ກອງປະຊຸຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ ສະໄໝພິເສດ ເພື່ອສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການພົວພັນອາຊຽນ-ອິນເດຍ ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນາ 2022 ທີ່ ນິວເດັນລີ, ອິນເດຍ ໂດຍການເປັນປະທານຮ່ວມຂອງລັດຖະມົນຕີຕ່າງປະເທດສິງກະໂປ ແລະ ລັດຖະມົນຕີຕ່າງປະເທດອິນເດຍ ແລະ ການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ຜູ້ຕາງໜ້າ.
ໃນວັນທີ 10 ມິຖຸນາ 2022, ທ່ານ ດຣ. ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນ. ເວັນດີ ເຊີມານ, ຮອງລັດຖະມົນຕີຕ່າງປະເທດ ສະຫະລັດ ອາເມຣິກາ ພ້ອມດ້ວຍຄະນະ ທີ່ສໍານັກງານນາຍົກລັດຖະມົນຕີ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກທາງການ ຢູ່ ສປປ ລາວ.
ໃນຕອນບ່າຍຂອງວັນທີ 10 ມິຖຸນາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ລາວ ເຂົ້າຮ່ວມກອງປະຊຸຸມປຶກສາຫາລື ອາຊຽນ-ຈີນ ຄັ້ງທີ 28 ແບບທາງໄກ ພາຍໃຕ້ການເປັນປະທານຮ່ວມຂອງມຽນມາ ແລະ ສປ.ຈີນ.