ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ຮ່ວມງານປະເພນີປະຈໍາປີ 2016 ໄທພວນ ແຫ່ງ ປະເທດໄທ

BkkL1

ໃນວັນທີ 12 ມີນາ 2016 ທີ່ຜ່ານມາ, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ, ໄດ້ໃຫ້ກຽດເຂົ້າຮ່ວມງານ ສືບສານປະເພນີວັດທະນະທໍາໄທພວນ ແລະ ທອດຜ້າປ່າສາມາຄີ ຄັ້ງທີ 58, ປະຈໍາປີ 2016, ຈັດຂຶ້ນທີ່ ວັດບູໂຮມ, ຕາແສງ ບຸໂຮມ, ເມືອງຊຽງຄາມ, ແຂວງ ເລີຍ, ຣາຊະອານາຈັກໄທ; ມີທ່ານ ວິໂຣດ ຈິລິລັງສັນ, ເຈົ້າແຂວງ ເລີຍ, ຜູ້ແທນຈາກເມືອງ ຊະນະຄາມ ສປປ ລາວ, ມີອໍານາດການປົກຄອງເມືອງ, ຕາແສງ, ບ້ານ, ຕະຫລອດຮອດພໍ່ແມ່ປະຊາຊົນຊາວ ຈັງຫວັດເລີຍ ແລະ ຊາວໄທພວນ ຈາກ 22 ຈັງຫວັດຂອງປະເທດໄທ ເຂົ້າຮ່ວມ 10.000 ກວ່າຄົນ.

 

ໃນໂອກາດກ່າວຄໍາປາໄສໃນພິທີເປີດບຸນປະເພນີປະຈໍາປີໄທພວນແຫ່ງປະເທດໄທເທື່ອນີ້; ທ່ານເອກອັກຄະລັດຖະທູດ ຫລີ ບຸນຄໍ້າ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງພີ່ນ້ອງໄທພວນຈັງຫວັດເລີຍ ໂດຍສະເພາະ ທ່ານຜູ້ວ່າຣາຊະການຈັງຫວັດເລີຍ ທີ່ໃຫ້ການຕ້ອງຮັບອັນອົບອຸ່ນ ແລະ ກ່າວສະແດງຍໍ້ຍ້ອງຍໍຊົມເຊີຍການຈັດບຸນດັ່ງກ່າວ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ແລະ ການປຸ້ມລຸມຕູ້ມຫໍ່ກັນແໜ້ນໜາ ຂອງຊາວໄທພວນຕະຫລອດໄລຍະຜ່ານມາ. ປີນີ້ ສະມາຄົມໄທພວນມີສະມາຊິກເພີ່ມຂຶ້ນກວມເອົາ 22 ຈັງຫວັດ ລວມທັງໝົດທົ່ວປະເທດມີ 2 ລ້ານກວ່າຄົນ, ອັນພົ້ນເດັ່ນແມ່ນຍັງສາມາດຮັກສາເອກະລັກທາງວັດທະນະທໍາ, ຂະໜົບທໍານຽມ ແລະ ຮີດຄອງປະເພນີດັ້ງເດີມເອົາໄວ້ໄດ້, ເປັນຄວາມປະທັບໃຈທີ່ໄດ້ພົບພໍ້ພີ່ນ້ອງພວນທີ່ບໍ່ລືມຮີດເກົ່າຄອງຫລັງ, ຍັງບໍ່ລືມແຜ່ນດິນບັນພະບຸລຸດ; ຜ່ານມາພີ່ນ້ອງໄທພວນຫລາຍຄົນ ກໍໄດ້ຫວນຄືນໄປຢ້ຽມຢາມຖາມຂ່າວພີ່ນ້ອງພວນຢູ່ ສປປ ລາວ ເຊິ່ງໄດ້ສະແດງເຖິງຄວາມຮັກຕໍ່ແຜ່ນດິນບັນພະບຸລຸດ, ເປັນການປະກອບສ່ວນເຮັດໃຫ້ການພົວພັນອັນດີງາມ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ນັບມື້ຂະຫຍາຍຕົວຢ່າງຕໍ່ເນື່ອງ; ຂໍຮຽກຮ້ອງຈົ່ງພ້ອມກັນສືບຕໍ່ປົກປັກຮັກສາການພົວພັນອັນດີງາມ ລະຫວ່າງ ລາວ-ໄທ ເວົ້າລວມ, ເວົ້າສະເພາະ ລະຫວ່າງພີ່ນ້ອງພວນຂອງສອງປະເທດ ໃຫ້ນັບມື້ພັດທະນາ ແລະ ຍືນຍົງຕະຫລອດໄປ.

 

ໄທພວນ ແຫ່ງ ປະເທດໄທ ແມ່ນມີຖິ່ນກຳເນີດທີ່ ແຂວງຊຽງຂວາງ ສປປ ລາວ ມາຫຼາຍກວ່າ 1162 ປີ ແລະ ໄດ້ເຂົ້າມາຕັ້ງຖິ່ນຖານ ຢູ່ໃນປະເທດໄທ ໄດ້ຫຼາຍກວ່າ 400 ປີ. ເມືອງຊຽງຄານ ຕັ້ງຢູ່ແຄມແມ່ນ້ຳຂອງ ແລະ ມີຊາຍແດນຕິດກັບ ສອງແຂວງຂອງລາວ ຄືເມືອງ ແກ່ນທ້າວ, ແຂວງໄຊຍະບູລີ ແລະ ເມືອງຊະນະຄາມ ແລະ ເມືອງໝື່ນ, ແຂວງວຽງຈັນ.

 

ບຸນປະເພນີສືບສານປະເພນີວັດທະນະທໍາໄທພວນຖືກຈັດຂຶ້ນທຸກປີ ເຊິ່ງມີສະມາຄົມໄທພວນ ແຫ່ງ ປະເທດໄທ ເປັນເສົາຫລັກ, ປ່ຽນຜຽນກັນໄປແຕ່ລະຈັງຫວັດຕາມເງື່ອນໄຂ ສະເພາະປີນີ້ຈັດຂຶ້ນຢູ່ເມືອງຊຽງຄານ, ແຂວງເລີຍ, ມີຄົນເຊື້ອສາຍພວນອາໄສຢູ່ຫຼາຍເກືອບຫມື່ນຄົນ ໃນຈໍານວນພົນລະເມືອງທັງໝົດທົ່ວເມືອງ 6 ຫມື່ນກວ່າຄົນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480207
ມື້ນີ້37
ມື້ວານ157
ອາທິດນີ້605
ເດືອນນີ້6438