ໃນຕອນບ່າຍ ຂອງ ວັນທີ 08 ພະຈິກ 2023, ສະຫາຍ ນາງ ຄຳເພົາ ເອີນທະວັນ ໄດ້ເຂົ້າຍືນສານຕາຕັ້ງຕໍ່ ສະຫາຍ ຫວໍ ວັນ ເຖືອງ (VO VAN THUONG), ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ໃນວັນທີ 7 ພະຈິກ 2023, ທີ່ ພະຣາຊະວັງ the Château de Laeken ບຣຸກແຊນ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ພຣະຣາຊາ ຟີລິບ ແຫ່ງ ຣາຊະອານາຈັກ ແບນຊິກ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ແບນຊິກ.
ໃນວັນທີ 6 ພະຈິກ 2023, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເວທີແລກປ່ຽນໃນຫົວຂໍ້: ການຟື້ນຟູເສດຖະກິດພາຍຫຼັງໂຄວິດ-19 ໂດຍຜ່ານຮູບແບບເສດຖະກິດໝູນວຽນສີຂຽວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ສ້າງໜຶ່ງແລວ ໜຶ່ງເສັ້ນທາງ ສີຂຽວ (The forum on Post-Covid-19 Economic Recoveries through Bio-Circular-Green Economic Model of Mekong-Lancang Cooperation and Build Green Belt and Road Initiative) ໂດຍໄດ້ຮັບການສະໜັບ ສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.