ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ພິທີລົງນາມໃນສັນຍາ ວ່າດ້ວຍ ການຍົກເວັ້ນວີຊາ ສໍາລັບ ຜູ້ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ສ. ບູຣູນດີ

 

20221128 VisaExemption Lao Burundi 01

20221128 VisaExemption Lao Burundi 02

ໂດຍສືບຕໍ່ຈັດຕັ້ງປະຕິບັດ ສັນຍາວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ທີ່ໄດ້ລົງນາມຮ່ວມກັນໃນຕົ້ນປີນີ້ ທັງເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ບູຣູນດີ (Republic of Burundi), ໃນຕອນເຊົ້າວັນທີ 28 ພະຈິກ 2022 ນີ້, ຢູ່ທີ່ ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ທີ່ນະຄອນ ນິວຢອກ,       ໄດ້ມີພິທີລົງນາມ ໃນສັນຍາ ວ່າດ້ວຍການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະ ລັດ ບູຣູນດີ, ໂດຍຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ອານຸພາບ ວົງໜໍ່ແກ້ວ,         ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ, ແລະ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ບູຣູນດີ ແມ່ນ ທ່ານ ເຊຟີຣິນ ແມນິຣາຕັງກາ (H.E. Mr. Zéphyrin Maniratanga), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ບູຣູນດີ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນສັນຍາດັ່ງກ່າວ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີ ຂອງບັນດານັກການທູດຂອງທັງສອງຝ່າຍ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳລັດຄູເວດ ຍື່ນສານຕາຕັ້ງຕໍ່ ສົມເດັດ ເຊັກຄ໌ ມິຊໍລ໌ ອາລ ອາມັດ ອາລ ຈາເບີ ອາລ ຊາບາ, ຮອງກະສັດ, ອົງມົງກຸດຣາດຊະກຸມມານ ແຫ່ງລັດກູເວດ

 

 

1 12 2022

 

ໃນຕອນເຊົ້າຂອງວັນທີ 22 ພະຈິກ 2022 ແລ້ວນີ້, ທີ່ວັງບາຢານ (Bayan Palace) ນະຄອນກູເວດ, ທ່ານ ບຸນ ອິນທະບັນດິດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ສົມເດັດ ເຊັກຄ໌ ມິຊໍລ໌ ອາລ ອາມັດ ອາລ ຈາເບີ ອາລ ຊາບາ (His Highness Sheikh Mishal Al Ahmad Al Jaber Al Sabah), ຮອງກະສັດ, ອົງມົງກຸດຣາດຊະກຸມມານ ແຫ່ງລັດກູເວດ (The Deputy Emir, Crown Prince of the State of Kuwait) ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາລັດກູເວດ ໂດຍມີສໍານັກງານຕັ້ງຢູ່ນະຄອນກູເວດ, ລັດກູເວດ.

ອ່ານເພີ່ມເຕີມ... 

ສະຖານທູດລາວ ທີ່ບາງກອກ ສະເຫລີມສະຫລອງວັນຊາດລາວ 2 ທັນວາ

 

 

Bangkok1 12 2

Bangkok1 12 1

Bangkok1 12 1

     ໃນວັນທີ 26 ທັນວາ 2022 ທີ່ບາງກອກ ປະເທດໄທ; ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຣາຊະອານາຈັກໄທ ໄດ້ຈັດ​ພິທີສະ​ເຫລີມສະຫລອງ​ວັນຊາດ 2 ທັນວາ, ຄົບຮອບ 47 ປີ.​ ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງຟົດຟື້ນ ແລະ ມີເນື້ອໃນອັນເລິກເຊິ່ງທາງດ້ານປະຫວັດສາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງການພົວພັນຮ່ວມມື ລະຫວ່າງ ລາວ-ໄທ.

ອ່ານເພີ່ມເຕີມ... 

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404533
ມື້ນີ້9
ມື້ວານ171
ອາທິດນີ້944
ເດືອນນີ້6573