ໃນໂອກາດດຳລົງຕໍາແໜ່ງເປັນເອກະອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຄົນໃໝ່, ສະຫາຍ ນາງ ຄໍາເພົາ ເອີນທະວັນ ພ້ອມດ້ວຍຄະນະຈາກ ສະຖານທູດລາວ ທີ່ ນະຄອນຫຼວງຮ່າໂນ້ຍ ແລະ ສະຖານກົງສູນໃຫຍ່ລາວ ທີ່ ນະຄອນໂຮ່ຈີມິນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງພາກໃຕ້ຂອງຫວຽດນາມ ນັບແຕ່ວັນທີ 25-30 ມີນາ 2024.
ໃນໂອກາດນີ້, ສະຫາຍເອກອັກຄະລັດຖະທູດພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ພົບປະກັບ ສະຫາຍ ຫງວຽນ ວັນ ເນນ, ກໍາມະການກົມການເມືອງສູນກາງພັກ, ເລຂາພັກນະຄອນໂຮ່ຈີມິນ; ສະຫາຍ ຟານ ວັນ ໝາຍ, ກໍາມະການສູນກາງພັກ, ຮອງເລຂາພັກນະຄອນ, ປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ; ສະຫາຍ ດວ່ານ ແອັງ ຢຸງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງບິ່ງຖວັນ; ສະຫາຍ ຫງວຽນ ວັນ ເຖາະ, ຮອງເລຂາກພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງບ່າເລຍ-ວຸ້ງເຕົ່າ; ສະຫາຍ ຫວໍ ເຕີນ ດຶກ, ກໍາມະການຄະນະປະຈໍາພັກແຂວງ, ຮັກສາການປະທານຄະນະກໍາມະການປະຊາຊົນແຂວງດົ່ງນາຍ ແລະ ສະຫາຍ ຫວໍ ວັນ ມິງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງບິ່ງເຢືອງ.
ໃນການເຂົ້າຢ້ຽມຂໍ່ານັບ ແລະ ພົບປະຄັ້ງນີ້, ບັນດາການນຳແຕ່ລະແຂວງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງທີ່ ສະຫາຍ ນາງ ຄໍາເພົາ ເອີນທະວັນ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າທີ່ມີຕໍ່ສະຫາຍ ພ້ອມທັງໄດ້ລາຍງານສະພາບການພາຍໃນຂອງແຂວງ ເປັນຕົ້ນແມ່ນ ວຽກງານພັດທະນາເສດຖະກິດ-ສັງຄົມ ແລະ ການຮ່ວມມືກັບຕ່າງປະເທດ ໂດຍສະເພາະແມ່ນການພົວພັນຮ່ວມມືກັບບັນດາແຂວງຕ່າງໆຂອງລາວ ຊຶ່ງໃນໄລຍະຜ່ານມາກໍໄດ້ຮັບການເພີ່ມພູນຄູນສ້າງ ແລະ ມີຜົນສຳເລັດເປັນກ້າວໆ. ນອກຈາກນັ້ນ, ຍັງໄດ້ມີການແລກປ່ຽນຂໍ້ສະເໜີຕ່າງໆຮ່ວມກັນ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາເນື້ອໃນການຮ່ວມມືສອງຝ່າຍ, ຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດ ໃຫ້ມີການພົວພັນຮ່ວມມືດ້ານການຄ້າ-ການລົງທຶນ ແລະ ສະເໜີໃຫ້ນັກສຶກສາລາວມາສຶກສາທີ່ພາກໃຕ້ໂດຍສະພາະແມ່ນຂະແໜ່ງກະສິກຳ, ສາທາລະນະສຸກ ແລະ ການບໍລິການ-ທ່ອງທ່ຽວ; ພ້ອມທັງສະເໜີ ໃຫ້ຈັດກິດຈະກຳຮ່ວມກັນເພື່ອສົ່ງເສີມວັດທະນະທຳຂອງສອງປະເທດເຮັດໃຫ້ຄົນຮຸ່ນໜຸ່ມໄດ້ສຶບທອດມູນເຊື້ອສາຍພົວພັນມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ແລະ ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືຂອງຄະນະຜູ້ແທນການນໍາຂັ້ນສູງຂອງພັກ-ລັດຂອງ 2 ປະເທດພວກເຮົາ ໃຫ້ມີການແລກປ່ຽນການຢ້ຽມຢາມ ແລະ ທັດສະນະສຶກສາບັນດາແຂວງພາກໃຕ້ ຂອງຫວຽດນາມ. ພ້ອມນັ້ນ, ບັນດາການນໍາແຕ່ລະແຂວງຍັງໃຫ້ການຍືນຍັນວ່າ ພ້ອມທີ່ຈະສ້າງທຸກເງື່ອນໄຂ ເພື່ອອຳນວຍຄວາມສະດວກໃຫ້ສະຫາຍ ເອກອັກຄະລັດຖະທູດລາວ ໃນໄລຍະທີ່ສະຫາຍມາດຳລົງຕໍາແໜ່ງ ແລະ ປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ, ເພື່ອເປັນຂົວຕໍ່ໃຫ້ແກ່ການພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ - ລາວ, ລາວ - ຫວຽດນາມ ໂດຍສະເພາະແມ່ນບັນດາແຂວງພາກໃຕ້ ແລະ ແຂວງແຮກສ່ຽວຂອງ ສປປ ລາວ ໃຫ້ນັບມື້ແຕກດອກອອກຜົນ.
