ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປາຖະກະຖາ ເນື່ອງໃນໂອກາດຄົບຮອບ 30 ປີ ຂອງການພົບປະ ລະຫວ່າງ ການນຳຂອງ ສປປ ລາວ ເເລະ ສປປ ເກົາຫຼີ (1992-2022)

 

Lao NKorea 19 5 2022 3

Lao NKorea 19 5 2022 4

Lao NKorea 19 5 2022 2

 

         ວັນທີ 19 ພຶດສະພາ 2022, ທີ່ ສູນ ICTC, ສະຖາບັນການຕ່າງປະເທດ ແລະ ສະຖານທູດ ສປປ ເກົາຫລີ ໄດ້ເປັນເຈົ້າພາບຮ່ວມກັນຈັດປາຖະກະຖາ ເນື່ອງໃນໂອກາດຄົບຮອບ 30 ປີ ຂອງການພົບປະ ລະຫວ່າງ ພະນະທ່ານ ໄກສອນ ພົມວິຫານ, ອະດີດເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ແລະ ພະນະທ່ານ  ກິມ ອິນ ເຊິງ ແລະ ພະນະທ່ານ ກິມ ເຈິງ ອິນ, ຜູ້ນຳສູງສຸດ ຂອງ ສປປ ເກົາຫຼີ (1992-2022). ໃຫ້ກຽດເປັນປະທານກ່າວເປີດ ໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ໃຫ້ກຽດ ບັນຍາຍ ໂດຍ ທ່ານ ລີ ຢົງ ຊົນ, ເອກອັກຄະລັດຖະທູດ ສປປ ເກົາຫລີ ປະຈຳ ສປປ ລາວ

 

 

   ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ຖືໄດ້ວ່າເປັນການພົວພັນທີ່ມີມູນເຊື້ອຍາວນານ ແລະ ເປັນປະຫວັດສາດທີ່ມີຄວາມໝາຍສໍາຄັນ, ທັງສອງປະເທດ ໄດ້ມີອຸດົມການທາງການເມືອງດຽວກັນ ທີ່ເດີນຕາມເສັ້ນທາງສັງຄົມນິຍົມ, ຮັກສາໄດ້ລະບອບປະຊາທິປະໄຕອັນຄົບຖ້ວນ, ໃຫ້ກຽດ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ດ້ວຍດີຕະຫຼອດມາ. ​ໃນໄລຍະຕໍ່ສູ້ກູ້ຊາດຂອງ ສປປ ລາວ, ສປປ ເກົາຫຼີ ໄດ້ໃຫ້ການສະໜັບສະໜູນ ພາລະກິດປະຕິວັດຊາດລາວ ຢ່າງສະເໝີຕົ້ນສະເໝີປາຍ. ນັບແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 24 ມິຖຸນາ 1974 ໂດຍ ປະທານໄກສອນ ພົມວິຫານ, ອະດີດເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ແລະ ທ່ານ ກິມ ອິນຊຸງ, ອະດີດຜູ້ນໍາທີ່ຍິ່ງໃຫຍ່ຂອງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ. ຈາກນັ້ນເປັນຕົ້ນມາ, ທັງສອງປະເທດ ໄດ້ມີການແລກປ່ຽນຄະນະຜູ້ແທນ ທັງສາຍພັກ ແລະ ສາຍລັດໃນຫຼາຍລະດັບ ເຊິ່ງການພົວພັນຮ່ວມມືໃນແຕ່ລະຂັ້ນ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ນັບມື້ນັບໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ. ເຫດການປະຫວັດສາດຂອງການຢ້ຽມຢາມທາງລັດຖະກິດນີ້, ໄດ້ສ້າງເງື່ອນໄຂອັນດີ ແລະ ຂໍ້ສະດວກຫລາຍດ້ານ ໃຫ້ແກ່ ສປປ ລາວ ແລະ ສປປ ເກົາຫຼີ ໄດ້ມີການແລກປ່ຽນຄະນະຜູ້ແທນນໍາກັນເປັນປະຈໍາ ແລະ ໄປມາຫາສູ່ກັນຫຼາຍຂຶ້ນ ໂດຍສະເພາະນັບແຕ່ ປີ 2000 ເປັນຕົ້ນມາ.

 

 

        ການຈັດປາຖະກະຖາໃນຄັ້ງນີ້ ດໍາເນີນໄປຢ່າງມີບັນຍາກາດ ນອກຈາກຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍອັນມີຄວາມໝາຍ ຂອງ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫລີ ປະຈຳ ສປປ ລາວ ແລ້ວ, ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິນລະປະອັນເປັນເອກະລັກ ຈາກ ສະຖານທູດ ສປປ ເກົາຫລີ ອີກດ້ວຍ. ການຈັດປາຖະກະຖາໃນຄັ້ງນີ້ ມີຜູ້ໃຫ້ຄວາມສົນໃຈເຂົ້າຮ່ວມຮັບຟັງ ຈຳນວນ ຫລາຍກວ່າ 100 ທ່ານ ຈາກ ບັນດາກົມໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງທີ່ມີການພົວພັນຮ່ວມມືກັບ ສະຖານທູດ ສປປ ເກົາຫລີ ປະຈຳ ສປປ ລາວ. ການຈັດປາຖະກະຖາໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນ ໂດຍສະເພາະກັບນັກການທູດລຸ້ນໜຸ່ມນ້ອຍ ໄດ້ເຂົ້າໃຈແຈ້ງກ່ຽວກັບໝາກຜົນຂອງການພົບປະ ລະຫວ່າງ ການນຳຂອງສອງປະເທດ ໃນ 30 ປີ ກ່ອນໜ້ານີ້ ແລະ ໄດ້ຮັບຮູ້ເຖິງຄວາມໝາຍອັນເລິກເຊິ່ງຂອງການພົວພັນ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ທີ່ມີມູນເຊື້ອອັນດີງາມຮ່ວມກັນຕະຫຼອດມາ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480349
ມື້ນີ້7
ມື້ວານ172
ອາທິດນີ້747
ເດືອນນີ້6580