະ ເຊື່ອມຊຶມໃນຄັ້ງນີ້ປະກອບມີ: ເອກກະສານຄວາມຮູ້ພື້ນຖານ ກ່ຽວກັບຊົນເຜົ່າ, ທັດສະນະຂອງພັກກ່ຽວກັບຊົນເຜົ່າໃນໄລຍະການປະຕິວັດລາວ ແລະ ອະທິບາຍສະພາບການກຳນົດສັບຊ້ອນຊື່ເອີ້ນ ແລະ ຈຳນວນຊົນເຜົ່າ ຢູ່ໃນ ສປປ ລາວ. ພາຍຫຼັງສ້າງຕັ້ງແນວລາວອິດສະຫຼະ (13.8.1950), ສູນກາງແນວລາວອິດສະຫຼະກໍ່ໄດ້ສ້າງຕັ້ງ ຄະນະສັງລວມຂຶ້ນເພື່ອດໍາ ເນີນການຄົ້ນຄວ້າຊົນເຜົ່າ. ຄະນະດັ່ງກ່າວ ໄດ້ກຳນົດ, ສັບຊ້ອນຊື່ເອີ້ນກຸ່ມຄົນຕ່າງໆໃນລາວເປັນ 3 ຊົນຊາດ ແລະ 68 ຊົນເຜົ່າ ໂດຍມີຈຸດປະສົງ ເພື່ອເຕົ້າໂຮມຄວາມສາມັກຄີລະຫວ່າງຊົນເຜົ່າຕ່າງໆ ແນ່ໃສ່ຮັບໃຊ້ໜ້າທີ່ການເມືອງໃນພາລະກິດປົດປ່ອຍປະເທດຊາດ.

ການເຜີຍແຜ່ຄັ້ງນີ້, ສາມາດຮັບຮູ້ໃນເບື້ອງຕົ້ນວ່າ ປະເທດເຮົາມີຫຼາຍຊົນເຜົ່າ ແລະ ຊ່ວຍຍົກຖານະບົດບາດຂອງບັນດາຊົນເຜົ່າໃຫ້ສູງຂຶ້ນ ເຮັດໃຫ້ບັນດາຊົນເຜົ່າ ມີຄວາມພູມໃຈໃນຄວາມເປັນ ຊົນເຜົ່າຂອງຕົນເອງທີ່ຢູ່ໃນວົງຄະນະຍາດແຫ່ງຊາດລາວ ຢ່າງສະເໝີພາບ, ຄວາມສາມັກຄີ ແລະ ສິດສະເໝີພາບລະຫວ່າງຊົນເຜົ່າໃນຄອບຄົວໃຫຍ່ແຫ່ງຊາດລາວ, ໄດ້ຮັບການປະຕິບັດ ແລະ ມີຄວາມໜັກ ແໜ້ນ, ສິດເປັນເຈົ້າຂອງປະເທດຊາດນັບທັງເອກກະລັກດ້ານຕ່າງໆຂອງຊົນເຜົ່າ ແລະ ຂອງຊາດ.

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ ຫົວໜ້າກົມການສຶກສາຊັ້ນສູງອາຊຽນ

