ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າຮ່ວມພິທີມອບ-ຮັບຄອບຄົວເບິ່ງແຍງນັກຮຽນລາວ ຊຸດທີ VIII

   

  

  

20240317 Lao Am to VN 1

20240317 Lao Am to VN 4

   

  

ໃນ​ວັນ​ທີ 17 ມີ​ນາ 2024 ທີ່ ​ໂຮງ​ຮຽນ​ມິດ​ຕະ​ພາບ T80 ໃນ​ນະ​ຄອນຫຼວ​ງ ຮ່າ​ໂນ້ຍ ສ​ສ ຫວຽດ​ນາມ ໄດ້ມີພິທີ ມອບ-ຮັບ ຄອບຄົວເບິ່ງແຍງນັກຮຽນລາວ ຊຸດທີ VIII. ໃນ​ໂອ​ກາດນີ້, ທ່ານ ນາງ ຄຳ​ເພົາ ເອີນ​ທະ​ວັນ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ ໄດ້ເຂົ້າຮ່ວມ ແລະ ມອບ​ໃບ​ຍ້ອງ​ຍໍ​ໃຫ້​ບັນ​ດາຄອບຄົວຄົນຫວຽດນາມ​ຜູ້​ທີ່​ໄດ້​ຮັບ​ເອົາ​ນັກ​ຮຽນ, ນັກ​ສຶກ​ສາ​ລາວ​ໄປ​ເບິ່ງ​ແຍງ​ຢູ່​ໃນ​ຄອບ​ຄົວ​ຂອງ​ຕົນ​ໃນ​ໄລ​ຍະ​ຜ່ານ​ມາ.

   

ມີຄຳເຫັນໃນພິທີ, ທ່ານທູດໄດ້ສະແດງຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ ແລະ ຂອບ​ໃຈ​ຕໍ່​ຄະ​ນະ​ອຳ​ນວຍ​ການ​, ຄູ​ອາ​ຈານ, ພະ​ນັກ​ງານຂອງໂຮງ​ຮຽນ​ ຕະຫຼອດ​ຮອດ​ພໍ່​ແມ່​, ລຸງ​ປ້າ, ອາວ​ອາຫວຽດ​ນາມ ທີ່​ໄດ້​ເອົາ​ໃຈ​ໃສ່​ສິດ​ສອນ, ສຶກ​ສາ​ອົບ​ຮົມ, ສົ່ງ​ຄວາມ​ຮູ້​ຄວາມ​ສາ​ມາດ ແລະ ອຳ​ນວຍ​ຄວາມ​ສະ​ດວກ​ທຸກ​ຢ່າງ​ໃຫ້​ແກ່​ນ້ອງນັກ​ຮຽນ​ລາວ​ຕະຫຼອດ​ໄລ​ຍະ 40 ປີ​ຜ່ານ​ມາ. ນັບ​ແຕ່​ປີ 1980 ຮອດ​ປັດ​ຈຸ​ບັນ ໂຮງ​ຮຽນ​ແຫ່ງນີ້​ໄດ້​ກໍ່​ສ້າງ ແລະ ສິດ​ສອນ​ນັກ​ຮຽນ​ລາວ​ລວມ​ທັງ​ໝົດ​ 5.000 ນ້ອງ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ  ແລະ ການຮ່ວມມືຮອບດ້ານ ​ລະ​ຫວ່າງ​ ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ​ລາ​ວ - ຫວຽດ​ນາມ ກໍຄືການພົວພັນຮ່ວມມື ລະຫວ່າງສະຖານທູດກັບໂຮງຮຽນ T80 ແຫ່ງນີ້.

  

ພ້ອ​ມ​ດຽວ​ກັນ​ນີ້, ທ່ານ​ທູດ​ຍັງ​ໄດ້ຕີລາຄາສູງຕໍ່ການເສຍສະຫຼະ, ການປະກອບສ່ວນຂອງບັນດາພໍ່​ແມ່​ປະ​ຊາ​ຊົນ, ລຸງປ້າ, ອາວ​ອາຢູ່ໃນສະມາຄົມມິດຕະພາບ ຫວຽດນາມ-ລາວ ສາຂາ​ເມືອງ ເຊີນເຕິຍ ຕະຫຼອດໄລຍະ 7 ປີຜ່ານມາ. ຊຶ່ງໄດ້ກາຍເປັນບັນດາຄອບຄົວທີ່ໄດ້ຮັບນັກ​ຮຽນ, ນັກ​ສຶກ​ສາ​ລາວ​ໄປເບິ່ງແຍງ, ລ້ຽງດູ ຢູ່​ໃນ​ຄອບ​ຄົວ​ຂອງ​ຕົນ.

  

ໂຮງ​ຮຽນ​ມິດ​ຕ​ະ​ພາບ T80 ເປັນ​ໂຮງ​ຮຽນ​ໜຶ່ງ​ທີ່​ຂຶ້ນ​ກັບ​ກະ​ຊວງ​ສຶກ​ສາ ແລະ ກໍ່​ສ້າງ​ຂອງ​ຫວຽດ​ນາມ. ປັດ​ຈຸ​ບັນ, ມີນັກສຶກສາລາວ ຈຳນວນ 163 ຄົນ ກຳລັງຮຽນກຽມພາສາຫວຽດ ແລະ  40 ຄົນກຳລັງຮຽນຊັ້ນມັດທະຍົມຢູ່ໂຮງ​ຮຽ​ນ​ແຫ່ງນີ້ ທຸກ​ຄົນລ້ວນແຕ່ໄດ້ຮັບການເບິ່ງແຍງ, ລ້ຽງດູຈາກບັນດາ​ພໍ່​ແມ່, ​ລຸງປ້າ, ອາວ​ອາຢູ່ໃນສາຂາສະມາຄົມມິດຕະພາບ ແລະ ບັນດາຄູອາຈານ, ພະນັກງານຂອງໂຮງຮຽນດ້ວຍ​ຄວາມ​ອົບ​ອຸ່ນ, ສະ​ໜິດ​ສະ​ໜົມ​ຄື​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອ​ງ​ຕົນ.

  

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486081
ມື້ນີ້212
ມື້ວານ168
ອາທິດນີ້1117
ເດືອນນີ້5386