ໃນວັນທີ 31 ມີນາ 2016, ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສປປ ລາວ ໄດ້ຢື່ນສານຕາຕັ້ງຕໍ່ ພະນະທ່ານ ດຣ ໂທນີ ຕັນ ເກັງຢຳ , ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ, ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສິງກະໂປ ທີ່ມີສຳນັກງານຕັ້ງຢູ່ ສິງກະໂປ. ທ່ານປະທານາທິບໍດີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທູດລາວຄົນໃໝ່ ແລະ ອວຍພອນໃຫ້ປະສົບຜົນສຳເລັດທຸກປະການ ໃນການປະຕິບັດໜ້າທີ່ວຽກງານຂອງຕົນ.
ໂອກາດນີ້, ທ່ານ ຄອນເພັງ ທຳມະວົງ ໄດ້ສະແດງຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສິງກະໂປ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຈາກພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄປຍັງປະທານາທິບໍດີ ໂທນີ ຕັນ ເກັງຢຳ ແລະ ໃຫ້ຄຳໜັ້ນສັນຍາວ່າ: ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ເພື່ອສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ສິງກະໂປ ທີ່ເຄີຍມີມູນເຊື້ອທີ່ດີແລ້ວນັ້ນ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂື້ນ.
ສປປ ລາວ ແລະ ສິງກະໂປ ໄດ້ສ້າງສາຍພົວພັນນຳກັນໃນປີ 1974 ແລະ ໄດ້ເປີດສຳນັກງານການທູດ ຢູ່ນະຄອນຫລວງຂອງກັນ ແລະ ກັນ ໃນປີ 1997.