ນອກຈາກນີ້, ສະຫາຍ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍັງໄດ້ພົບປະໂອ້ລົມກັບບັນດານັກສຶກສາລາວ ທີ່ກໍາລັງສຶກສາຮໍ່າຮຽນ, ຄົ້ນຄວ້າຢູ່ບັນດາສະຖາບັນການສຶກສາຕ່າງໆຂອງນະຄອນໂຮ່ຈີມິນ, ແຂວງບິ່ງເຢືອງ ແລະ ແຂວງດົ່ງນາຍ ໂດຍສະຫາຍ ເອກອັກຄະລັດຖະທູດ ກໍໄດ້ເນັ້ນໜັກບັນຫາຄຸນນະພາບການສຶກສາ, ເພີ່ມທະວີຄວາມສາມັກຄີລະຫວ່າງນ້ອງນັກສຶກສາຄຽງຄູ່ກັບການເຄົາລົບ ແລະ ປະຕິບັດຕາມກົດໝາຍຂອງປະເທດເຈົ້າພາບ ກໍຄືລະບຽບຂໍ້ກຳນົດຕ່າງໆຂອງສະຖາບັນການສຶກສາວາງອອກຢ່າງເຂັ້ມງວດ. ພ້ອມນັ້ນ, ສະຫາຍ ເອກອັກຄະລັດຖະທູດ ພ້ອມຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມ ແລະ ໄຫວ້ເຄົາລົບບູຊາ ປະທານໂຮ່ຈີມິນ ຢູ່ຫໍພິພິທະພັນປະທານໂຮ່ຈີມິນ ຂອງແຂວງບິ່ງຖວັນ; ຢ້ຽມຢາມອະນຸສາວະລີໂຮງຮຽນ ດຶກ ແທັງ ເຊິ່ງເປັນຫຼັກຖານທາງປະຫວັດສາດກ່ຽວກັບແນວຄິດ ແລະ ຄວາມມຸ້ງຫວັງອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ ໃນພາລະກິດປົດປ່ອຍຊາດ ຢູ່ແຂວງບິ່ງຖວັນ; ອ່າງນໍ້າ ຝານຖຽດ ທີ່ອອກແບບໂດຍ ປະທານ ສຸພານຸວົງ ແລະ ເປັນສັນຍາລັກຂອງແຂວງບິ່ງຖວັນ; ຢ້ຽມຊົມປາສາດເຫຼົ້າວາຍ ແລະ ພູທະເລຊາຍ ຫມຸຍແນ່, ແຂວງບິ່ງຖວັນ; ຢ້ຽມຢາມຫໍພິພິທະພັນ ແລະ ພະລາດຊະວັງຂາວ ແຂວງບ່າເລຍ-ຫວຸ້ງເຕົ່າ; ຢ້ຽມຊົມໂຄງການອະສັງຫາລິມະຊັບ Aqua City ເຊິ່ງເປັນຮູບແບບຕົວເມືອງນິເວດສະຫຼາດ ຂອງແຂວງດົ່ງນາຍ ຕັ້ງຢູ່ທາງທິດຕາເວັນອອກຂອງນະຄອນໂຮ່ຈີມິນ; ແລະ ຢ້ຽມຢາມສໍານັກງານອົງການພຸດທະສາສະໜາສໍາພັນ ແຂວງບິ່ງເຢືອງ.
