ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດລາຊາທິບໍດີ ມາເລເຊຍ

HEHoumdaophoneSoukhaseum1

 

ໃນວັນ​ທີ 17 ມີນາ 2016, ທ່ານ ຫຸມດາວພອນ ສຸກຂະເສີມ ​ໄດ້​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ເຈົ້າຊີວິດມາເລເຊຍ, ສົມເດັດລາຊາທິບໍດີ ຢັງດີ ເປີຕວນ ອາກອງ, ຕວນກູ ອັບດຸນ ຮາລິມ, ຢູ່ ພະລາດຊະວັງແຫ່ງຊາດ, ທີ່ ​ນະຄອນຫຼວງ​ກົວລາລຳເປີ, ​ເພື່ອ​ດຳລົງ​ຕຳ​ແໜ່​ງ​ເປັນ ​ເອກ​ອັກ​ຄະ​ລັດຖະ​ທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ ມາເລເຊຍ.

ທ່ານ ຫຸມດາວພອນ ສຸກຂະເສີມ ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ ​ແລະ ​ເປັນ​ກຽດ​ຢ່າງ​ສູງ ​ທີ່​ໄດ້​ມາ​ດຳລົງ​ຕຳ​ແໜ່​ງ​ເປັນ ​ເອກ​ອັກ​ຄະລັດ​ຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ແຫ່ງ ສປປ ລາວ ປະຈຳ ມາເລເຊຍ ​ແລະ ​ໄດ້​ນຳເ​ອົາຄວາມ​ຢື້​ຢາມ​ຖາມ​ຂ່າວ​ ແລະ ຄຳອວຍພອນໄຊຈາກ ພະນະທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ເຖິງ​ສົມເດັດລາຊາທິບໍດີ ແລະ ປະຊາຊົນ ມາເລເຊຍ ແລະ ຄອງຄອຍທີ່ຈະໄດ້ຕ້ອນຮັບການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງສົມເດັດລາຊາທິບໍດີ ແລະ ພະມະເຫສີ ໃນເວລາທີ່ເໝາະສົມ ໂດຍສະເພາະແມ່ນໃນໂອກາດທີ່ ລາວ-ມາເລເຊຍ ຈະສະເຫຼີມສະຫຼອງຄົບຮອບ 50 ປີ ວັນສ້າງຕັ້ງສາຍພົວພັນການທູດ.

ໃນ​ໂອກາດ​ດັ່ງກ່າ​ວ, ສົມເດັດລາຊາທິບໍດີ ຢັງດີ ເປີຕວນ ອາກອງ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ທ່ານ ຫຸມດາວພອນ ສຸກຂະເສີມ ທີ່​ໄດ້​ມາ​ມາ​ດຳລົງ​ຕຳ​ແໜ່​ງ​ເປັນ ​ເອກ​ອັກ​ຄະ​ລັດຖະ​ທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະຈຳ ມາເລເຊຍ ​ແລະ ອວຍພອນ​ໃຫ້​ທ່ານ​ທູດ​ຈົ່ງ​ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ອັນມີກຽດຂອງຕົນ, ພ້ອມກັນນັ້ນ, ພະອົງ ກໍໄດ້ອວຍພອນໃຫ້ ສປປ ລາວ ຈົ່ງປະສົບຜົນສຳເລັດອັນຈົບງາມໃນການເປັນປະທານ ອາຊຽນ ໃນປີ 2016.

ທ່ານ ຫຸມດາວພອນ ສຸກຂະເສີມ ​ໄດ້ສະແດງຄວາມພາກພູມໃຈ ແລະ ຄວາມຂອບໃຈຢ່າງສູງຕໍ່ ສົມເດັດລາຊາທິບໍດີ ແລະ ພະມະເຫສີ ທີ່ໄດ້ໃຫ້ກຽດ ​ທ່ານທູດ ແລະ ພັນລະຍາເຂົ້າເຝົ້າ ແລະ ໄດ້​​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ຈະ​ເຮັດສຸດຄວາມສາມາດຂອງຕົນ​ເພື່ອ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ​ແລະ ການ​ພົວພັນ​ຮ່ວມ​ມື​ຢ່າງມີໝາກຜົນ ລະຫວ່າງສອງລັດຖະບານ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ມາເລເຊຍ ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ​ຍິ່ງໆ​ຂຶ້ນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480342
ມື້ນີ້172
ມື້ວານ157
ອາທິດນີ້740
ເດືອນນີ້6573