ໃນວັນທີ 03 ມີນາ 2023, ກົມສົນທິສັນຍາ ແລະ ກົດໝາຍ ຮ່ວມກັບ ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ການສ້າງສົນທິສັນຍາລະດັບ ລັດ ແລະ ລັດຖະບານ ລະຫວ່າງ ສປປ ລາວ ແລະ ຕ່າງປະເທດ ແລະ ການສ້າງສັນຍາສາກົນ ລະຫວ່າງ ອົງການຂັ້ນສູນກາງ ຫຼື ອົງການຂັ້ນແຂວງ ຂອງ ສປປ ລາວ ແລະ ຕ່າງປະເທດ ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 3 ກະຊວງການຕ່າງປະເທດ. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ເທບຖາວອນ ແສງມະນີ, ຮັກສາການແທນຫົວໜ້າກົມ ສົນທິສັນຍາ ແລະ ກົດໝາຍແລະ ທ່ານ ນາງ ມຸກດາວັນ ສີສຸລິດ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ, ຮອງຫົວໜ້າກົມ ອົງການຈັດຕັ້ງສາກົນ. ກອງປະຊຸມມີຜູ້ເຂົ້າຮ່ວມທັງໝົດ 105 ທ່ານ (ຍິງ 45 ທ່ານ).
ໂດຍຕອບສະຫນອງຕາມຈົດຫມາຍເຊີນ ຂອງ ພັກກຸ່ມກ້າວຫນ້າທົ່ວອິນເດຍ “ All India Forward Bloc”, ທ່ານ ບຸນມີ ວັນມະນີ, ເອກອັກຄະລັດຖະທູດລາວ ປະຈຳ ອິນເດຍ ໄດ້ຕາງໜ້າພັກ ປປ ລາວ ເຂົ້າຮ່ວມກອງປະ ຊຸມໃຫຍ່ ຄັ້ງທີ 19 ຂອງພັກກຸ່ມກ້າວຫນ້າທົ່ວອິນເດຍ ໃນວັນທີ 24 ກຸມພາ 2023 ທີ່ເມືອງ ໄຮເດີຣາບັດ, ລັດເຕລັນການາ, ປະເທດອິນເດຍ. ໃນກອງປະຊຸມດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ໄດ້ປະກອບຄຳຄິດຄຳເຫັນ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ກອງປະຊຸມ ແລະ ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ໄດ້ນຳເອົາຄຳຊົມເຊີຍ ແລະ ພອນໄຊອັນປະເສີດຂອງ ພັກປະຊາຊົນ ປະຕິວັດລາວ ສົ່ງໄປຍັງ ກອງປະຊຸມໃຫຍ່ ຄັ້ງທີ 19 ຂອງ ພັກກຸ່ມກ້າວຫນ້າທົ່ວອິນເດຍ ແລະ ຜ່ານກອງປະຊຸມໃຫຍ່ດັ່ງກ່າວ ໄປຍັງ ບັນດາສະມາຊິກພັກກ້າວຫນ້າທົ່ວອິນເດຍ ແລະ ຊາວຜູ້ອອກແຮງງານອິນເດຍທຸກຖ້ວນຫນ້າ. ກອງປະຊຸມໃຫຍ່ ຄັ້ງທີ 19 ຂອງ ພັກກຸ່ມກ້າວຫນ້າທົ່ວອິນເດຍ ເປັນເຫດການການເມືອງທີ່ສໍາຄັນຂອງ ພັກກຸ່ມກ້າວຫນ້າທົ່ວອິນເດຍ ໃນການເຕົ້າໂຮມຄວາມສາມັກຄີ, ເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ, ການປະສານງານເພື່ອຄວາມເປັນເອກະພາບຂອງພັກ ກັບບັນດາຂະບວນການກ້າວຫນ້າ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ເພື່ອພາລະກິດສັນຕິພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ໃນຕອນແລງຂອງວັນທີ 22 ກຸມພາ 2023, ເວລາ 13:30 ໂມງ ຢູ່ທີ່ຫ້ອງປະຊຸມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ. ຣັດເຊຍ ໄດ້ຈັດຕັ້ງພິທີປາຖະກະຖາເພື່ອເຜີຍແຜ່ ແລະ ເຊື່ອມຊືມບັນດາເອກະສານສຳຄັນຂອງ ພັກ-ລັດ ຄື : ເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ແລະ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023 ), ຊຶ່ງໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ເລຂາຫນ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ. ເຂົ້າຮ່ວມພິທີໃນຄັ້ງນີ້ມີ: ຄະນະຫນ່ວຍພັກ, ສະມາຊິກພັກ, ພະນັກງານສະຖານທູດ, ສະມາຄົມນັກສຶກສາ ແລະ ນັກສຶກສາທີ່ກຳລັງສຶກສາຢູ່ ສ.ຣັດເຊຍ ລວມທັງໝົດຈຳນວນ 16 ສະຫາຍ, ຍິງ 05 ສະຫາຍ.
