ໃນວັນທີ 9 ມີນາ 2023 ທີ່ ນະຄອນຫລວງໂຣມ, ສາທາລະນະລັດ ອິຕາລີ, ທ່ານ ລັດສະໝີ ແກ້ວມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ ເຊີຈິໂອ ມັດຕາແຣນລາ (H.E. Mr. Sergio Mattarella), ປະທານາທິບໍດີ ແຫ່ງ ສ. ອີຕາລີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອິຕາລີ, ເຊິ່ງມີສຳນັກງານຕັ້ງຢູ່ ເຊີແນວ, ປະເທດ ສະວິດສ໌.
ສະຖານທູດແຫ່ງ ສປປລາວ ປະຈໍາ ສສ ຫວຽດນາມ ຈັດກອງປະຊຸມສະຫຼຸບວຽກງານການ ຄຸ້ມຄອງ ນັກສຶກສາລາວ ສົກຮຽນ 2020-2021, 2021-2022 ແລະ ທິດທາງແຜນການ ສົກຮຽນ 2022-2023 ທີ່ມະຫາວິທະຍາໄລວິງ ແຂວງ ເຫງະອານ, ໂດຍການເປັນປະທານຂອງທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ມີທ່ານ ປອ. ຄຳພັນ ຄຳອ່ອນ, ທີ່ປຶກສາຝ່າຍ ສຶກສາ - ວັດທະນະທຳ, ມີຜູ້ຮັບຜິດຊອບ ວຽກງານສຶກສາຈາກສະຖານກົງສູນໃຫຍ່ນະຄອນດານັ່ງ ແລະ ນະຄອນໂຮ່ຈີມິນ ພ້ອມດ້ວຍພະນັກງານ ສະຖານທູດ ມີບັນດາພະນັກງານຄູອາຈານ, ນັກສຶກສາລາວທີ່ມະຫາວິທະຍາໄລວິງ ພ້ອມດ້ວຍ ແຂກຖືກເຊີນ ຈາກກະຊວງສຶກສາທິການ ແລະ ກິລາ ຂອງລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ, ບັນດາຜູ້ຕາງໜ້າຈາກສະຖາບັນການສຶກສາໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ໃນວັນທີ 05 ມີນາ 2022 ສະຫະພັນແມ່ຍິງສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນດານັງ ສສ. ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 113 ປີ (8 ມີນາ 1910- 8 ມີນາ 2023) ແລະ ສະຫລຸບການເຄື່ອນໄຫວຽກງານປະຈໍາ ປີ 2022 ແລະ ວາງແຜນການທິດທາງ ປີ 2023,