ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸຸມປຶກສາຫາລື ເຈົ້າໜ້າທີ່ອາວຸໂສ ອາຊຽນ-ຈີນ ຄັ້ງທີ 28 (ແບບທາງໄກ)

 

10 6 2022 1

10 6 2022 2

10 6 2022 3

 

        ໃນຕອນບ່າຍຂອງວັນທີ 10 ມິຖຸນາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ລາວ ເຂົ້າຮ່ວມກອງປະຊຸຸມປຶກສາຫາລື ອາຊຽນ-ຈີນ ຄັ້ງທີ 28 ແບບທາງໄກ ພາຍໃຕ້ການເປັນປະທານຮ່ວມຂອງມຽນມາ ແລະ ສປ.ຈີນ.

 

         ກອງປະຊຸມຄັ້ງນີ້ ໄດ້ຕີລາສູງຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືອາຊຽນ-ຈີນ ໂດຍສະເພາະການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດສະໄໝພິເສດ ອາຊຽນ-ຈີນ  ເພື່ອສະເຫຼີມສະຫຼອງການພົວພັນ ຄົບຮອບ 30 ປີ, ແລະໄດ້ທົບທວນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມື ອາຊຽນ-ຈີນ (2021-2025) ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການເສີມຂະຫຍາຍການພົວພັນອາຊຽນ-ຈີນ ທີ່ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນທ້າຍປີ 2021. ກອງປະຊຸມ ເຫັນດີສືບຕໍ່ການຮ່ວມມືດ້ານການກຽມຄວາມພ້ອມ ແລະ ການຮັບມືກັບໄພສຸກເສີນທາງດ້ານສາທາລະນະສຸກ ແລະ​ ການຟື້ນຟູເສດຖະກິດຮອບດ້ານພາຍຫຼັງໂຄວິດ-19; ການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025; ການຈັດຕັ້ງປະຕິບັດແຜນປະຕິບັດງານການເຊື່ອມໂຍງອາຊຽນ (2021-2025); ການຫັນເປັນເສດຖະກິດດີຈີຕອນ ແລະ ສະໜັບສະໜູນຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ; ການຫລຸດຜ່ອນຄວາມທຸກຍາກ ແລະ ຮັດແຄບຄວາມແຕກໂຕນດ້ານການພັດທະນາ; ການຈັດຕັ້ງປະຕິບັດສັນຍາເຂດການຄ້າເສລີ ອາຊຽນ-ສປ.ຈີນ ແລະ ສັນຍາການຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP); ການຮ່ວມມືດ້ານການສຶກສາ, ວັດທະນະທໍາ, ທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ; ລວມທັງ ການຮ່ວມມືອະນຸພາກພື້ນ ໂດຍສະເພາະ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.

 

--------------------------------

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480383
ມື້ນີ້41
ມື້ວານ172
ອາທິດນີ້781
ເດືອນນີ້6614