ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ລັດຖະບານລາວມອບຫຼຽນກາມິດຕະພາບ ໃຫ້ແກ່ ທ່ານ ນາງ ບີອາເຕ ດັດສ໌ເທວ, ຮອງຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ

 

UNICEF 1

UNICEF 2

 

       ໃນຕອນເຊົ້າຂອງ ວັນທີ 26 ກໍລະກົດ 2022, ທີ່ ກະຊວງການຕ່າງປະເທດ ໄດ້ມີການຈັດພິທີປະດັບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ບີອາເຕ ດັດສ໌ເທວ (Ms. Beate Dastel), ຮອງຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ ທີ່ມີຜົນງານອັນພົ້ນເດັ່ນໃນການປະກອບສ່ວນຢ່າງຫຼວງຫຼາຍໃນການຂົນຂວາຍການ ລະດົມທຶນຮອນ ແລະ ຊ່ວຍເຫຼືອເຕັກນິກວິຊາການໃຫ້ແກ່ ສປປ ລາວ ແລະ ໃນໂອກາດທີ່ທ່ານໄດ້ສິ້ນສຸດການປະຕິບັດໜ້າທີ່ ຢູ່ ສປປ ລາວ, ລັດຖະບານແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງເຫັນດີຍ້ອງຍໍ ແລະ ມອບຫຼຽນກາມິດຕະພາບ ໃຫ້ແກ່ຜູ້ກ່ຽວ ຊຶ່ງຕາງໜ້າໃຫ້ລັດຖະບານ ສປປ ລາວ ເພື່ອປະດັບຫຼຽນດັ່ງກ່າວແມ່ນ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ, ບັນດາກົມທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ແລະ ອົງການຈັດຕັ້ງສາກົນຕ່າງໆເຂົ້າຮ່ວມພິທີດັ່ງກ່າວຈໍານວນ 30 ທ່ານ. ທ່ານ ນາງ ບີອາເຕ ດັດສ໌ເທວ ໄດ້ຖືກແຕ່ງຕັ້ງ ໃຫ້ມາເປັນ ຮອງຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ ຕັ້ງແຕ່ປີ 2019, ໂດຍຕະຫຼອດໄລຍະຂອງການປະຕິບັດໜ້າທີ່ ທ່ານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວ ວຽກງານການຊ່ວຍ ເຫຼືອຂອງອົງການ UNICEF ຕໍ່ ສປປ ລາວ, ກໍ່ຄືການຊຸກຍູ້ ແລະ ສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານການພັດທະນາເດັກນ້ອຍ, ສົ່ງເສີມໂພຊະນາການເດັກ, ການປັບປຸງການສຶກສາໃນຂັ້ນອະນຸບານ, ການເສີມຂະຫຍາຍ ແລະ ປັບປຸງການໃຫ້ບໍລິການ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດຕິດແປດຕ່າງໆ, ນໍ້າສະອາດໃນເຂດຊຸມຊົນ ແລະ ສະຖານທີ່ການສຶກສາຕ່າງໆໃນເຂດຫ່າງໄກສອກຫຼີກ, ການຊ່ວຍເຫຼືອສຸກເສີນໃນເວລາເກີດ ແລະ ການຟື້ນຟູພາຍຫຼັງໄພພິບັດ ໂດຍສະເພາະແມ່ນການຊຸກຍູ້ວຽກງານການຈັດ ຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ່ຕິດພັນກັບແມ່ຍິງ ແລະ ເດັກນ້ອຍ, ກະກຽມຄວາມພ້ອມໃນການຮັບມື ເເລະ ຟື້ນຕົວຈາກ ໂຄວິດ-19 ເຊັ່ນ: ສະໜອງອຸປະກອນທາງການແພດ, ໂພຊະນາການ ແລະ ສຸຂາພິບານ ໃຫ້ແກ່ລັດຖະບານລາວ, ຊ່ວຍລະດົມ ແລະ ປະສານງານກັບລັດຖະບານ ແລະ ສາກົນ ໃນການຂົນສົ່ງ ແລະ ການມອບຮັບວັກຊີນ ຕ້ານໂຄວິດ 19 ໃຫ້ແກ່ ສປປ ລາວ ໂດຍຜ່ານໂຄງການ COVAX. ນອກນັ້ນ, ທ່ານ ນາງ ບີອາເຕ ຍັງໄດ້ປະກອບສ່ວນເຂົ້າໃນການສະໜັບສະໜູນ ແຜນງານຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNICEF ໃນໄລຍະ 2017-2021 ເປັນເງິນຈໍານວນ 68 ລ້ານໂດລາສະຫະລັດ.

