ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ “ ການແລກປ່ຽນບົດຮຽນ ກ່ຽວກັບ ການຍາດແຍ່ງຜົນປະໂຫຍດຈາກການນຳໃຊ້ລົດໄຟ ລາວ-ຈີນ ”

 

Lao chiana railway 2

Lao chiana railway 3

 

ໃນວັນທີ 02 ມິຖຸນາ 2022, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ “ ການແລກປ່ຽນບົດຮຽນ ກ່ຽວກັບ ການຍາດແຍ່ງຜົນປະໂຫຍດຈາກການນຳໃຊ້ລົດໄຟ ລາວ-ຈີນ ” ທີ່ ແຂວງອຸດົມໄຊ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຄໍາພຽງ ຢາຈົງວາ, ຮອງເລຂາພັກ ແຂວງອຸດົມໄຊ. ຊຶ່ງມີຜູ້ເຂົ້າຮ່ວມຈາກ ກະຊວງການຕ່າງປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຄະນະກຳມະການຮ່ວມມືລາວ-ຈີນ, ສະພາການຄ້າ ແຂວງຢູນນານ ປະຈໍາລາວ, ຜູ້ຕາງໜ້າຈາກນະຄອນຫຼວງວຽງຈັນ, ພາກສ່ວນທີ່ກ່ຽວຂ້ອງຂອງແຂວງຫຼວງພະບາງ, ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງວຽງຈັນ ທັງໝົດຈຳນວນ 50 ທ່ານ.  ການຈັດກອງປະຊຸມໃນຄັ້ງນີ້ ເພື່ອເປັນການຮັບຟັງການຕີລາຄາຜົນສຳເລັດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຈາກບັນດາຂະແໜງການກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖີ່ນ ນັບຕັ້ງແຕ່ມື້ເປີດໃຫ້ບໍລິການມາແຕ່ຕົ້ນເດືອນທັນວາ 2021 ຈົນເຖິງປັດຈຸບັນ. ພ້ອມດຽວກັນນັ້ນ, ກໍເພື່ອເປັນການປຶກສາຫາລື ແລະ ແລກປ່ຽນບົດຮຽນ, ຂໍ້ສະເໜີແນະດ້ານນະໂຍບາຍຕ່າງໆໃນການຍາດແຍ່ງຜົນປະໂຫຍດຈາກເສັ້ນທາງ ທາງລົດໄຟ ລາວ-ຈີນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນເສດຖະກິດ-ສັງຄົມຂອງ ບັນດາແຂວງທີ່ມີເສັ້ນທາງລົດໄຟຜ່ານ, ເປັນຕົ້ນແມ່ນ ໃນການສົ່ງເສີມການຜະລິດເປັນສິນຄ້າຂອງແຕ່ລະເຂດແຄ້ວນໃຫ້ນັບມື້ນັບຂະຫຍາຍຕົວ, ການພັດທະນາແຫລ່ງທ່ອງທ່ຽວ ແລະ ການພັດທະນາຂະ ແໜງການອື່ນໆທີ່ຕິດພັນ. ບັນດາຄໍາຄິດຄຳເຫັນ ແລະ ບົດຮຽນ ທີ່ນໍາມາແລກປ່ຽນໃນກອງປະຊຸມດັ່ງກ່າວ, ຈະກາຍເປັນຂໍ້ມູນ ແລະ ບ່ອນອີງທີ່ສໍາຄັນໃນການຄົ້ນຄວ້າວິໃຈ ຂອງໂຄງການຄົ້ນຄວ້າຮ່ວມລາວ-ຈີນໃນຕໍ່ໜ້າ, ເຊິ່ງໂຄງການດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນຢູ່ສະຖາບັນການຕ່າງປະເທດໃນປີ 2015.

 

ອ່ານເພີ່ມເຕີມ... 

ລາວ-ອານເຊຣີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

            

20220530 AGR Visit Laos 1

20220530 AGR Visit Laos 2

   

ໃນລະຫວ່າງວັນທີ 29-31 ພຶດສະພາ 2022, ທ່ານ ກາອິດ ຈາກິບ ຣາຊິດ (KAID Chakib Rachid), ເລຂາທິການໃຫຍ່ ກະຊວງການຕ່າງປະເທດ ແລະ ສະມາຄົມແຫ່ງຊາດຄົນອານເຊຣີ ຢູ່ຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ.

