ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ລາວ ຢື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຕວັກກີ

 

LaoAmPresentLOCtoTurkey

 

ໃນວັນທີ 25 ເມສາ 2024, ທີ່ ທໍານຽບປະທານາທິບໍດີ ແຫ່ງ ສ. ຕວັກກີ, ນະຄອນຫຼວງອັງກາຣາ, ທ່ານ ລັດສະໝີ ແກ້ວມະນີ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Recep Tayyip Erdoğan, ປະທານາທິບໍດີ ແຫ່ງ ສ. ຕວັກກີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ. ຕວັກກີ, ເຊີ່ງມີສໍານັກງານ ຕັ້ງຢູ່ ເຊີແນວ, ປະເທດ ສະວິດເຊີແລນ.

 

ພາຍຫຼັງການຢື່ນສານຕາຕັ້ງ, ທ່ານທູດລາວຄົນໃໝ່ໄດ້ຮັບກຽດພົບປະໂອ້ລົມກັບ ພະນະທ່ານປະທານາທິບໍດີ, ເຊິ່ງທ່ານທູດໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ Recep Tayyip Erdoğan ແລະຜ່ານ ພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ສ.ຕວັກກີ ທຸກຖ້ວນໜ້າ ແລະ ໄດ້ຕີລາສູງຕໍ່ຜົນສໍາເລັດຂອງການພົວພັນຮ່ວມມືສອງຝ່າຍ ລາວ-ຕວັກກີ ຕະຫລອດໄລຍະຫົກທົດສະວັດຜ່ານມາ (1958-2024); ພິເສດ, ໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດອັນສຳຄັນທາງດ້ານການເມືອງ-ຄວາມໝັ້ນຄົງ ແລະການພັດທະນາເສດຖະກິດ-ສັງຄົມ ຂອງ ສ. ຕວັກກີ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນນັບມື້ນັບດີຂຶ້ນ ແລະປະກອບສ່ວນເຂົ້າໃນການສ້າງສັນຕິພາບ ແລະຄວາມໝັ້ນຄົງຢູ່ພາກພີ້ນ ແລະສາກົນ. ໃນໂອກາດດັ່ງກ່າວ, ທ່ານປະທານາທິບໍດີໄດ້ຕີລາຄາສູງ ແລະຊົມເຊີຍຕໍ່ການມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ຕວັກກີ ແລະອວຍພອນໃຫ້ທ່ານເອກອັກຄະລັດຖະທູດຈົ່ງ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ ແນ່ໃສ່ສົ່ງເສີມສາຍພົວພັນຮ່ວມມືສອງຝ່າຍ ລາວ-ຕວັກກີ ໃຫ້ນັບມື້ນັບເພີ່ມທະວີ.

 

ໃນໂອກາດເຂົ້າຮ່ວມພິທີຍື່ນສານຕາຕັ້ງຄັ້ງນີ້, ທ່ານທູດລາວຄົນໃໝ່ຍັງໄດ້ພົບປະ-ເຮັດວຽກ ກັບທ່ານ ຫົວໜ້າກົມພິທີການທູດ ແລະທ່ານຫົວໜ້າກົມ ອາຊີ-ປາຊີຟິກ, ກະຊວງການຕ່າງປະເທດ ແລະທ່ານ ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ສ. ຕວັກກີ, ເຊິ່ງໄດ້ຕີລາຄາສູງຕໍ່ການຜັນຂະຫຍາຍ ການພົວພັນ ຮ່ວມມືສອງຝ່າຍ ລາວ-ຕວັກກີ ໃນໄລຍະຜ່ານມາ ແລະກໍານົດທິດທາງໃນຕໍ່ໜ້າ ໂດຍຈະສຸມໃສ່ບາງຂົງເຂດ ບູລິມະສິດທີ່ທັງສອງຝ່າຍມີຄວາມອາດສາມາດ ແລະທ່າແຮງບົ່ມຊ້ອນເຊັ່ນ: ການສຶກສາ, ການທ່ອງທ່ຽວ, ການຄ້າ ແລະການລົງທຶນ. ພ້ອມນີ້, ສອງຝ່າຍຈະເພີ່ມທະວີການພົວພັນຮ່ວມມືໃນຂອບຫລາຍຝ່າຍຕື່ມເປັນຕົ້ນ: ອາຊຽນ, ເອເຊັມ (ASEM), ເອຊີດີ (ACD) ແລະອົງການສະຫະປະຊາຊາດ.

 

ສປປ ລາວ ແລະ ສ.ຕວັກກີ ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 26 ມິຖຸນາ 1958 (ຄົບຮອບ 66 ປີ).

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490909
ມື້ນີ້3
ມື້ວານ226
ອາທິດນີ້434
ເດືອນນີ້4302