ໃນວັນທີ 14 ກຸມພາ 2023, ທີ່ ສຳນັກງານປະທານປະເທດ Sandor Palace, ທ່ານ ນາງ ບົວແກ້ວ ສຸນນະລາດ, ອຸປະທູດ ສປປ ລາວ ປະຈໍາ ສາທາລະນະລັດ ຮົງກາລີ ໄດ້ເຂົ້າຮ່ວມງານພົບປະສ້າງສັນ, ເຊິ່ງເປັນກຽດຈັດໂດຍ ພະນະທ່ານ ນາງ Katalin Novak, ປະທານປະເທດ ແຫ່ງ ສາທາລະນະລັດ ຮົງກາຣີ ແລະ ມີບັນດາທ່ານຜູ້ຕາງຫນ້າສຳນັກງານສະຖານທູດຕ່າງປະເທດໃນ ນະຄອນຫລວງ ບູດາແປສ ເຂົ້າຮ່ວມທັງຫມົດ 18 ປະເທດ.
ໃນວັນທີ 23-24 ກຸມພາ 2023, ສປປ ລາວ ແລະ ສ.ອາເມລິກາ ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມປຶກສາຫາລືທາງດ້ານນະໂຍບາຍ ພາຍໃຕ້ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ 2023 (2023 Mekong-U.S. Partnership Policy Dialogue) ທີ່ ໂຮງແຮມ ຄຣາວພາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ອຳມະລາ ແສນຈົງຮັກ, ຮອງຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ແລະ ທ່ານ ນ. Holly Linquist Thomas, ຫົວໜ້າຫ້ອງການຮ່ວມມືຫຼາຍຝ່າຍ, ກະຊວງການຕ່າງປະເທດ ແຫ່ງ ສ.ອາເມລິກາ ແລະ ມີບັນດາຜູ້ຕາງໜ້າຈາກພາກລັດຂອງບັນດາປະເທດສະມາຊິກແມ່ນໍ້າຂອງ ກໍ່ຄື ສປປ ລາວ, ກຳປູເຈຍ, ໄທ, ຫວຽດນາມ, ມຽນມາ ແລະ ສ.ອາເມລິກາ ເຂົ້າຮ່ວມທັງໝົດ ຈຳນວນ 60 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ືອທົບທວນຄືນໝາກຜົນຂອງຂອບການຮ່ວມມືໃນໄລຍະຜ່ານມາ ພາຍໃຕ້ແຜນປະຕິບັດງານຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ 2021-2023 (Mekong-U.S. Partnership Plan of Action 2021-2023) ກ່ຽວກັບ ບັນດານະໂຍບາຍ ແລະ ແຜນງານ ທີ່ເປັນຂົງເຂດບູລິມະສິດຂອງຂອບການຮ່ວມມື ແລະ ເພື່ອກະກຽມ ພ້ອມທັງລາຍງານຜົນການປຶກສາຫາລື ໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສພາຍໃຕ້ຂອບການຮ່ວມມືດັ່ງກ່າວ. ກອງປະຊຸມຄັ້ງນີ້ ໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນປິ່ນອ້ອມ 6 ຫົວຂໍ້ໃຫຍ່ ຄື:
ພ້ອມດຽວກັນນີ້, ໃນກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ແຜນການຮ່ວມມືໃນຕໍ່ໜ້າ ຂອງຂອບການຮ່ວມມື ໂດຍສະເພາະບັນດາແຜນງານ, ກິດຈະກຳ ທີ່ຈະຈັດໃນປີ 2023 ແລະ ບັນດາຂໍ້ສະເໜີ ຈາກປະເທດສະມາຊິກແມ່ນໍ້າຂອງ ເພື່ອເປັນຈຸດສຸມໃນການສ້າງແຜນປະຕິບັດງານຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ 2024-2026 (Mekong-U.S. Partnership Plan of Action 2024-2026) ເພື່ອເຮັດໃຫ້ການຮ່ວມມືມີການສືບຕໍ່ໃນອະນາຄົດ.
ໃນວັນທີ 15 ກຸມພາ 2023, ທີ່ ທຳນຽບປະທານາທິບໍດີ, ນະຄອນຫລວງ ນິວແດນລີ, ສາທາລະນະລັດ ອິນເດຍ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ນ. ດຣໍປາດີ ມູມູ (Doupadi Murmu), ປະທານາທິບໍດີແຫ່ງ ສາທາລະນະລັດ ອິນເດຍ, ເພື່ອດຳລົງຕໍາແຫນ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອິນເດຍ.