ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊູມສະຫຼູບຜົນການກວດກາ, ບູລະນະ ແລະ ກໍ່ສ້າງຫຼັກໝາຍຊາຍແດນ ທີ່ເປ່ເພຄືນໃໝ່ ລະຫວ່າງ ສປປ ລາວ ແລະ ສສ ມຽນມາ ຄັ້ງທີ 6

 

Lao Myanmar Technical Meeting 2

 

ກອງປະຊູມສະຫຼູບຜົນການກວດກາ, ບູລະນະ  ແລະ ກໍ່ສ້າງຫຼັກໝາຍຊາຍແດນ ທີ່ເປ່ເພຄືນໃໝ່ ລະຫວ່າງ ລາວ-ມຽນມາ ຄັ້ງທີ 6 ໄດ້ຈັດຂຶ້ນໃນວັນທີ 10 ເມສາ 2024 ທີ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ. ຄະນະວິຊາການເຕັກນິກຝ່າຍລາວ ນໍາໂດຍ ທ່ານ ບຸນພຽງ ຈັນທະວົງ, ຮອງຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະວິຊາການເຕັກນິກຝ່າຍມຽນມາ ນໍາໂດຍ ທ່ານ ພັນເອກ ນ່າຍ ອູ່, ຮອງຜູ້ບັນຊາການສູນອຸທົກກະສາດທະຫານເຮືອ, ກະຊວງປ້ອງກັນປະເທດ ແຫ່ງ ສສ ມຽນມາ ໂດຍມີຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຈາກສູນກາງຂອງສອງປະເທດ ແລະ ອໍານາດການປົກຄອງທ້ອງຖິ່ນຂອງແຂວງບໍ່ແກ້ວ, ແຂວງຫລວງນໍ້າທາ ແລະ ເມືອງທ່າຂີ້ເຫຼັກ, ລັດຊານຕາເວັນອອກ, ສສ ມຽນມາ ເຂົ້າຮ່ວມ.

 

ໃນກອງປະຊຸມ, ສອງຝ່າຍໄດ້ຮ່ວມກັນປຶກສາຫາລື ແລະ ສັງເກດຕີລາຄາຄືນ ກ່ຽວກັບ ການປະຕິບັດວຽກ ງານກວດກາ, ບູລະນະ ແລະ ກໍ່ສ້າງຫຼັກໝາຍຊາຍແດນທີ່ເປ່ເພ  ຫຼື ສູນຫາຍຄືນໃໝ່ ທີ່ຄະນະວິຊາການເຕັກນິກສອງຝ່າຍ ໄດ້ດໍາເນີນຮ່ວມກັນຢູ່ພາກສະໜາມຕະຫຼອດຄວາມຍາວ 236 ກິໂລແມັດ ຂອງເສັ້ນຊາຍແດນຖາວອນ ລະຫວ່າງ ສປປ ລາວ ແລະ ສສ ມຽນມາ ໂດຍໄດ້ເລີ່ມແຕ່ຕົ້ນເດືອນກຸມພາ ຈົນເຖິງທ້າຍເດືອນມີນາ 2024 ທີ່ຜ່ານມາ;  ຊຶ່ງຕະຫຼອດໄລຍະດັ່ງກ່າວ, ສອງຝ່າຍໄດ້ຮ່ວມກັນກວດກາ, ອະນາໄມອ້ອມຮອບບໍລິເວນຫຼັກໝາຍຊາຍແດນ, ທາສີຫຼັກໝາຍ ແລະ ກໍ່ສ້າງຫຼັກໝາຍຄືນໃສ່ຈຸດທີ່ຕັ້ງໃໝ່ ເພື່ອປ່ຽນແທນບັນດາຫຼັກໝາຍທີ່ຖືກເຊາະເຈື່ອນຍ້ອນຜົນກະທົບຈາກໄພທຳມະຊາດ ຈຳນວນ 7 ຫຼັກໝາຍ (ເບື້ອງລາວ 2 ຫຼັກໝາຍ ແລະ ເບື້ອງມຽນມາ 5 ຫຼັກໝາຍ) ໂດຍບໍ່ມີຜົນກະທົບຕໍ່ເສັ້ນຊາຍແດນຄົງທີ່ ທີ່ໄດ້ລະບຸໃນສັນຍາ ແລະ ໄດ້ບູລະນະຄືນລຳຕົວຫຼັກໝາຍທີ່ແຕກຫັກໃຫ້ກັບມາຢູ່ໃນສະພາບເດີມ ຄືດັ່ງ 5 ຄັ້ງຜ່ານມາ.

