ໃນຕອນເຊົ້າຂອງວັນທີ 07 ກຸມພາ 2023 ຜ່ານມານີ້, ທ່ານ ນາງ ວິລາວັນ ເຍ່ຍປໍເຮີ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນຣັດເຊຍ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Iiham Aliyev, ປະທານາທິບໍດີແຫ່ງ ສາທາລະນະລັດອາແຊັກໄບຊານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ອາແຊັກໄບຊານ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫລວງມົດສະກູ, ສ. ຣັດເຊຍ.
ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສະຫະຣາຊະອານະຈັກ ອັງກິດ ແລະ ອຽກລັງເໜືອ, ທ່ານ ດວງມະນີ ຍອດສີອຸດົມ ໄດ້ຮັບກຽດເຂົ້າເຝົ້າ ແລະ ຍື່ນສານຕາຕັ້ງຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕໍ່ສົມເດັດ ພະຣາຊາ ຊາລສ ທີ III ແຫ່ງ ສະຫະຣາຊະອະນາຈັກອັງກິດ ທີ່ ພະລາດຊະວັງ ບັກຄິງແຮມ, ລອນດອນ, ໃນຕອນເຊົ້າຂອງວັນທີ 02 ກຸມພາ 2023 ທີ່ຜ່ານມາ, ພາຍໃຕ້ພິທິການຢ່າງສົມກຽດ.
ວັນທີ 01 ກຸມພາ 2023 ທີ່ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 93 ປີ (3/2/1930 – 3/2/2023) ໂດຍໄດ້ຮັບການຕ້ອນຮັບຈາກສະຫາຍ ນາງ ຫງວຽນ ທິ ຮວ່າງ ເວິນ, ຮອງຫົວໜ້າຜູ້ປະຈໍາຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ.