ວັນທີ 6 ເມສາ 2024, ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮ່ວມກັນຈັດງານບຸນເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງປີໃໝ່ລາວ ປີມະໂລງ ພສ 2567 ຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍການເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ຝ່າຍຫວຽດນາມໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ເຈືອງ ທິ ມາຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກກອມມູນິດຫວຽດນາມ; ທ່ານ ຫງວຽນ ຊວັນ ຖັງ, ກຳມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ; ທ່ານ ເຈິ່ນ ລືວ ກວາງ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ທ່ານ ບຸ່ຍ ແທັງ ເຊີນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍການນຳບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ, ຜູ້ຕາງໜ້າຄະນະຕິດຕໍ່ພົວພັນອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຢູ່ ລາວ ແລະ ພະນັກງານສະຖານທູດ, ນັກສຶກສາຈຳນວນໜຶ່ງ ລວມທັງໝົດຫຼາຍກວ່າ 700 ຄົນ.
ໃນພິທີ, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ກ່າວວ່າ: ບຸນປີໃໝ່ 2024 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນສຳລັບ ສປປ ລາວ, ເຊິ່ງທົ່ວພັກ, ທົ່ວລັດ ແລະ ປວງຊົນທັງຊາດ ໄດ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງການສະຫຼອງບຸນປີໃໝ່ເພື່ອຊົມເຊີຍ ຜົນສຳເລັດການປະຕິບັດໜ້າທີ່ວຽກງານທີ່ຍາດມາໄດ້ຕະຫຼອດໜຶ່ງປີທີ່ຜ່ານມາ ແລະ ທັງເປັນການສ້າງບັນຍາກາດອັນຟົດຟື້ນໃຫ້ແກ່ການເປັນປະທານອາຊຽນຮອບວຽນ ແລະ ປີທ່ອງທ່ຽວລາວ. ຫຼາຍກິດຈະກຳຈະໄດ້ຈັດຂຶ້ນຕາມຮີດຄອງປປະເພນີອັນດີງາມຂອງຊາດລາວ ເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕາ່ງປະເທດ, ຮັບປະກັນປະຕິບັດຄຳຂວັນປີທ່ອງທ່ຽວລາວ 2024 “ທ່ອງທ່ຽວລາວ ປອດໄພ ຊື່ນໃຈໃນວັດທະນະທຳ, ທຳມະຊາດ ຍີ້ມແຍ້ມແຈ່ມໃສ ຮັກແຂກແພງຄົນ ເປັນເຈົ້າພາບທີ່ດີ ດ້ວຍໄມຕີຈິດມິດຕະພາບ”.
ນອກຈາກນັ້ນ, ທ່ານທູດຍັງໄດ້ຕາງໜ້າໃຫ້ຜູ້ນຳ ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜຸນ, ການຊ່ວຍເຫຼືອຂອງສະຫາຍຫວຽດນາມ ຕະຫຼອດໄລຍະທີ່ຜ່ານມາ ບໍ່ວ່າໃນຍຸກສະໄໝຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ ໂດຍສະເພາະແມ່ນການເປັນປະທານອາຊຽນຂອງລາວ 2024 ນີ້. ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນເລິກເຊິ່ງ ມາຍັງບັນດາສະຫາຍການນຳທຸກຂັ້ນ ນັບແຕ່ສູນກາງຮອດທ້ອງຖິ່ນ, ອົງການຈັດຕັ້ງຕ່າງໆ, ສະຖາບັນການສຶກສາ ທີ່ໄດ້ໃຫ້ການເບິ່ງແຍງດູແລ, ສິດສອນ, ອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ພົນລະເມືອງລາວ ທີ່ໄດ້ມາດຳລົງຊີວິດ, ມາເຮັດວຽກ ແລະ ສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ, ເຊິ່ງໄດ້ສ້າງເງື່ອນໄຂອັນເອື້ອອຳນວຍທຸກດ້ານຕະຫຼອດມາ. ເນື່ອງໃນໂອກາດວັນສຳຄັນດັ່ງກ່າວນີ້, ທ່ານທູດໄດ້ນຳເອົາຄວາມຮັກແພງອັນອົບອຸ່ນ, ຄຳອວຍພອນໄຊອັນປະເສີດຈາກການນຳພັກ-ລັດ ແລະ ປະຊາຊົນລາວ ມາຍັງການນຳ ພັກ-ລັດ ແລະ ປະຊາຊົນຫວຽດນາມ.
ໃນງານດັ່ງກ່າວນີ້, ທ່ານ ຫງວຽນ ຊວັນ ຖັງ, ກຳມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຂອງຫວຽດນາມ ກໍໄດ້ຕາງໜ້າໃຫ້ແກ່ການນຳພັກ, ລັດ ແລະ ປະຊາຊົນຫວຽດນາມາອ້າຍນ້ອງ ກ່າວອວຍພອນໄຊອັນປະເສີດມາຍັງບັນດາຜູ້ນຳພັກ, ລັດ ແລະ ປະຊາຊົນລາວທຸກຖ້ວນໜ້າເວົ້າລວມ, ໂດຍສະເພາະ ທ່ານທູດ ພ້ອມດ້ວຍພະນັກງານສະຖານທູດ ແລະ ແຂກເຂົ້າຮ່ວມ. ພ້ອມນີ້, ທ່ານຍັງໄດ້ວ່າ: ຫວຽດນາມ ແລະ ລາວ ແມ່ນສອງປະເທດອ້າຍນ້ອງ ບ້ານໃກ້ເຮືອນຄຽງ ມີສາຍພົວພັນແບບພິເສດ, ເຊິ່ງມີໜຶ່ງບໍ່ມີສອງຢູ່ໃນໂລກ. ສາຍພົວພັນດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນ, ເພີ່ມພູນຄູນສ້າງ ແລະ ຜັນຂະຫຍາຍດ້ວຍຄວາມຈິງໃຈ, ນ້ຳໃຈແຫ່ງຄວາມຊື່ສັດບໍລິສຸດ, ການຊ່ວຍເຫຼືອອັນລ້ຳຄ່າໝົດຈິດໝົດໃຈ, ພ້ອມທີ່ຈະເສຍສະຫຼະເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ດັ່ງຄຳເວົ້າຂອງປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ: ສາຍພົວພັນມິດຕະພາບຖານອ້າຍນ້ອງ ລະຫວ່າງປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ແມ່ນຍິ່ງໃຫຍ່ທີ່ສຸດ ເຖິງແມ່ນວ່າຈະເປັນບົົດລຳໃດ ບົດເພງໃດ ຫຼື ບົດກະວີໃດທີ່ມ່ວນທີ່ສຸດ ກໍ່ບໍ່ສາມາດພັນລະນາໄດ້. ຕໍ່ກັບນຳ້ໃຈຄວາມຮັກແພງອັນບໍລິສຸດຈາກໃຈຈິງ, ຄວາມພະຍາຍາມໃນທຸກໆບາດກ້າວ ຂອງປະຊາຊົນສອງຊາດພວກເຮົາໄດ້ຄຽງບ່າງຄຽງໄຫຼ່ ນຳພາສາຍພົວພັນແບບພິເສດ ຫວຽດນາມ - ລາວ ຜ່ານຜ່າບັນດາສິ່ງທ້າທາຍຂອງປະຫວັດສາດ, ນຳເອົາສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດພວກເຮົາ ພັດທະນາກ້າວຂຶ້ນສູ່ໃບໜ້າອັນໃຫມ່ ທີ່ມີປະສິດທິພາບ ແລະ ປະສິດທິຜົນ.
ການຈັດງານຕ້ອນຮັບປີໃໝ່ລາວ ປີມະໂລງ ພສ 2567 ແລະ ການເຂົ້າຮ່ວມຂອງບັນດາການນຳຂັ້ນສູງ ພັກ, ລັດ ທັງສູນກາງ ແລະ ທ້ອງຖິ່ນ ແມ່ນສະແດງໃຫ້ເຫັນ ເຖິງອາລົມຈິດມິດຕະພາບອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ບົນພື້ນຖານສາຍພົວພັນພິເສດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກ, ໄດ້ກາຍເປັນແຮງບັນດານໃຈອັນໃຫຍ່ຫຼວງໃຫ້ແກ່ບັນດາການນຳ, ພະນັກງານສະຖານທູດລາວ ແລະ ບັນດານັກຄົ້ນຄວ້າ, ນັກສຶກສາລາວ ທີ່ກຳລັງປະຕິບັດໜ້າທີ່ ແລະ ສຶກສາຮ່ຳຮຽນ ຢູ່ຫ່າງໄກຈາກບ້ານເກີດເມືອງນອນຂອງຕົນ ໄດ້ຕ້ອນຮັບ ແລະ ສະຫຼອງປີໃໝ່ລາວຢູ່ ຫວຽດນາມ ດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ຖືກຕ້ອງຕາມຮີດຄອງປະເພນີທີ່ດີງາມຂອງລາວເຮົາ. ພ້ອມກັນນັ້ນ ຍັງເປັນການໂຄສະນາຮີດຄອງປະເພນີອັນດີງາມຂອງລາວໃຫ້ປະຊາຊົນຫວຽດນາມອ້າຍນ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນກວ່າເກົ່າ.
ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ.