ໃນວັນທີ 19 ມີນາ 2024, ທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ທີ່ ນະຄອນຫຼວງ ຮ່າໂນ້ຍ ໃນໂອກາດທີ່ທ່ານໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດລາວຄົນໃໝ່ປະຈຳ ສສ ຫວຽດນາມ.
ທ່ານ ນາງ ຄໍາເພົາ ເອີນທະວັນ ໄດ້ນຳເອົາຄໍາຢື້ຢາມຖາມຂ່າວ ແລະ ຄໍາອວຍພອນອັນປະເສີດ ຈາກທ່ານ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຖິງທ່ານ ຟ້າມ ມິງ ຈິງ ແລະ ການນຳພັກ, ລັດຫວຽດນາມ. ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອົບອຸ່ນ, ສະໜິດສະໜົມຂອງທ່ານນາຍົກລັດຖະມົນຕີ ແລະ ສະແດງຄວາມປິຕິຍິນດີຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໂດຍມີເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ເປັນຜູ້ນຳພາ ຊຶ່ງເຮັດໃຫ້ປະເທດຊາດຫວຽດນາມໄດ້ຮັບພັດທະນາຮອບດ້ານຢ່າງວ່ອງໄວ ແລະ ກ້າວກະໂດດ, ເສດຖະກິດສືບຕໍ່ເຕີບໂຕ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເຫັນໄດ້ຢ່າງຈະແຈ້ງ.
ທ່ານ ຟ້າມ ມິງ ຈິງ ໄດ້ສະແດງຄວາມຊົມເຊີຍທ່ານ ນາງ ຄໍາເພົາ ເອີນທະວັນ ທີ່ໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ສະແດງຄວາມຊົມເຊີຍຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃນໄລຍະຜ່ານມາ. ທ່ານໄດ້ເນັ້ນໜັກວ່າ, ຫວຽດນາມ ແລະ ລາວມີສາຍພົວພັນພິເສດ, ເປັນມໍລະດົກອັນລ້ຳຄ່າ ຊຶ່ງປະຊາຊົນສອງປະເທດລ້ວນແຕ່ມີຄວາມຮັບຜິດຊອບປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຖືສຳຄັນ ແລະ ໃຫ້ບຸລິມະສິດອັນດັບໜຶ່ງແກ່ການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ; ສືບຕໍ່ຊ່ວຍເຫຼືອລາວສຸດຄວາມສາມາດຂອງຕົນບົນພື້ນຖານເຄົາລົບຄວາມເປັນເອກະລາດ ແລະ ອະທິປະໄຕຂອງກັນ; ສອງຝ່າຍຕ້ອງປະຕິບັດບັນດາຂໍ້ຕົກລົງ, ກົກໄກການຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນສູງ ເປັນຕົ້ນແມ່ນຜົນຂອງການພົບປະລະຫວ່າງສອງພັກ ແລະ ກອງປະຊຸມທະວີພາກຄີ ຄັ້ງທີ 46 ຂອງຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ທີ່ຜ່ານມາ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຊຸກຍູ້ການເຄື່ອນໄຫວພົບປະ ແລະ ໂຄສະນາເຜີຍແຜ່ມູນເຊື້ອອັນລ້ຳຄ່າ ແລະ ສາຍພົວພັນມີໜຶ່ງບໍ່ມີສອງ ຫວຽດນາມ-ລາວ ໃນໝູ່ປະຊາຊົນສອງປະເທດ, ເປັນຕົ້ນແມ່ນຄົນຮຸ່ນໜຸ່ມ. ຫວຽດນາມຈະສືບຕໍ່ສະໜັບສະໜູນລາວຮັບໜ້າທີ່ເປັນປະທານຈັດກອງປະຊຸມອາຊຽນ ປີ 2024, ປະທານ AIPA 45, ຮ່ວມກັນຊຸກຍູ້ ປັບປຸງຄວາມສາມັກຄີ ແລະ ບົດບາດເປັນສູນລວມຂອງອາຊຽນ. ທ່ານມີຄວາມຫວັງວ່າ, ທຸກພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດ ຈະປະສົມປະສານກັນໃຫ້ດີຂຶ້ນກວ່າເກົ່າ, ຕັດສິນແກ້ໄຂບັນຫາທີ່ກີດຂວາງເພື່ອເຮັດໃຫ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ພັດທະນາໃຫ້ສົມຄູ່ກັບການພົວພັນທາງດ້ານການເມືອງ ເຊື່ອໝັ້ນ ແລະ ຕິດພັນກັນລະຫວ່າງສອງປະເທດ; ໃນນັ້ນ, ໃຫ້ເອົາໃຈໃສ່ຊຸກຍູ້ບັນດາໂຄງການຮ່ວມມືຍຸດທະສາດ, ໂຄງການເຊື່ອມຈອດພື້ນຖານໂຄງລ່າງ ຄົມມະນາຄົມ, ພະລັງງານ; ຮ່ວມມືກໍ່ສ້າງຊັບພະຍາກອນມະນຸດ; ຊຸກຍູ້ມູນຄ່າການຄ້າສອງຝ່າຍ ແລະ ບັນດາກິດຈະການລົງທຶນ; ສ້າງເງື່ອນໄຂໃຫ້ວິສາຫະກິດສອງປະເທດເພີ່ມການລົງທຶນເຊິງກັນແລະກັນ; ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ເປັນຕົ້ນແມ່ນບັນດາທ້ອງຖິ່ນລຽບຕາມຊາຍແດນ; ເປັນເຈົ້າການປະສານສົມທົບ, ແບ່ງປັນຂໍ້ມູນ, ຊ່ວຍໜູນເຊິ່ງກັນແລະກັນໃນເວທີສາກົນ ແລະ ພາກພື້ນ.