ສະຫາຍ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ກໍໄດ້ກ່າວສະແດງຄວາມຂອບໃຈ ມາຍັງບັນດາການນຳນະຄອນໂຮ່ຈີມິນ, ແຂວງບິ່ງຖວັນ, ແຂວງບ່າເລຍ-ຫວຸ້ງເຕົ່າ, ແຂວງດົ່ງນາຍ ແລະ ແຂວງບິ່ງເຢືອງ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ເຊິ່ງເຕັມໄປດ້ວຍນໍ້າໃຈຖານສະຫາຍອ້າຍນ້ອງ ພ້ອມທັງກ່າວວ່າ ໃນຖານະມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍກົງສູນໃຫຍ່ຢູ່ນະຄອນໂຮ່ຈີມິນ ກໍພ້ອມແລ້ວທີ່ຈະສືບຕໍ່ເປັນຂົວຕໍ່ທີ່ດີ ແລະ ເປັນຜູ້ປະສານງານທີ່ສຳຄັນ ໃຫ້ແກ່ບັນດາແຂວງ, ນະຄອນ ຂອງ ສສ ຫວຽດນາມ ເພື່ອສືບຕໍ່ພົວພັນຮ່ວມມືກັບບັນດາແຂວງທ້ອງຖິ່ນ ຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມືສອງປະເທດໃຫ້ນັບມື້ນັບມີການພັດທະນາເຂົ້າສູ່ລວງເລິກ ແລະ ກວ້າງຂວາງ, ຈະທຸ້ມເທເຫື່ອແຮງ ແລະ ສະຕິປັນຍາຂອງຕົນເຂົ້າໃນການເສີມຂະຫຍາຍສາຍພົວພັນພິເສດສອງຊາດລາວ-ຫວຽດນາມ ໃຫ້ຈະເລີນແຕກດອກອອກຜົນຍິ່ງໆຂຶ້ນ ພ້ອມທັງສະແດງຄວາມຂອບໃຈພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ພັກ, ລັດ ແລະ ປະຊາຊົນລາວ ຕະຫຼອດມາ ໂດຍສະເພາະແມ່ນນະຄອນໂຮ່ຈີມິນ, ແຂວງບິ່ງເຢືອງ, ແຂວງດົ່ງນາຍ ແລະ ແຂວງບ່າເລຍ-ຫວຸ້ງເຕົ່າ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ບັນດາແຂວງແຮກສ່ຽວຂອງລາວຕະຫຼອດມາ, ພິເສດແມ່ນການຊ່ວຍກໍ່ສ້າງຊັບພະຍາກອນມະນຸດ. ນອກຈາກນີ້, ສະຫາຍເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານທີ່ຍາດມາໄດ້ໃນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະແຂວງ, ນະຄອນ ເຊິ່ງສາມາດເກັບລາຍຮັບເຂົ້າງົບປະມານແຫ່ງຊາດບັນລຸເກີນຄາດໝາຍທີ່ວາງໄວ້, ເປັນແຂວງໜຶ່ງໃນບັນດາແຂວງ-ນະຄອນຂອງຫວຽດນາມ ທີ່ມີລະດັບການຂະຫຍາຍຕົວເສດຖະກິດຂະຫຍາຍຕົວຢ່າງວ່ອງໄວ.
ໂອກາດນີ້ສະຫາຍ ນາງ ຄໍາເພົາ ເອີນທະວັນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຮອບດ້ານບັນດາແຂວງພາກໃຕ້ຂອງຫວຽດນາມ ທັງໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະ ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ ພັກ-ລັດ, ບັນດາແຂວງພາກໃຕ້ຫວຽດນາມ ກໍຄືຂອງປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະ ໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງໃຫ້ແກ່ ພັກ - ລັດຖະບານ ແລະ ປະຊາຊົນລາວ ຕະຫຼອດມາ.