ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ຄະນະອະນຸກຳມະການເຕັກນິກຊາຍແດນຮ່ວມ ລາວ-ໄທ ປະຊຸມພົບປະຄັ້ງທີ 15

 

Border

 

ໃນລະຫວ່າງວັນທີ 15-18 ທັນວາ 2022 ນີ້ ທີ່ນະຄອນຫລວງພະບາງ, ແຂວງຫລວງພະບາງ ໄດ້ມີກອງປະຊຸມຄະນະອະນຸກຳມະການເຕັກນິກຊາຍແດນຮ່ວມລາວ-ໄທ ຄັ້ງທີ່ 15, ຫົວໜ້າຄະນະຝ່າຍລາວນຳໂດຍ ທ່ານ ອານຸສິນ ຂັດຕິຍະລາດ, ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ໄທ ແລະ ຫົວໜ້າຄະນະຝ່າຍໄທ ນຳໂດຍ ທ່ານ ພົນໂທ ໄຊຍະສິດ ປຣິນຍານຸພາບ, ເຈົ້າກົມແຜນທີ່ທະຫານ ກອງບັນຊາການກອງທັບໄທ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມໄທ-ລາວ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດສ

 

LaoAmhandAgreementtoCyp

 

ໃນວັນທີ 8 ທັນວາ 2022, ທີ່ ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດສ (Presidential Palace), ທ່ານ ລັດສະຫມີ ແກ້ວມະນີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ນິໂກສ ອານາສະຕາຊີອາເດັສ (Nicos Anastasiades), ປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດສ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ໄຊປຣັດສ, ເຊິ່ງມີສຳນັກງານຕັ້ງຢູ່ນະຄອນ ເຊີແນວ, ສະວິດເຊີແລນ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ

 

20221205 LaoAmb Credential Philippines 01

20221205 LaoAmb Credential Philippines 02

ໃນວັນທີ 05 ທັນວາ 2022 ທີ່ ມາລາກັນນັງ (Malacañan) ທຳນຽບປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ, ນະຄອນຫຼວງ ມະນິລາ, ທ່ານ ສອນໄຊ ວັນນະໄຊ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດ ຈູເນຍ (H.E. Ferdinand Romualdez Marcos Jr.), ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ຟິລິບປິນ.

ອ່ານເພີ່ມເຕີມ... 

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404541
ມື້ນີ້17
ມື້ວານ171
ອາທິດນີ້952
ເດືອນນີ້6581