ໃນໂອກາດນີ້, ທ່ານທູດໄດ້ສະແດງຄວາມຍິນດີທີ່ໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ ແລະ ຈະເຮັດສຸດຄວາມສາມາດເພື່ອເປັນຂົວຕໍ່ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງບັນດາອົງການ ສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ, ພ້ອມທັງ ສະແດງຄວາມຂອບໃຈຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍໄດ້ຢູ່ຄຽງບ່າຄຽງໄຫລ່, ໃຫ້ການສະໜັບສະໜູນ ພັກ, ລັດ ແລະ ປະຊາຊົນລາວໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງລາວໃນປັດຈຸບັນ.
------------------------------------------//-------------------------------------------------
ໃນຕອນແລງຂອງວັນທີ 14 ມີນາ 2024, ທີ່ສຳນັກງານຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ນາງ ເຈືອງ ຖິ ມາຍ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໃນໂອກາດທີ່ສະຫາຍໄດ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດລາວຄົນໃໝ່ປະຈໍາ ສສ ຫວຽດນາມ.
ສະຫາຍ ນາງ ຄໍາເພົາ ເອີນທະວັນ ໄດ້ນຳເອົາຄໍາຢື້ຢາມຖາມຂ່າວ ແລະ ຄໍາອວຍພອນປີໃໝ່ອັນປະເສີດ ຈາກການນຳພັກ, ລັດລາວໄປຍັງການນຳພັກ, ລັດຫວຽດນາມ ແລະ ຈາກສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ປະຊາຊົນປະຕິວັດລາວ ມາຍັງສະຫາຍ ນາງ ເຈືອງ ຖິ ມາຍ ແລະ ຄະນະ. ໃນໂອກາດນີ້, ສະຫາຍທູດໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອົບອຸ່ນ, ສະໜິດສະໜົມຂອງສະຫາຍຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະ ສະແດງຄວາມຮູ້ສຶກປິຕິຍິນດີຕໍ່ຜົນສຳເລັດຮອບດ້ານຂອງຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມໂດຍມີເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ເປັນຜູ້ນຳພາໃນໄລຍະຜ່ານມາ. ໂດຍສະເພາະແມ່ນການພົວພັນຮ່ວມມືກັບຕ່າງປະເທດໂດຍປະຕິບັດນະໂຍບາຍຢ່າງຫ້າວຫັນ ເຂົ້າສູ່ລວງກວ້າງ ແລະ ເລິກເຊິ່ງ, ການນຳຂັ້ນສູງ ພັກ-ລັດຫວຽດນາມ ໄດ້ໄປເຄື່ອນໄຫວຢ້ຽມຢາມ, ເຮັດວຽກຢູ່ຫຼາຍປະເທດ ແລະ ກໍໄດ້ຕ້ອນຮັບການມາຢ້ຽມຢາມ, ເຮັດວຽກຂອງຜູ້ນຳຫຼາຍປະເທດ ຊຶ່ງໄດ້ສະແດງເຖິງ ຖານະ ບົດບາດ ແລະ ຊື່ສຽງຂອງຫວຽດນາມ ນັບມື້ນັບພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ. ສຳລັບການພົວພັນຮ່ວມມືສອງປະເທດ ລາວ ແລະ ຫວຽດນາມ ແມ່ນນັບມື້ນັບຂະຫຍາຍຕົວ ແລະ ເລິກເຊິ່ງ, ພົ້ນເດັ່ນແມ່ນການພົບປະຂອງສອງກົມການເມືອງສູນກາງພັກໃນທ້າຍເດືອນກຸມພາ, ການຢ້ຽມຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມທະວີພາຄີ ຄັ້ງທີ 46 ທີ່ນະຄອນຫຼວງຮ່າໂນ້ຍ ລ້ວນແຕ່ໄດ້ຕີລາຄາສູງຕໍ່ການຈັດຕັ້ງຜັນຂະຫຍາຍບັນດາແຜນການຮ່ວມມືໃນໄລຍະຜ່ານມາ ແລະ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວໃນຕໍ່ໜ້າ.