 

        ປັດຈຸບັນ, ອົງການ UNICEF ກຳລັງຈັດຕັ້ງປະຕິບັດແຜນງານການຮ່ວມມືການພັດທະນາຢູ່ ສປປ ລາວ ສຳລັບສົກປີ 2022-2026 ຊຶ່ງໄດ້ສຸມໃສ່ວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ, ວຽກງານສຶກສາແຜນງານນໍ້າ ແລະ ສຸຂະອະນາໄມ, ວຽກງານປົກປ້ອງເດັກ, ວຽກງານນະໂຍບາຍ, ວາງແຜນ, ຕິດຕາມ ແລະ ປະເມີນຜົນ, ວຽກງານໂຄສະນາ ແລະ ສື່ສານມວນຊົນ.

 

 

ການນໍາກະຊວງການຕ່າງປະເທດລາວ ອວຍພອນທູດຫວຽດນາມ ເນື່ອງໃນໂອກາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022

 

 

VIET 20220715 3

VIET 20220715 2

VIET 20220715 4

 

       

ໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2022, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ໄປອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ກໍ່ຄືວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022).

ອ່ານເພີ່ມເຕີມ... 

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງອົງການ ສປຊ

 

2022 7 15 PX NY 2

2022 7 15 PX NY 1

2022 7 15 PX NY 3

 

ຄະນະຜູ້ແທນ ສປປ ລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຈາກກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ໄດ້ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງອົງການ ສປຊ (2022 High-Level Political Forum on Sustainable Development) ພາຍໃຕ້ຫົວຂໍ້: ການຟື້ນຟູຄືນໃໝ່ຈາກຜົນກະທົບຂອງພະຍາດໂຄວິດ-19 ຄຽງຄູ່ກັບການຊຸກຍູ້ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຢ່າງເຕັມສ່ວນ (Building back better from the coronavirus disease/COVID-19 while advancing the full implementation of the 2030 Agenda for Sustainable Development), ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 05 - 18 ກໍລະກົດ 2022 ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ນິວຢອກ, ສ. ອາເມລິກາ. ຈຸດປະສົງຕົ້ນຕໍ ຂອງກອງປະຊຸມແມ່ນເພື່ອຕິດຕາມ ແລະ ທົບທວນຄືນການຈັດຕັ້ງປະຕິບັດວາລະ ປີ 2030 ເພື່ອການພັດທະນາແບບຍືນຍົງ (ປພຍ) ກໍຄືການທົບທວນຄືນບັນດາ 17 ເປົ້າໝາຍ, ໂດຍສະເພາະ 5 ປພຍ ຄື: ການສືກສາ​ (ປພຍ4), ຄວາມສະເໝີພາບລະຫວ່າງຍິງ-ຊາຍ (ປພຍ5), ອະນຸລັກ ແລະ ນໍາໃຊ້ສິ່ງທີ່ມີຊີວິດໃນນ້ໍາ (ປພຍ14), ອະນຸລັກ ແລະ ນໍາໃຊ້ສິ່ງທີ່ມີຊີວິດເທິງໜ້າດິນ (ປພຍ15) ແລະ ການຮ່ວມມື (ປພຍ17). ພ້ອມກັນນັ້ນ, ກອງປະຊຸມໄດ້ມີການນໍາສະເໜີບົດລາຍງານແບບສະໝັກໃຈ (VNR) ຂອງບັນດາປະເທດສະມາຊິກ,​ ຊຶ່ງປີນີ້ ມີ 45 ປະເທດ ໄດ້ຂຶ້ນນໍາສະເໜີບົດດັ່ງກ່າວ.ກອງປະຊຸມດັ່ງກ່າວ ໄດ້ແຍກອອກເປັນ 3 ພາກຄື: 1. ກອງປະຊຸມພາກທົ່ວໄປ, 2. ກອງປະຊຸມລະດັບລັດຖະມົນຕີ ແລະ 3. ກອງປະຊຸມຂັ້ນສູງ ຊຶ່ງມີບັນດາປາມຸກລັດ ແລະ ຫົວໜ້າລັດຖະບານຂອງປະເທດສະມາຊິກເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487204
ມື້ນີ້39
ມື້ວານ191
ອາທິດນີ້866
ເດືອນນີ້597