ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຂອງກະຊວງການຕ່າງປະເທດ

   

  

  

20240426 DFM BL 1 1

   

    

ໃນຕອນເຊົ້າວັນທີ 26 ເມສາ 2024 ທີ່ ກະຊວງການຕ່າງປະເທດ, ໄດ້ມີກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການປີ 2024​ ຂອງກະຊວງການຕ່າງປະເທດ ພ້ອມທັງເຜີຍແຜ່ເອກະສານທີ່ກ່ຽວ ຂ້ອງຈຳນວນໜຶ່ງ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ​ຄະນະປະຈໍາພັກ, ​ປະທານຄະນະກວດ ກາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີຄະນະພັກ-ຄະນະນໍາກະຊວງ, ບັນດາເລຂາໜ່ວຍພັກ, ບັນດາຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດ ເຂົ້າຮ່ວມທັງໝົດ 350 ທ່ານ.

  

ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການໃນຕໍ່ໜ້າ ຂອງກະຊວງການຕ່າງປະເທດ, ສະເໜີໂດຍ ທ່ານ ນາງ ວິລິບ ບົວສີສະຫວັດ, ຮອງຫົວໜ້າກົມກວດກາ, ເຊິ່ງເນື້ອໃນໂດຍລວມ ຍົກໃຫ້ເຫັນເຖິງການເຄື່ອນໄຫວວຽກງານກວດກາໃນໄລຍະ 01 ປີ ຜ່ານມາ ທັງດ້ານດີ,​ ດ້ານຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້. ນອກນັ້ນ, ຍັງສະເໜີແຜນວຽກງານຈຸດສຸມແຕ່ລະດ້ານສຳລັບ ປີີ 2024 ແລະ ບັນດາມາດຕະການໃນການຈັດຕັ້ງປະຕິບັດ.​ ​ເຊິ່ງຜ່ານການເຄື່ອນໄຫວວຽກງານຕິດຕາມ, ກວດກາ ໃນໄລຍະ 1 ປີ ຜ່ານມາ ເຫັນວ່າ ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ຕໍ່ວຽກງານຕິດຕາມ, ກວດກາ; ເອົາໃຈໃສ່ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ພ້ອມທັງໄດ້ຮັບການຮ່ວມມືເປັນຢ່າງດີຈາກບັນດາເປົ້າໝາຍຖືກກວດກາ ແລະ ພາກສ່ວນກ່ຽວຂ້ອງ ເຊິ່ງສາມາດຕີລາຄາໄດ້ວ່າ ສະພາບການພາຍໃນກະຊວງການຕ່າງປະເທດມີຄວາມສະຫງົບ, ການປະຕິບັດວຽກງານມີຄວາມໂປ່ງໃສ ແລະ ມີຄວາມສາມັກຄີເອກະພາບໃນການເຄື່ອນໄຫວວຽກງານຢ່າງຮອບດ້ານ, ສາມາດສະກັດກັ້ນປະກົດການຫຍໍ້ທໍ້ໄດ້ຢ່າງທັນການ ແລະ ໄດ້ຮັບຜົນດີ.     

 

 

 

20240426 DFM BL 3

 

   

ພ້ອມກັນນັ້ນ, ຍັງໄດ້ຮັບຟັງການເຜີຍແຜ່ເນື້ອໃນ 03 ເອກະສານສໍາຄັນຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2023 ຄື: 1. ຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 169/ຄລສພ, ລົງວັນທີ 15 ສິງຫາ 2022 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນຂອງການກວດກາ; 2. ຄຳແນະນຳຂອງຄະນະກວດກາສູນກາງພັກ, ສະບັບເລກທີ 379/ຄກສພ, ລົງວັນທີ 7 ພະຈິກ 2023 ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ; 3. ​ຄຳແນະນຳຂອງອົງການກວດກາແຫ່ງລັດ, ສະບັບເລກທີ 331/ອກຫລ, ລົງວັນທີ 3 ຕຸລາ 2023 ກ່ຽວກັບການຈັດຕັ້ງປະຕິບັດກົດ  ໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ), ເຊິ່ງເຜີຍແຜ່ໂດຍ ທ່ານ ນາງ ໄກມະນີ ອໍລະບູນ,​ ກໍາມະການຄະນະພັກກະຊວງ, ຮອງປະທານຄະນະກວດກາພັກກະຊວງ,​ ຫົວໜ້າກົມກວດກາ.

  

  

  

20240426 DFM BL 4

  

  

ໃນຕອນທ້າຍ, ທ່ານ ບຸນເຫຼືອ ພັນດານຸວົງ,​ ຄະນະປະຈໍາພັກ, ​ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳຕໍ່ກອງປະຊຸມໂດຍໄດ້ເນັ້ນໜັກບາງດ້ານທີ່ຕ້ອງເອົາໃຈໃສ່ຄື: 1).​ ຄະນະກວດກາພັກກະຊວງ ແລະ ບັນດາຜູ້ຮັບຜິດຊອບວຽກງານກວດກາ ແຕ່ລະຂັ້ນຂອງກະຊວງການຕ່າງປະເທດ ຕ້ອງໄດ້ຄົ້ນຄວ້າ ແລະ ກໍາແໜ້ນບັນດາພາລະບົດບາດ, ສິດ ແລະ ໜ້າທີ່ ລວມທັງບັນດານິຕິກຳທີ່ກ່ຽວຂ້ອງກັບວຽກງານກວດກາ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ. 2). ຫັນວຽກງານກວດກາໃຫ້ໄປຕາມກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ແລະ ທິດຊີ້ນຳຂອງຂັ້ນເທິງເທື່ອລະກ້າວ; 3). ຕ້ອງໄດ້ສືບຕໍ່ຖືເອົາວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງເປັນວຽກງານໜຶ່ງທີ່ສຳຄັນ ແລະ ຍົກລະດັບວຽກງານດັ່ງກ່າວຂຶ້ນເທື່ອລະຂັ້ນ; 4).​ ເພີ່ມທະວີການແກ້ໄຂຜົນການກວດກາໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນສູງຂຶ້ນກວ່າເກົ່າ ແລະ 5). ຖືເອົາວຽກງານກວດກາ ເປັນໜຶ່ງໃນພາລະບົດບາດ ແລະ ແບບແຜນການນໍາພາທີ່ສຳຄັນຂອງພັກທີ່ຂາດບໍ່ໄດ້ ທັງເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ-ຄະນະນໍາ ພ້ອມທັງຄົ້ນຄວ້າປັບປຸງກົນໄກການຕິດຕາມ-ກວດກາ ໃຫ້ຄົບຖ້ວນ, ມີຄວາມເຂົ້າໃຈເລິກເຊິ່ງຕໍ່ຄວາມສຳຄັນຂອງວຽກງານຕິດຕາມ-ກວດກາ.

     

    

  

20240426 DFM BL 2

  

  

ກອງປະຊຸມໄດ້ດຳເນີນໄປເປັນເວລາເຄິ່ງມື້ ແລະ ປິດລົງດ້ວຍຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

................................................................................

  

  

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487879
ມື້ນີ້125
ມື້ວານ194
ອາທິດນີ້241
ເດືອນນີ້1272