ໃນວັນທີ 15 ເມສາ 2016, ທ່ານ ສີອາລຸນກອນ ແສງອຸທອນ ໄດ້ເຂົ້າຢື່ນສານຕາຕັ້ງ ຕໍ່ພະນະທ່ານ Tsakhiagiin ELBERDORJ, ປະທານາທິບໍດີມົງໂກລີ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາມົງໂກລີ, ເຊິ່ງພິທີການມອບສານຕາຕັ້ງແມ່ນໄດ້ຈັດຂຶ້ນທີ່ທໍານຽບແຫ່ງລັດຢ່າງສົມກຽດ. ພາຍຫລັງຍື່ນສານຕາຕັ້ງແລ້ວ ທ່ານເອກອັກຄະລັດຖະທູດ ໄດ້ພົບປະກັບ ທ່ານປະທານາທິບໍດີ ຂອງມົງໂກລີ, ເຊິ່ງທ່ານເອກອັກະລັດຖະທູດລາວ ກໍ່ໄດ້ສົ່ງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ Ts. Elberdorj, ແລະ ພະນະທ່ານປະທານາທິບໍດີ ຂອງມົງໂກລີ ກໍ່ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ພອນໄຊ ອັນປະເສີດມາຍັງ ປະທານປະເທດເຮົາເຊັ່ນດຽວກັນ.
ພ້ອມດຽວກັນນັ້ນ, ທ່ານປະທານາທິບໍດີ ກໍ່ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທູດທີ່ໄດ້ຮັບກຽດໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ສປປ ລາວ ປະຈໍາມົງໂກລີ. ທັງສອງຝ່າຍໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ໝາກຜົນການຮ່ວມມືລະຫວ່າງສອງປະເທດ, ຕະຫລອດໄລຍະຜ່ານມາ ຊຶ່ງສອງປະເທດມີການພົວພັນທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ, ມີຄວາມເຂົ້າອົກເຂົ້າໃຈກັນ ໂດຍຜ່ານການແລກປ່ຽນຄະນະຜູ້ແທນ ຂະແໜງການຕ່າງໆ ລະຫວ່າງສອງປະເທດ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ ແລະ ເຫັນຄວນສືບຕໍ່ການຮ່ວມມື ດັ່ງກ່າວ, ຊຶ່ງການພົບປະ ໄດ້ດຳເນີນໄປໃນບັນຍາກາດອັນອົບອຸ່ນ ແລະ ສະໜິດສະໜົມ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ສີອາລຸນກອນ ແສງອຸທອນ ກໍໄດ້ຢືນຢັນວ່າ ຈະສຸມທຸກຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການສຶບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ສອງຊາດ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ໄດ້ຮັບການພັດທະນາ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ມົງໂກລີ, ແລະ ຈະອອກແຮງຊຸກຍູ້ການພົວພັນ ແລະ ຮ່ວມມືສອງຝ່າຍ ທາງດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ ດັ່ງທີ່ ທັງສອງຝ່າຍ ໄດ້ຕົກລົງຮ່ວມກັນ ໃນກອງປະຊຸມຄັ້ງທີ 10 ຂອງ ຄະນະກຳມາທິການຮ່ວມມື ລາວ - ມົງໂກລີ, ມົງໂກລີ - ລາວ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.
ນອກຈາກນີ້, ທ່ານເອກອັກຄະລັດຖະທູດ ກໍ່ໄດ້ແຈ້ງໃຫ້ການນຳສູງສຸດ ຂອງມົງໂກລີຊາບວ່າ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ມີຄວາມຍິນດີຈະເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາເຊັມ ຄັ້ງທີ 11 ທີ່ ມົງໂກລີ ເປັນເຈົ້າພາບຈັດ ໃນຄັ້ງນີ້ ແລະ ໄດ້ອວຍພອນ ໃຫ້ລັດຖະບານ ແລະ ປະຊາຊົນ ມົງໂກລີ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ ໃນການເລືອກຕັ້ງ ສະມາຊິກສະພາຄູຣານໃຫຍ່ ກໍ່ຄື ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ASEM ໃນມໍ່ໆນີ້.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມົງໂກລີ ໄດ້ ສ້າງຕັ້ງສາຍພົວພັນການທູດ ນຳກັນ ໃນວັນທີ 12 ກັນຍາ 1962, ຊຶ່ງປັດຈຸບັນ ສອງປະເທດ ມີສຳນັກງານການທູດ ຢູ່ນະຄອນຫລວງ ຂອງກັນ ແລະ ກັນ.