ອ່ານເພີ່ມເຕີມ... 

ພິທີປິດຊຸດຝຶກອົບຮົມ “ Minute Taking and Report Writing ’’ ໃຫ້ແກ່ ພະນັກງານກະຊວງການຕ່າງປະເທດ ແລະ ບັນດາກະຊວງອ້ອມຂ້າງສູນກາງ

 

27 5 2022 Minute Taking 22

27 5 2022 Minute Taking 83

27 5 2022 Minute Taking 52

 

ໃນຕອນບ່າຍ, ວັນທີ 27 ພຶດສະພາ 2022, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປີດຊຸດຝຶກອົບຮົມ“ Minute Taking and Report Writing ’’ ໃຫ້ແກ່ ພະນັກງານກະຊວງການຕ່າງປະເທດ ແລະ ບັນດາກະຊວງອ້ອມຂ້າງສູນກາງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ Dan  Heldon,  ຮອງຫົວໜ້າສໍານັກງານ, ສະຖານທູດອົດສະຕຣາລີ ປະຈໍາ ສ ປປ ລາວ. ນອກນັ້ນ, ຍັງມີບັນດາຫົວໜ້າກົມ, ຄະນະກົມ, ຄະນະສະຖາບັນ, ຜູ້ຕາງໜ້າຈາກສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ, ຕາງໜ້າຈາກສະຖາບັນລາວ-ອົດສະຕຣາລີ,  ຄະນະຮັບຜິດຊອບຊຸດຝຶກອົບຮົມ, ນັກວິທະຍາກອນ ແລະ ນັກສໍາມະນາກອນຂອງຊຸດຝຶກອົບຮົມ ເຂົ້າຮ່ວມທັງໝົດ ປະມານ 50 ທ່ານ. ຊຸດຝຶກອົບຮົມດັ່ງກ່າວ ແມ່ນໄດ້ດຳເນີນມາແຕ່ວັນທີ 16 ພຶດສະພາ 2022 ເປັນຕົ້ນມາ, ເຊີ່ງມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 25 ທ່ານ, ຍິງ 15 ທ່ານ ທີ່ມາຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງຂະແໜງການຕ່າງໆອ້ອມຂ້າງສູນກາງ. ຈຸດປະສົງ ຂອງຊຸດຝຶກອົບຮົມຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມຮູ້, ທັກສະ ແລະ ເຕັກນິກວິທີການບັນທຶກກອງປະຊຸມ ແລະ ການເຮັດ​ບົດ​ລາຍ​ງານກອງປະຊຸມສາກົນ ເປັນພາສາອັງກິດ, ເຊິ່ງ​ເປັນ​ຫົວຂໍ້​ທີ່ສຳ​ຄັນ ແລະ ຈຳເປັນສຳ​ລັບ​ພະນັກງານນັກການທູດໜຸ່ມນ້ອຍ ເພື່ອກໍາໄດ້ຫຼັກການ, ຮູບແບບ ແລະ ໂຄງຮ່າງໃນການຂຽນບົດລາຍງານກອງປະຊຸມສາກົນ ໃຫ້ມີຄວາມກະທັດຫັດ, ເຂົ້າໃຈງ່າຍ ແລະ ມີເນື້ອໃນຄົບຖ້ວນສົມບູນ. ການຈັດຝຶກອົບຮົມນີ້ແມ່ນ 01 ໃນ 06 ແຜນງານໃນການພັດທະນາຊັບພະຍາກອນມະນຸດຂອງກະຊວງການຕ່າງປະເທດ ໂດຍໄດ້ຮັບການຮ່ວມມື ສະໜັບສະໜູນຈາກສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສະຖາບັນລາວ-ອົດສະຕຣາລີ (Laos-Australia Institute) ເພື່ອປະກອບ ສ່ວນໃນການພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ ກໍຄືເປັນກິດຈະກຳໃນການສະເຫຼີມ ສະຫຼອງ 70 ປີການພົວພັນການທູດລາວ-ອົດສະຕຣາລີ.

 

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488033
ມື້ນີ້143
ມື້ວານ136
ອາທິດນີ້395
ເດືອນນີ້1426