ຕອນເຊົ້າວັນທີ 31 ມີນາ 2016, ທີ່ ສຳນັກງານໃຫຍ່ອົງການຮ່ວມມືສາກົນ ສ. ເກົາຫລີ ( KOICA ), ໄດ້ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງອົງການໂກຍກາ ສ. ເກົາຫລີຄົບຮອບ 25 ປີ (01/04/1991-01/04/2016) ໂດຍມີປະທານອົງການໂກຍກາ ທ່ານ ກິມ ຢອງ ມົກ (Kim Young-mok) ທ່ານ ລີ ຢອງ ຊູ (Lee Yong–soo), ຫົວຫນ້າກົມຮ່ວມມືເພື່ອການພັດທະນາ, ກະຊວງການຕ່າງປະເທດ ສ.ເກົາຫລີ, ບັນດາທູຕານຸທູດຈາກປະເທດຄູ່ຮ່ວມພັດທະນາ ແລະ ພະນັກງານຈາກໂກຍກາຮວມທັງຫມົດເກືອບ 200 ຄົນ ເຂົ້າຮ່ວມ. ພ້ອມດຽວກັນນີ້, ພິທີດັ່ງກ່າວ ກໍຍັງເປັນການເລີ່ມເປີດການຈັດຕັ້ງປະຕິບັດ 17 ເປົ້າຫມາຍ ແຫ່ງການພັດທະນາແບບຍືນຍົງ (SDGs) ຂອງ ສປຊ ແລະ ທັງເປັນການເປີດງານວາງສະແດງເຄື່ອງສິນລະປະ ແລະ ວັດທະນະທຳຂອງ 3 ປະເທດຄູ່ຮ່ວມພັດທະນາຄື: ສປປ ລາວ, ການາ ແລະ ປະເທດ ປາຣາໄກວ. ງານວາງສະແດງດັ່ງກ່າວ ແມ່ນເປັນການສົ່ງເສີມແນວຄວາມຄິດຂອງ ສ.ເກົາຫລີ ຕໍ່ກັບ 5 ແຜນການ ການພັດທະນາແບບຍືນຍົງ ທີ່ຈະເລີ່ມຈັດຕັ້ງປະຕິບັດປີ 2030 ຄື: ເພື່ອຊ່ວຍທາງດ້ານການສຶກສາຂອງເດັກນ້ອຍຜູ້ຍິງ; ການພັດທະນາເຂດຊົນນະບົດ; ການຕ້ານພະຍາດຕິດເຊື້ອ; ການປ່ຽນແປງຂອງດິນຟ້າອາກາດ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໂດຍຜ່ານວິທະຍາສາດ ແລະ ເຕັກໂນໂລຊີ.
ສະເພາະ ສປປ ລາວ ເຫັນວ່າ ໄດ້ມີເຄື່ອງວາງສະແດງຫລາຍສົມຄວນ ເປັນຕົ້ນຮູບທາດຫລວງຈຳລອງ, ດອກຈຳປາ, ກອງ, ແຄນ, ສີ້ນໄຫມ, ແພບ່ຽງ ແລະ ອື່ນໆ ເພື່ອໃຫ້ຜູ້ມາຢ້ຽມຢາມສາມາດນຸ່ງທົດລອງໄດ້, ແຕ່ລະປີມີຜູ້ເຂົ້າຊົມເຖິງ 30.000 ຄົນ ໂດຍສະເພາະ ນັກຮຽນນັກສຶກສາ. ຖືວ່າເປັນງານວາງສະແດງທີ່ມີປະສິດທິຜົນ ໃນການໂຄສະນາເຜີຍແຜ່ວັດທະນະທຳລາວ ສູ່ສາຍຕາປະຊາຊົນ ສ.ເກົາຫລີ ແລະ ຈະເປີດໃຫ້ຊົມຈົນເຖິງຕົ້ນປີ 2017.