ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມວິຊາການຂອງ ຄະນະກໍາມະການຊີ້ນໍາຮ່ວມໃນການຈັດຕັ້ງປະຕິບັັດ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ຄັ້ງທີ 1

 

Lao UN 20 5 22 1

Lao UN 20 5 22 3

Lao UN 20 5 22 2

Lao UN 20 5 22 4

 

          ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2022 ທີ່ ນະຄອນຫຼວງວຽງຈັນ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ໄດ້ຈັດ ກອງປະຊຸມວິຊາການຂອງ ຄະນະກໍາມະການຊີ້ນໍາຮ່ວມການຈັດຕັ້ງປະຕິບັັດຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ຄັ້ງທີ 1 (The First Technical Meeting of the Joint Steering Committee of the Lao PDR – UN Sustainable Development Cooperation Framework 2022-2026) ຫຼື ເອີ້ນວ່າ UNSDCF”, ພາຍໃຕ້ການເປັນປະທານໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່ວມກັບ ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 40 ທ່ານ.

 

          ເພື່ອຜັນຂະຫຍາຍການຮັບຮອງຢ່າງເປັນທາງການຂອບການຮ່ວມມື UNSDCF 2022-2026 ໃນປີ 2021 ທີ່ຜ່ານມາ, ກອງປະຊຸມໃນຄັ້ງນີ້ຈຶ່ງມີຈຸດປະສົງເພື່ອເປີດເວທີການປຶກສາຫາລືໃຫ້ແກ່ບັນດາຈຸດປະສານງານຄະນະກໍາມະທິການ (Joint Steering Committee/JSC) ກ່ຽວກັບ ແຜນງານກິດຈະກໍາບູລິມະສິດ ແລະ ບັນດາສິ່ງທ້າທາຍຕ່າງໆພາຍໃຕ້ 4 ຄາດໝາຍຫຼັກຂອງຂອບການຮ່ວມມື UNSDCF 2022-2026 ກໍຄື 1.) ຊີວິດການເປັນຢູ່ທີ່ດີ; 2.) ຄວາມຈະເລີນຮຸ່ງເຮືອງທີ່ກວມລວມ; 3.) ການຄຸ້ມຄອງບໍລິຫານລັດ ແລະ ການປົກຄອງດ້ວຍກົດໝາຍ ແລະ 4.) ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ການສ້າງຄວາມທົນທານ, ເຊິ່ງກອງປະຊຸມມີຈຸດປະສົງໃນການແລກປ່ຽນບັນດາຄໍາຄິດເຫັນ, ປຶກສາຫາລື ແລະ ການກໍານົດບູລິມະສິດໃນການຈັດຕັ້ງປະຕິບັດຂອບການຮ່ວມມື ແລະ ປະກອບຄໍາເຫັນໃສ່ໃນຮ່າງບົດລາຍງານຄວາມຄືບໜ້າປະຈໍາປີ 2021 ທີ່ຜ່ານມາ.

 

          ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງ​ໃນ​ການ​ຍົກ​ລະ​ດັບຄວາມເປັນເຈົ້າການຂອງພາກລັດໃນການກໍານົດແຜນງານ ແລະ ກິດຈະກໍາການຮ່ວມມືໃຫ້ຈະ​ແຈ້ງ​ຊັດ​ເຈນ, ໄປຕາມທິດຍຸດທະສາດ ແລະ ບູລິມະສິດຂອງລັດຖະບານໃນແຕ່ລະໄລຍະ, ເຊິ່ງແຕ່​ລະ​ຂ​ະແໜງ​ການຈໍາເປັນຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບໃນການຄົ້ນ​ຄວ້າ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ ແລະ ນໍາສະເໜີໃສ່​ການວາງແຜນວຽກ ແລະ ກິດຈະກໍາໃນ​ຂອບ​ການ​ຮ່ວມ​ມື UNSDCF 2022-2026 ​ສະ​ບັບ​ໃໝ່ນີ້ ເພື່ອ​ໃຫ້ສອດຄ່ອງ ແລະ ແທດເໝາະກັບຄວາມຕ້ອງການຂອງແຕ່​ລະ​ຂະ​ແໜງ​ການ ກໍ​ຄື​ ຄວາມ​ເລັ່ງ​ທວງ​ຂອງສະພາບການພັດທະນາເສ​ດ​ຖະ​ກິດ​-ສັງ​ຄົມຂອງປະເທດເຮົາໃນ​ໄລ​ຍະ​ໃໝ່. ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ກໍ່ໄດ້ຢໍ້າຄືນຄວາມໝາຍ​ຄວາມສໍາຄັນຂອງການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ບັນດາອົງ​ການເຄືອຂ່າຍ ສປຊ, ໂດຍສະເພາະແມ່ນໄດ້ຍົກໃຫ້ເຫັນເຖິງບົດບາດຂອງ ອົງການ ສປຊ ໃນຖານະເປັນຄູ່ຮ່ວມພັດທະນາຫຼັກ ແລະ ​ໜ້າ​ທີ່​​ໃຫ້​ການສະໜັບສະໜູນຊ່ວຍເຫຼືອດ້ານເຕັກນິກ ແລະ ​ລະ​ດົມ​ທຶນ​ຮອນ​ເຂົ້າໃນການຈັດຕັ້ງປະຕິບັດແຜ​ນ​ງານ ແລະ ໂຄງ​ການ​ຮ່ວມ​ກັບລັດ​ຖະ​ບານໃນຫຼາຍຂະແໜງການບູລິມະສິດ ແນໃສ່ການບັນລຸບັນດາຄາດໝາຍ ແລະ ເປົ້າໝາຍຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ກໍຄືການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງໃນອະນາຄົດ.

 

          ຂອບການຮ່ວມມື UNSDCF 2022-2026 ແມ່ນຂໍ້ຕົກລົງຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການເຄືອຂ່າຍ ສປຊ ຢູ່ ສປປ ລາວ ເພື່ອໃຫ້ການຊ່ວຍເຫຼືອ ສປປ ລາວ ດ້ານເຕັກນິກວິຊາການ, ການຂົນຂວາຍທຶນຮອນເຂົ້າໃນວຽກງານການຍົກລະດັບຊີວິດທີ່ດີຂອງປະຊາຊົນ, ເສີມສ້າງຄວາມຮຸ່ງເຮືອງສີວິໄລ, ການປົກຄອງທີ່ດີ ແລະ ລັດແຫ່ງກົດໝາຍ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພທໍາມະຊາດ ແລະ ອື່ນໆ, ຊຶ່ງສອດຄ່ອງກັບບູລິມະສິດ ແລະ ຍຸດທະສາດການສ້າງສາ ແລະ ພັດທະນາປະເທດຊາດຂອງ ສປປ ລາວ, ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2021-2025, ວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການ ສປຊ ແລະ ການກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນປີ 2026.

 

          ກອງປະຊຸມລະດັບວິຊາການໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ສໍາເລັດລົງຢ່າງຈົບງາມ. ສໍາລັບຜົນຂອງກອງປະຊຸມໃນຄັ້ງນີ້ແມ່ນຈະຖືກນໍາໄປລາຍງານຕໍ່ ກອງປະຊຸມລະດັບສູງຂອງຄະນະກໍາມະການຊີ້ນໍາຮ່ວມການຈັດຕັ້ງປະຕິບັັດຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ເຊິ່ງຄາດວ່າຈະຈັດຂື້ນໃນທ້າຍປີ 2022 ນີ້.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485934
ມື້ນີ້65
ມື້ວານ168
ອາທິດນີ້970
ເດືອນນີ້5239