ໃນວັນທີ 19 ມີນາ 2016 ທີ່ຜ່ານມາ, ທີ່ສະຖານທູດລາວ ປະຈຳບາງກອກ, ຣາຊາອານາຈັກໄທ ໄດ້ຈັດການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ເຂດ 1 ນະຄອນຫລວງວຽງຈັນ ຂຶ້ນຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ຫລີ ບຸນຄ້ຳ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ພ້ອມດ້ວຍພະນັກງານສະຖານທູດ ແລະ ຄອບຄົວ, ຕົວແທນບໍລິສັດການບິນລາວ, ນັກຮຽນ, ນັກສຶກສາລາວ ຈາກກຸ່ມ ມ.ຈຸລາລົງກອນ, ມ. ກະເສດ ແລະ ຄະນະປັບປຸງສະຖານະພາບແຮງງານລາວ ລວມທັງໝົດ 168 ທ່ານ ເປັນຍິງ 55 ທ່ານ.
ພິທີຢ່າງເປັນທາງການໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ເວລາ 7 ໂມງເຊົ້າ ໂດຍໃນໂອກາດກ່າວເປີດ ທ່ານ ຫລີ ບຸນຄ້ຳ ໄດ້ກ່າວເຖິງຄວາມໝາຍຄວາມສຳຄັນຂອງບັ້ນເລືອກຕັ້ງໃນຄັ້ງນີ້ ແລະ ໄດ້ຮຽກຮ້ອງໃຫ້ ຜູ້ມາໃຊ້ສິດເລືອກຕັ້ງທັງໝົດ ຈົ່ງເຊີດຊູນ້ຳໃຈຮັບຜິດຊອບ, ເລືອກເອົາຄົນດີມີມາດຖານຄົບຖ້ວນ ເຂົ້າເປັນຕົວແທນຂອງປະຊາຊົນຢ່າງສົມກຽດ.
ການເລືອກຕັ້ງ ໄດ້ສຳເລັດລົງ ດ້ວຍຜົນສຳເລັດຢ່າງຈົບງາມໃນເວລາ 17 ໂມງ ໂດຍຮັບປະກັນໄດ້ຕາມຄາດໝາຍ 300% ຄື: ຜູ້ມີສິດເລືອກຕັ້ງ ໄປໃຊ້ສິດເລືອກຕັ້ງ 100%, ຜູ້ມີສິດເລືອກຕັ້ງ ໄປໃຊ້ສິດປະຊາທິປະໄຕຂອງຕົນ ລົງຄະແນນສຽງຢ່າງຖືກຕ້ອງ 100% ແລະ ຮັບປະກັນ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃຫ້ແກ່ການເລືອກຕັ້ງ 100%.