ໃນພິທີປາຖະກະຖາ ຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ ເນື້ອໃນກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ແລະ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ. ໃນພິທີ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ເລຂາຫນ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ຣັດເຊຍ ໄດ້ໃຫ້ກຽດບັນລະຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ, ຊຶ່ງ ສະຫາຍ ໄດ້ຍົກໃຫ້ເຫັນເຖິງຜົນງານທີ່ຍາດມາໄດ້ໃນໄລຍະ 20 ປີ ທີ່ຜ່ານມາ, ຕີລາຄາຈຸດດີທີ່ຖອດຖອນໄດ້, ພ້ອມກັນນັ້ນ, ສະຫາຍໄດ້ຢັ້ງຢືນໃຫ້ເຫັນວ່າ: ຍາມໃດພັກເຮົາກໍ່ຍຶດໝັ້ນໃນທິດສະດີ ມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ກຳແໜ້ນສະພາວະຄວາມເປັນຈິງຂອງປະເທດຊາດ ກໍ່ຄືຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ. ການບັນຍາຍເນື້ອໃນເອກະສານດັ່ງກ່າວນີ້ກໍ່ເພື່ອເຮັດໃຫ້ ຄະນະພັກ, ສະມາຊິກພັກ, ພະນັກງານ ແລະ ນັກສຶກສາ ໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ກໍາແໜ້ນເນືຶ້ອໃນກອງປະຊຸມ ຢ່າງເລິກເຊິ່ງເຖິງຖອງ ບົນພື້ນຖານເພື່ອຍົກສູງນ້ຳໃຈຮັກຊາດ, ນ້ຳໃຈເສຍສະຫຼະເປັນເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປືກແຜນ, ເພີ່ງຕົນເອງ ແລະ ສ້າງເຂັ້ມແຂງໃຫ້ຕົນເອງ, ທັງນີ້ກໍ່ເພື່ອຫັນເອົາເນື້ອໃນວຽກງານການເມືອງ-ແນວຄິດ ທີ່ສະຫາຍເລຂາ ໄດ້ສະ ເໜີແນະນຳເຂົ້າໝູນໃຊ້ໃນວຽກງານວິຊາສະເພາະຕົວຈິງຂອງຕົນ.
ກອງປະຊຸມຍັງໄດ້ຮັບຟັງການບັນລະຍາຍເອກະສານກ່ຽວກັບ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023 ) ຊຶ່ງສະເໜີໂດຍ ສະຫາຍ ພັນເອກ ສີສະໄຫວ ສິມມະລິວົງ, ຮອງເລຂາໜ່ວຍພັກ, ທີ່ປຶກສາທູດຝ່າຍປ້ອງກັນຊາດ ເຊິ່ງໄດ້ຫວນຄືນມູນເຊື້ອປະຫວັດສາດໂດຍຍົກໃຫ້ຜູ້ເຂົ້າຮ່ວມໄດ້ເຫັນ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ພິລະກຳປະຫວັດການກຳເນີດ ຂອງກອງທັບປະຊາຊົນລາວ, ທາດແທ້, ມູນເຊື້ອ ແລະ ຜົນງານທີ່ຍາດມາໄດ້ ຂອງ ກອງທັບປະຊາຊົນລາວ ໂດຍພາຍໃຕ້ການຕໍ່ສູ້ຢ່າງພິລາດອາດຫານ ຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ກ້າວໄປສູ່ການປະກາດສ້າງຕັ້ງເປັນກອງທັບລາວອິດສະຫຼະ (ກອງທັບປະຊາຊົນລາວໃນປັດຈຸບັນ) ໃນວັນທີ 20 ມັງກອນ 1949, ພ້ອມທັງຍົກໃຫ້ເຫັນຜົນງານການຕໍ່ສູ້ມີໄຊ, ການເຕີບໃຫຍ່ຂະຫຍາຍຕົວແຕ່ລະໄລຍະ ພາຍໃຕ້ການນໍາພາອັນປີຊາສາມາດສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ສາມາດຕີເອົາໄຊຊະນະພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່. ນອກນັ້ນ, ທີ່ໄດ້ຍົກໃຫ້ເຫັນຄວາມສາມາດ ແລະ ພິລະອາດຫານຂອງກອງທັບປະຊາຊົນລາວ ຍັງໄດ້ຜ່ານຜ່າອຸປະສັກນາໆປະການບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ເຮັດສໍາເລັດພາລະກິດປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນປະເທດ ສປປ ລາວ ໃນວັນ ທີ 02 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ, ຈົນມາເຖິງປັດຈຸບັນ ແລະ ຍັງເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ.
ການເຜີຍແຜ່ເຊື່ອມຊຶມມູນເຊື້ອຂອງກອງທັບປະຊາຊົນລາວ ດັ່ງກ່າວນີ້ ຍັງເຮັດໃຫ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ເຖິງເນື້ອໃນຈິດໃຈ, ປະຫວັດສາດທີ່ສຳຄັນຂອງຊາດ ແລະ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອ, ທາດແທ້ຂອງການປະຕິວັດຂອງກອງທັບປະຊາຊົນລາວ ແລະ ເຊື່ອມຊຶມເຂົ້າໃຈເຖິງຜົນງານມູນເຊື້ອນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນລາວ, ຄວາມສາມັກຄີເປັນປຶກແຜ່ນ, ການມີສະຕິລະວັງຕົວຕ້ານຍຸດທະສາດການຫັນປ່ຽນຂອງສັດຕູ, ຄວາມເປັນເຈົ້າການນໍາເອົາແນວທາງ ແລະ ຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທຳປະຕິວັດຄຸນງາມຄວາມດີ ຂອງບັນດາຜູ້ນຳຮຸ້ນກ່ອນ ມາໝູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນ ໃຫ້ເກີດຜົນສູງສຸດ ເພື່ອການສ້າງສາພັດທະນາປະເທດຊາດ ໃນປະຈຸບັນໃຫ້ໄດ້ຮັບປະສິດທິພາບສູງຢ່າງບໍ່ຢຸດຢັ້ງ.