 

Lao Myanmar Technical Meeting 1

 

ພ້ອມດຽວກັນນີ້, ສອງຝ່າຍໄດ້ຮ່ວມກັນກວດກາຄືນແຜນຮ່າງນ້ຳເບີ ໝາຍເລກ 01 ທີ່ໄດ້ຮ່ວມກັນສຳຫຼວດເກັບກໍາຂໍ້ມູນລະອຽດທາງດ້ານອຸທົກກະສາດ (ຄອງນ້ຳເລິກບໍລິເວນຫຼັກໝາຍຊາຍແດນ ເລກທີ 001-003) ຢູ່ບໍລິ ເວນເສັ້ນຊາຍແດນ ຈຸດທີ 2 ຫາ ຈຸດທີ 7 ທີ່ຄະນະວິຊາການເຕັກນິກສອງຝ່າຍ  ໄດ້ເຮັດວຽກຢູ່ພື້ນທີ່ຕົວຈິງຮ່ວມກັນໃນເດືອນ ມັງກອນ 2024 ທີ່ຜ່ານມາ, ພິເສດໃນການປະຕິບັດວຽກງານດັ່ງກ່າວໃນຄັ້ງນີ້, ສອງຝ່າຍຍັງໄດ້ ວັດແທກດ້ວຍເຄື່ອງ GPS ເກັບກຳຂໍ້ມູນຢູ່ແຕ່ລະຈຸດທີ່ຕັ້ງຫຼັກໝາຍຊາຍແດນ ຈຳນວນ 172 ຫຼັກໝາຍ (ຕັ້ງຢູ່ເບື້ອງລາວ 86 ຫຼັກໝາຍ ແລະ ເບື້ອງມຽນມາ 86 ຫຼັກໝາຍ) ຢູ່ຕາມແຄມຝັ່ງແມ່ນ້ຳຂອງ ເພື່ອນຳໄປສຶກສາຄົ້ນຄວ້າ ແລະ ປັບປຸງລະບົບແຜນທີ່ ເສັ້ນຊາຍແດນຂອງສອງປະເທດຈາກລະບົບເກົ່າທີ່ຕິດແນບສັນຍາ ວ່າດ້ວຍການກໍານົດເສັ້ນຊາຍແດນຖາວອນຕາມລໍານໍ້າຂອງ ລະຫວ່າງ ສປປ ລາວ ແລະ ສສ ມຽນມາ ປີ 1994 ໃຫ້ເປັນລະບົບໃໝ່ທີ່ທັນສະໄໝກວ່າເກົ່າ.

 

ຜົນສຳເລັດວຽກງານໃນຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນໃຫ້ແກ່ການພົວພັນ ແລະ ຮ່ວມມືອັນດີ ລະຫວ່າງ ສອງຊາດ ລາວ ແລະ ມຽນມາ ທີ່ມີແຕ່ບູຮານນະການ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂື້ນ ເວົ້າລວມ, ເວົ້າສະເພາະກໍ່ຄືການປະກອບສ່ວນໃນຂົງເຂດວຽກງານຊາຍແດນ ລະຫວ່າງ ສອງປະເທດ ໃຫ້ສືບຕໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ແນໃສ່ເຮັດໃຫ້ຊາຍແດນສອງປະເທດຕາມລໍານໍ້າຂອງ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືທີ່ໝັ້ນຄົງຍາວນານ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486542
ມື້ນີ້96
ມື້ວານ142
ອາທິດນີ້204
ເດືອນນີ້5847