ໃນວັນທີ 5 ພຶດສະພາ 2022, ທີ່ແຂວງ ຫຼວງນໍ້າທາ, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມພາຍໃຕ້ຫົວຂໍ້ “ ການແລກປ່ຽນ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ຫນຶ່ງແລວ ຫນຶ່ງເສັ້ນທາງ ຢູ່ບັນດາແຂວງພາກເໜືອຂອງ ສປປ ລາວ” ໂດຍການເປັນປະທານຮ່ວມຂອງທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພົມມະສຸກ ວິໄລກຸນ, ຮອງເຈົ້າແຂວງ ຫຼວງນໍ້າທາ. ກອງປະຊຸມຄັ້ງນີ້ເປັນຫນຶ່ງໃນກິດຈະກຳສຳຄັນທີ່ໄດ້ຮັບການສະໜັບສະໜູນດ້ານທຶນຮອນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງມີຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ບັນດາຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ 6 ແຂວງພາກ ເໜືອຂອງ ສປປ ລາວ ເຂົ້າຮ່ວມຄື: ແຂວງ ວຽງຈັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຜົ້ງສາລີ.
ໃນວັນທີ 29 ເມສາ 2022 ທີ່ໂຮງແຮມ ແລນມາກ ຣີເວີຊາຍ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືອາຊຽນ ຮ່ວມກັບ ທ່ານ ເຈດສະດາ ກະຕະເວທິນ, ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ໄທ ປະຈໍາ ສປປ ລາວ. ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການເປັນເຈົ້າພາບຂອງສະຖານທູດໄທ ປະຈໍາ ສປປ ລາວ ໃນນາມປະທານໝູນວຽນ, ມີບັນ ດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຈາກສະຖານທູດປະເທດສະມາຊິກອາຊຽນ ປະຈຳ ສປປ ລາວ ເຂົ້າຮ່ວມ.
ໃນວັນທີ 27 ເມສາ 2022 ສະຖາບັນການຕ່າງປະເທດ ໃນນາມປະທານໝູນວຽນຂອງເຄືອຂ່າຍຄັງປັນຍາອາຊີຕາເວັນອອກ ( Network of East Asia Think Tanks /NEAT ) ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ປະສານງານລະຫວ່າງປະເທດຂອງເຄືອຂ່າຍ ຫລື ເອີ້ນວ່າ NEAT Country Coordinators Meeting ຄັ້ງທີ 35 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ ແລະ ວິຊາການ ຈຳນວນ 20 ທ່ານ. ກອງປະຊຸມໄດ້ດຳເນີນໄປເປັນເວລາ ເຄິ່ງວັນ ໃນຮູບແບບກອງປະຊູມທາງໄກ (Zoom platform).