ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ພິທີການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ຂອງ ສະຖານກົງສຸນໃຫຍ່ ສປປ ລາວ ທີ່ ຈັງຫວັດຂອນແກ່ນ

Khonkane1

ໃນວັນທີ 19 ມີນາ 2016 ຜ່ານມານີ້, ສະຖານກົງສຸນໃຫຍ່ ສປປ ລາວ ປະຈຳ ຣາຊະອານາຈັກໄທ ທີ່ ຈັງຫວັດຂອນແກ່ນ, ໄດ້ຈັດຕັ້ງພິທີ ການປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ VIII ຂຶ້ນຢ່າງເປັນທາງການ ໂດຍການນຳພາຂອງ ທ່ານ ບຸນສີ ວົງບົວສີ, ກົງສຸນໃຫຍ່, ທັງເປັນຫົວໜ້າຄະນະຮັບຜິດຊອບປ່ອນບັດເລືອກຕັ້ງ ພ້ອມດ້ວຍພະນັກງານ ສະຖານກົງສຸນໃຫຍ່ ແລະ ນັກສຶກສາລາວ ຈາກມະຫາວິທະຍາໄລຕ່າງໆຂອງພາກ ອີ່ສານ ຢູ່ພາຍໃຕ້ຄວາມຮັບຜິດຊອບ ຂອງສະຖານກົງສຸນໃຫຍ່ ຈຳນວນ 112 ຄົນ, ຍິງ 34 ຄົນ, ພ້ອມພາກັນຊົມໃຊ້ສິດປະຊາທິປະໄຕຂອງຕົນ ເຂົ້າຮ່ວມການປ່ອນບັັດເລືອກເອົາ ສະມາຊິກສະພາແຫ່ງຊາດ ຊຸດທີ VIII, ດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມຮັບຜິດຊອບສູງ ໂດຍມີໝາກຜົນສຳເລັດລົງດ້ວຍຄວາມເປັນລະບຽບຮຽບຮ້ອຍດີທຸກປະການ.

ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດລາຊາທິບໍດີ ມາເລເຊຍ

HEHoumdaophoneSoukhaseum1

 

ໃນວັນ​ທີ 17 ມີນາ 2016, ທ່ານ ຫຸມດາວພອນ ສຸກຂະເສີມ ​ໄດ້​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ເຈົ້າຊີວິດມາເລເຊຍ, ສົມເດັດລາຊາທິບໍດີ ຢັງດີ ເປີຕວນ ອາກອງ, ຕວນກູ ອັບດຸນ ຮາລິມ, ຢູ່ ພະລາດຊະວັງແຫ່ງຊາດ, ທີ່ ​ນະຄອນຫຼວງ​ກົວລາລຳເປີ, ​ເພື່ອ​ດຳລົງ​ຕຳ​ແໜ່​ງ​ເປັນ ​ເອກ​ອັກ​ຄະ​ລັດຖະ​ທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ ມາເລເຊຍ.

ອ່ານເພີ່ມເຕີມ... 

ສະຖານທູດລາວ ທີ່ບາງກອກ ຈັດການເລືອກຕັ້ງ ສສຊ ຊຸດທີ VIII

Bkk1  Bkk5

ໃນວັນທີ 19 ມີນາ 2016 ທີ່ຜ່ານມາ, ທີ່ສະຖານທູດລາວ ປະຈຳບາງກອກ, ຣາຊາອານາຈັກໄທ ໄດ້ຈັດການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ເຂດ 1 ນະຄອນຫລວງວຽງຈັນ ຂຶ້ນຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ຫລີ ບຸນຄ້ຳ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ພ້ອມດ້ວຍພະນັກງານສະຖານທູດ ແລະ ຄອບຄົວ, ຕົວແທນບໍລິສັດການບິນລາວ, ນັກຮຽນ, ນັກສຶກສາລາວ ຈາກກຸ່ມ ມ.ຈຸລາລົງກອນ, ມ. ກະເສດ ແລະ ຄະນະປັບປຸງສະຖານະພາບແຮງງານລາວ ລວມທັງໝົດ 168 ທ່ານ ເປັນຍິງ 55 ທ່ານ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488200
ມື້ນີ້147
ມື້ວານ163
ອາທິດນີ້562
ເດືອນນີ້1593