lao.8.7.15

ກອງ​ປະຊຸມ​ຫົວໜ້າ​ກົມ​ການສຶກ​ສາ​ຊັ້ນ​ສູງ ​ບັນດາ​ປະເທດ​ອາຊຽນ ​ຄັ້ງ​ທີ 9 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ກໍລະກົດ 2015 ທີ່ໂຮງແຮມລາວ​ພລາ​ຊານະຄອນຫຼວງ​ວຽງຈັນ ເປັນ​ປະທານ​ຂອງ​ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນທະ​ບູນ, ລັດຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ໂດຍ​ມີທ່ານ Dr. Gatol Hari Priowirijanto, ຜູ້ອຳນວຍການກອງ​ເລຂາ​ອົງການ​ລັດ​ຖະ​ມົນຕີ​ສຶກ​ສາ​ຂອງ​ປະເທດ​ອາຊີ​ຕາເວັນ​ອອກສຽງ​ໃຕ້ ຫຼືຊີ​ມີ​ໂອ (SEAMEO Secretariat) ພ້ອມ​ດ້ວຍຫົວໜ້າ​ກົມເລຂາ​ທິການຄະນະ​ກຳມາ​ທິ​ການ​ການສຶກ​ສາ​ຊັ້ນ​ສູງ​ຂອງ 10 ປະເທດອາ​ຊຽນ ຜູ້ອຳນວຍການ ແລະ ເຈົ້າ​ໜ້າທີ່​ຂອງ​ສູນ​ເພື່ອ​ການ​ສຶກສາ​ຊັ້ນ​ສູງພ້ອມ​ດ້ວຍ​ແຂກ​ທີ່​ຖືກເຊີນ​ທັງ​ພາຍ​ໃນ ແລະ ຕ່າງ​ປະເທດ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຫົວໜ້າ​ກົມ​ການສຶກ​ສາ​ຊັ້ນ​ສູງ​ບັນດາ​ປະເທດ​ອາຊຽນ​ໄດ້​ຈັດ​ຂຶ້ນ​ທຸກໆ​ປີ ນັບ​ແຕ່​ປີ 2005 ເປັນຕົ້ນ​ມາໂດຍ​ໄດ້​ມີການ​ໝູນວຽນ​ກັນ​ເປັນ​ເຈົ້າພາບ ຢູ່​ໃນ​ບັນດາ​ປະເທດ​ອາ​ຊຽນເຊິ່ງກອງ​ປະຊຸມ ​ຄັ້ງ​ທີ 8 ຜ່ານ​ມາ ແມ່ນ​ໄດ້​ຈັດ​ຂຶ້ນ​ທີ່ນະຄອນ​ໂຮຈີ​ມິງ ​ສສຫວຽດນາມ ແລະ ກອງ​ປະຊຸມ​ຄັ້ງ​ທີ 9 ນີ້ ​ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ໃນ​ການຈັດ​ກອງ​ປະຊຸມ​ດັ່ງກ່າວ​ເປັນ​ຄັ້ງທຳ​ອິດຈຸດປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ​ກໍ່​ເພື່ອ​ສະໜອງ​ເວທີທາງ​ການ​ໃຫ້​ແກ່​ບັນດາ​ເຈົ້າ​ໜ້າທີ່​ລະດັບ​ສູງ​ດ້ານ​ການ​ສຶກ​ສາຊັ້ນສູງ​ຂອງ​ພາກ​ພື້ນ ​ໃນ​ການ​ປຶກສາຫາລືແລກປ່ຽນ​ຂໍ້​ມູນທົບ​ທວນ ແລະ ຕິດຕາມ​ຄວາມ​ຄືບ​ໜ້າຂອງ​ບັນດາ​ໂຄງການ​ກ່ຽວຂ້ອງພ້ອມ​ທັງ​ຊອກ​ຫາ​ຊ່ອງ​ທາງໃໝ່ໆ​ ໃນ​ການ​ພົວພັນ​ຮ່ວມ​ມື​ກັນດ້ານ​ການ​ສຶກ​ສາ​ຊັ້ນ​ສູງຄາດໝາຍ​ກໍ່​ເພື່ອ​ແກ້​ໄຂ​ບັນຫາ​ດ້ານການ​ສຶກ​ສາ​ຊັ້ນ​ສູງ​ທີ່​ກຳລັງ​ປະເຊີນ​ຢູ່​ໃນ​ປັດຈຸບັນ​ຢູ່​ພາຍ​ໃນ​ພາກພື້ນ ເຊັ່ນ: ການ​ປົກຄອງ​ມະຫາວິທະຍາໄລ ການ​ສ້າງ​ຄວາມ​ສາມາດ ແລະ ການ​ພັດທະນາ​ຊັບພະຍາກອນ​ມະນຸດ ຄວາມ​ສາມາດ​ໃນ​ການ​ຄົ້ນຄວ້າການ​ປະກັນ​ຄຸນະພາບ ການ​ຮັບ​ຮູ້ ແລະ ການ​ຮັບຮອງ​ວຸດ​ທິ​ການ​ສຶກ​ສາ ແລະ ປະກາສະນີຍະບັດ ເຊິ່ງ​ກັນ ແລະ ກັນ ການ​ແລກປ່ຽນ​ນັກສຶກ​ສາ ແລະ ພະນັກງານລະບົບການ​ໃຫ້​ທຶນ​ການ​ສຶກ​ສາ​ຊັ້ນ​ສູງ ແລະ ອື່ນໆ.

ທ່ານ​ລັດຖະມົນຕີ​ຊ່ວຍ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ໄດ້​ກ່າວ​ວ່າ:ອົງການ​ຊີ​ມີ​ໂອ​ໄຣເຣດ ແລະ ປະເທດ​ສະມາຊິກ​ໄດ້ທຸ້ມເທ​ຄວາມ​ພະຍາຍາມ​ສະເໜີມາ​ທັງ​ດ້ານ​ທຶນຮອນ ແລະ ຊັບພະຍາກອນ​ມະນຸດ​ໃນ​ການ​ພັດທະ​ນາ​ການ​ສຶກ​ສາ​ຊັ້ນ​ສູງ​ໃນພາກ​ພື້ນເຊິ່ງ​ເຮັດ​ໃຫ້​ໄດ້​ຮັບ​ຜົນສຳເລັດ​ໃນ 4 ຂົງເຂດ​ບຸລິມະສິດຄື:ການ​ສົ່ງເສີມ​ການ​ແລກປ່ຽນນັກ​ສຶກ​ສາ ການ​ພັດທະນາ​ຄວາມເປັນ​ຜູ້ນຳການ​ຮຽນ​ຜ່ານ​ສື່​ເອເລັກ​ໂຕຣ​ນິກ ແລະ ການ​ສ້າງກຸ່ມ​ຄົ້ນຄວ້າ ແລະ ດັດ​ສະ​ນີ​ອ້າງອີງ​ການ​ຄົ້ນ​ຄວ້າ ສຳລັບ ​ສປປ ລາວ​ໄດ້​ຮ່ວມ​ມື​ກັບ​ອົງການ​ຊີ​ມີ​ໂອໄຣ​ເຣດ ແລະ ບັນດາ​ປະເທດ​ສະມາ​ຊິກ ກະຊວງ ແລະ ອົງການກ່ຽວຂ້ອງ ​ໃນ​ການ​ສ້າງ​ຄວາມກົມກຽວ​ດ້ານ​ລະບົບ​ການ​ສຶກ​ສາຊັ້ນ​ສູງເຊິ່ງ​ພາໃຫ້​ໄດ້​ຮັບ​ຜົນ​ສຳເລັດ​ໃນ​ຫຼາຍ​ດ້ານ ເປັນຕົ້ນ​ແມ່ນໄດ້​ມີ​ການ​ປັບປຸງ​ນິຕິ​ກຳ​ໃຫ້​ສອດຄ່ອງ ແລະ ສ້າງ​ດຳລັດ​ຂອງ​ນາຍົກ​ລັດຖະມົນຕີ​ວ່າ​ດ້ວຍ​ການສຶກ​ສາ​ຊັ້ນ​ສູງ​ຢູ່ ​ສປປລາວ.

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508783
ມື້ນີ້178
ມື້ວານ381
ອາທິດນີ້1436
ເດືອນນີ້7173