ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ສປປ ລາວ ເຂົ້າຮ່ວມກອງປະຊຸມສິດທິມະນຸດຂອງອາຊຽນ

d phoukhong m

ກອງ​ປະຊຸມ ຄັ້ງ​ທີ 21 ຂອງ ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ວ່າ​ດ້ວຍ ສິດທິ​ມະນຸດ ໄດ້ມີຂຶ້ນໃນ​ວັນ​ທີ 5-9 ​ເມສາ 2016 ທີ່ ກອງ​ເລຂາ​ອາ​ຊຽນ,​ ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ພູ​ໂຂງ ສີ​ສຸລາ​ດ, ປະທານ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ວ່າ​ດ້ວຍ ສິດທິ​ມະນຸດ, ຫົວໜ້າກົມ​ສົນທິສັນຍາ ​ແລະ ກົດໝາຍ, ກະຊວງການ​ຕ່າງປະ​ເທດ. ​​ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ແຜນກິດຈະກຳບູລິມະສິດ ສຳລັບປີ 2016 ຂອງຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ວ່າ​ດ້ວຍ ສິດທິ​ມະນຸດ, ຮ່າງບົດລາຍງານການ​ເຄື່ອນ​ໄຫວປະຈຳປີ 2016 ແລະ ແຜນກິດຈະກໍາບູລິມະສິດ ສໍາລັບ​ສົກປີ 2017. ໃນ​ລະຫວ່າງ​ກອງ​ປະຊຸມ, ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ວ່າ​ດ້ວຍ ສິດທິ​ມະນຸດ ​ໄດ້​ພົບປະ​ປະຈຳ​ປີ ກັບ ​ເລຂາທິການ​ໃຫຍ່​ອາ​ຊຽນ ​​ແລະ ຄະນະກຳມະການຜູ້ຕາງໜ້າອາຊຽນ (CPR) ເພື່ອ​ເພີ່ມ​ທະວີ​ການ​ປະສານ​ງານ​ໃນ​ການ​ປະຕິບັດ​ພາລະ​ບົດບາດ​ໃນ​ການ​ສົ່ງ​ເສີມ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ​ ຢູ່​ ອາ​ຊຽນ ບົນພື້ນຖານເງື່ອນ​ໄຂຂອງ​ພາກ​ພື້ນ ​ແລະ ຂອງ​ແຕ່ລະ​ປະ​ເທດສະ​ມາ​ຊິກ​ອາ​ຊຽນ.

ອ່ານເພີ່ມເຕີມ... 

ກອງປະຊຸມເຜີຍແຜ່ ສຳລັບບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ທີ່ກ່ຽວຂ້ອງ ກ່ຽວກັບການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2016

asean donechan

ໃນວັນທີ 22 ເມສາ 2016, ກົມອາຊຽນ, ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມເຜີຍແຜ່ ສຳລັບບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ກ່ຽວກັບການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2016, ທີ່ໂຮງແຮມດອນຈັນ ພາເລສ, ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ພົງ​ສະຫວັນ ສີ​ສຸລາ​ດ, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ແລະ ບັນຍາຍໂດຍ ຜູ້ຕາງຫນ້າຈາກກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສໍາລັບ ແຕ່ລະເສົາຄໍ້າປະຊາຄົມອາຊຽນ ຄື: ປະຊາຄົມ ການເມືອງ-ຄວາມຫມັ້ນຄົງອາຊຽນ, ປະຊາຄົມ ເສດຖະກິດອາຊຽນ ແລະ ປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ. ພ້ອມດ້ວຍຜູ້ເຂົ້າຮ່ວມຈາກຂະແຫນງການກ່ຽວຂ້ອງ, ບັນດາທູຕານຸທູດ, ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຕ່າງໆຈໍານວນ 100 ກ່ວາທ່ານ.

ອ່ານເພີ່ມເຕີມ... 

ການສະຫລອງບຸນປີໃໝ່ລາວ ພສ 2559 ທີ່ ໂຕກຽວ

em japan cn1  em japan cn2

ໃນທາມກາງບັນຍາກາດທີ່ປວງຊົນລາວທັງຊາດ ພວມເບີກບານມວນຊື່ນ ສະເຫຼີມສະຫລອງ ປີໃໝ່ລາວ ພສ 2559, ສະຖານທູດລາວ ທີ່ໂຕກຽວ, ປະເທດຍີ່ປຸ່ນ, ກໍ່ບໍ່ໄດ້ປະຮີດໃຫ້ໝອງ ບໍ່ໄດ້ປະຄອງໃຫ້ເສົ້າ, ໄດ້ພ້ອມພາກັນຈັດງານສະຫລອງບຸນປີໃໝ່ລາວຂື້ນ ໃນວັນທີ 17 ເມສາ 2015 ຢູ່ໃນໃຈກາງນະຄອນຫລວງໂຕກຽວ, ເມືອງມີນາໂຕກຶ ເຊິ່ງເປັນບ່ອນທີ່ ທຸງຊາດລາວປີວສະບັດຢູ່ເທີງປາຍເສົາ, ໂດຍມີຜູ້ຄົນ 400 ກ່ວາຄົນ ຫລັ່ງໄຫລ່ເຂົ້າມາຮ່ວມງານຢ່າງຄັບຄາໜາແໜ້ນ ເຊິ່ງໃນນັ້ນ ມີທັງພີ່ນ້ອງຊາວລາວ ຢູ່ປະເທດຍີ່ປຸ່ນ, ນັກສຶກສາລາວ ແລະ ຊາວຍີ່ປຸ່ນ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488229
ມື້ນີ້26
ມື້ວານ150
ອາທິດນີ້591
ເດືອນນີ້1622