ສະຫາຍ ນາງ ເຈືອງ ຖິ ມາຍ ໄດ້ສະແດງຄວາມຊົມເຊີຍສະຫາຍ ນາງ ຄໍາເພົາ ເອີນທະວັນ ທີ່ໄດ້ມາດຳລົງ ຕຳແໜ່ງເປັນເອກອັກຄະລັດຖະທູດລາວປະຈໍາ ສສ ຫວຽດນາມ ແລະ ເຊື່ອໝັ້ນວ່າ, ດ້ວຍຄວາມຜູກພັນສະໜິດສະໜົມກັບຫວຽດນາມ ບວກໃສ່ປະສົບປະການທາງການທູດ, ສະຫາຍທູດຈະເຮັດໜ້າທີ່ທີ່ພັກ, ລັດ ແລະ ປະຊາຊົນລາວມອບໝາຍໃຫ້ສຳເລັດຜົນຢ່າງພົ້ນເດັ່ນ ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໃຫ້ນັບມື້ນັບກວ້າງຂວາງ ແລະ ເຂົ້າສູ່ລວງເລິກ. ສະຫາຍຫົວໜ້າຄະນະຈັດຕັ້ງສູງການພັກກອມມູນິດຫວຽດນາມ ໄດ້ຕີລາຄາສູງຕໍ່ບົດບາດຂອງສະຖານທູດລາວ ປະຈຳ ສສ ຫວຽດນາມ ແລະ ຫວັງວ່າ ສະຖານທູດລາວຈະເປັນຂົວຕໍ່ຊ່ວຍໃຫ້ບັນດາກະຊວງ, ຂະແໜງການຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ຊ່ວຍເຫຼືອກັນ ແລະ ພ້ອມກັນພັດທະນາ. ພ້ອມດຽວກັນນີ້, ສະຫາຍຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ, ສະໜັບສະໜູນຂອງພັກ, ລັດ ແລະ ປະຊາຊົນລາວໃນໄລຍະຜ່ານມາຈົນເຖິງປັດຈຸບັນ ແລະ ຢັ້ງຢືນວ່າ ຈະຄຽງຄູ່ກັບລາວ ຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນພິເສດລະຫວ່າງ ຫວຽດນາມ ແລະ ລາວໃຫ້ນັບມື້ນັບຂະຫຍາຍຕົວໄປສູ່ລວງເລິກ, ມີປະສິດທິຜົນໃນທຸກຂົງເຂດວຽກງານ ແລະ ຖ່າຍທອດໃຫ້ຄົນຮຸ່ນຫຼັງໄດ້ສືບທອດຕໍ່ໄປ.
ໃນໂອກາດດຽວກັນນີ້, ສະຫາຍທູດຍັງໄດ້ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ແລະ ຢືນຢັນວ່າ ຈະສືບຕໍ່ເປັນຂົວຕໍ່ໃນການຈັດຕັ້ງປະຕິບັດໜ້າທີ່ດັ່ງກ່າວນີ້ໃຫ້ສຳເລັດຜົນເປັນຢ່າງດີ.
----------------------------------------//----------------------------------------------
ໃນວັນທີ 15 ມີນາ 2024, ທ່ານ ນາງ ຄຳເພົາ ເອີນທະວັນ ເອກະອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຢ້ຽມພົບປະ ທ່ານ ຟານ ແອັງ ເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.
ໂດຍສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນ ກ່ຽວກັບວິທີການ ກໍ່ຄື ທິດທາງການຮ່ວມມື ເພື່ອຊຸກຍູ້ ແລະ ເສີມຂະຫຍາຍ ການພົວພັນຮ່ວມມື ໃນຂອບການທູດປະຊາຊົນ ໃຫ້ນັບມື້ນັບ ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ.
--------------------------------------------------//-----------------------------------------------------