ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ

 

 

 Lao Embassy in Vietnam Meet CIRPV 1

  

ໃນ​ວັນ​ທີ 21 ມີ​ນາ 2024, ທີ່​ສຳ​ນັກ​ງານ ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ ສ​ສ ຫວຽດ​ນາມ ທີ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ. ສະ​ຫາຍ ​ນາງ ຄ​ຳ​ເພົາ ເອີນ​ທະ​ວັນ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນ​າດ​ເຕັມ ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​​ສະ​ຫາຍ ຫງວຽນ ມິງ ເຕິມ, ຮອງ​ຫົວ​ໜ້​າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ພ້ອມ​ຄະ​ນະ ເຂົ້າອວຍ​ພອນ​ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຄົບ​ຮອບ 69 ປີ (22 ມີ​ນາ 1955 – 22 ມີ​ນາ 2024).

 

Lao Embassy in Vietnam Meet CIRPV 3

  

ສະ​ຫາຍ ຫງວຽນ ມິງ ເຕິມ ໄດ້​ນຳ​ເອົາ​ດອກ​ໄມ້ ແລະ ຈົດ​ໝາຍ​ພອນ​ອັນ​ປະ​ເສີດ​ຈາກຜູ້​ນຳ ​ພັກ, ລັດ​​​ຖະ​ບານ ຫວ​ຽດ​ນາມ ເຖິງ​ຜູ້​ນຳ ​ພັກ, ລັດ​​​ຖະ​ບານລາວ​ ເນື່ອງໃນ​ໂອ​ກາດວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຄົບ​ຮອບ 69 ປີ. ພ້ອມນີ້, ສະ​ຫາຍ​ຍັງໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ນຳ​ພາ​​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຕະຫຼອດ 69 ປີ​ຜ່ານ​ມາ ຊຶ່ງ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ອໍານາດອະທິປະໄຕ ແລະ ຄວາມ​ເປັນອິດສະຫຼະພາບມາສູ່ປະຊາຊົນ ເຖິງ​ຈະ​ພົບ​ຄວາມ​ຫຍຸ້ງ​ຍາກ ​ແຕ່​ກໍ​ໄດ້​ຮັບ​ໄຊ​ຊະ​ນະອັນ​ສະ​​ຫງ່າ​ລາ​ສີ. ພິ​ເສດ​ແມ່ນ 37 ປີ ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່  ພາຍ​ໃຕ້​ການ​ນຳ​ພາ​ຂອງພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ ກໍໄດ້​ມີ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ, ເສດ​ຖະ​ກິດ​ມີ​ການ​​ຂະ​ຫຍາຍ​ຕົວ​ດີ​ຂຶ້ນ, ​​ມີສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບມີ​ຄວາມ​ໝັ້ນ​ຄົງ, ຊີ​ວິດ​ການ​ເປັນ​ຢູ່​​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ດີ​ຂຶ້ນ, ​​ມີຖາ​ນະບົດ​ບາດ​ໃນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ. ​ສະ​ຫາຍ​ຍັງ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໂດຍ​ມີ​ສະ​ຫາຍ ທອງລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ເປັນ​ແກນ​ນຳ ຈະ​ເຮັດ​ໃຫ້​ປະ​ເທດ​ຊາດ​ສືບ​ຕໍ່​ຍາດໄດ້​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ ໂດ​ຍ​ສະ​ເພາະ​ແມ່ນ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XI  ​ຂອງ​ພັກ ແລະ ພິ​ເສດ​ປີ 2024 ນີ້ ລາວ​ຈະ​ເຮັດ​​​ສຳ​ເລັດໜ້າ​ທີ່​ເປັນ​ປະ​ທານ​ອາ​ຊຽນໄດ້​​ຢ່າງຈົບ​ງາມ.

 

 

Lao Embassy in Vietnam Meet CIRPV 2

 

ໃນ​ໂອ​ກາດນີ້, ​ສະ​ຫາຍ ນາງ ຄຳ​ເພົາ ເອີນ​ທະ​ວັນ ໄດ້ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​​ສະ​ຫາຍ ຫງວຽນ ມິງ ເຕິມ ທີ່​ໄດ້​ຮັບ​ໜ້າ​ທີ່​ໃໝ່ ​ເປັນ​ຮອງ​ຫົວ​ໜ້າ​ຄ​ະ​ນະພົວ​ພັນ​ຕ່າງ​ປະ​ເທດ​ສຸນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ສະ​ແດງ​ຄວາມ​​ຂອບ​ໃຈ​ຕໍ່​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ ໄດ້​ນຳ​ເອົາຄຳ​ອວຍ​ພອນ​ອັນອົບ​ອຸ່ນ​ຈາກຜູ້​ນຳ ​ພັກ, ລັດ​​ຖະ​ບານຫວ​ຽດ​ນາມ ເຖິງ​ຜູ້​ນຳ ​ພັກ, ລັດ​​​ຖະ​ບານລາວ ​​ໃນໂອ​ກາດ​ວັນ​ສຳ​ຄັນ​ນີ້ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ. ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ມີ​ຕົ້ນ​ກຳ​ເນີດ​ຈາກ​ພັກ​ກອມ​ມູ​ນິດ​ອິນ​ດູ​ຈີນ​ຮ່ວມ​ກັນ ຊຶ່ງ​ຍາມ​ໃດສອງ​ພັກ​​ກໍ​ໄດ້​​ຊ່ວຍ​ເຫຼືອ, ຊຸກ​ຍູ້, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​​ຕະຫຼອດ​ມາ. ​ສາຍ​ພົວ​ພັນລະ​ຫວ່າງ​ສອງ​ພັກ, ​ສອ​ງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ ແມ່ນ​ເປັນການ​ພົວ​ພັນ​ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ  ແລະ ການຮ່ວມມືຮອບດ້ານ ຊຶ່ງ​ເປັນ​ການ​ພົວ​ພັນ​ທີ່​ມີ​ໜຶ່ງ​ບໍ່​ມີ​ສອງ​ຢູ່​ໃນ​ໂລກ. ສະ​ຫາຍ​ທູດ​​ຢືນ​ຢັນວ່າ ຈ​ະສືບ​ຕໍ່​​​ເຮັດ​ໜ້າ​ທີ່​ເປັນ​ຂົວ​ຕໍ່ທີ່​ດີ​ໃ​ຫ້​ແກ່ທຸກ​ຂະ​ແໜງ​ການລະ​ຫວ່າງ​ສອງ​ປະ​ເທດ ເພື່ອເພີ່ມ​ທະ​ວີ​ສາຍ​ພົວ​ພັນ​​ອັນພິ​ເສດນີ້​ເຂົ້າ​ສູ່​ລວງ​ເລິກ ແລະ ​ລວງກວ້າງ ນຳ​​ເອົາຜົນ​ປະ​ໂຫຍດ​ມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ​ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486133
ມື້ນີ້49
ມື້ວານ215
ອາທິດນີ້1169
ເດືອນນີ້5438