ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 78 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP)

 

thongpharnTH25 1 1

thongpharnTH25 1 3

thongpharnTH25 1 2

 

        ໃນລະຫວ່າງວັນທີ 23-27 ພຶດສະພາ 2022, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 78 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ຂອງອົງການສະຫະປະຊາຊາດ (ສປຊ) ປະຈໍາພາກພື້ນອາຊີ-ປາຊີຟິກ (UN-ESCAP) ທີ່ບາງກອກ,​ ລາດຊະອານາຈັກໄທ ພາຍໃຕ້ຫົວຂໍ້ “ວາລະຮ່ວມເພື່ອເລັ່ງລັດສູ່ການພັດທະນາແບບຍືນຍົງຢູ່ພາກພື້ນອາຊີ ແລະ ປາຊີຟິກ (A common agenda to advance sustainable development in Asia and the Pacific)”.

 

ອ່ານເພີ່ມເຕີມ... 

ກອງປະຊຸມທາບທາມຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານເເດນ (ຂັ້ນສູນກາງ)

bounleuaPP2

bounleuappp

      ໃນວັນທີ 25 ພຶດສະພາ 2022 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມເປີດກວ້າງສໍາລັບບັນດາກະຊວງ ແລະ ອົງການຕ່າງໆຂັ້ນສູນກາງເພື່ອທາບທາມຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຈຸດປະສົງຕົ້ນຕໍຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປີດໂອກາດໃຫ້ບັນດາກະຊວງ ແລະ ອົງການຂັ້ນສູນກາງໄດ້ປະກອບຄໍາຄິດຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍນີ້ມີຄວາມຄົບຖ້ວນ, ຮັດກຸມ, ຮອບດ້ານ, ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດ, ຊຶ່ງການປຶກສາຫາລືຄັ້ງນີ້ ແມ່ນການດໍາເນີນຂັ້ນຕອນການທາບທາມຄັ້ງທໍາອິດຕໍ່ຮ່າງນິຕິກໍາດັ່ງກ່າວ ແລະ ຈະໄດ້ສືບຕໍ່ນໍາເອົາຮ່າງກົດໝາຍສະບັບນີ້ໄປທາບທາມຄຳເຫັນກັບບັນດາຂະແໜງການທີ່ກ່ຽວຂ້ອງຢູ່ຂັ້ນທ້ອງຖິ່ນ ຕາມຂັ້ນຕອນຂອງການສ້າງຮ່າງກົດໝາຍ ເພື່ອໃຫ້ສຳເລັດພາຍໃນເດືອນມິຖຸນາ 2022 ນີ້. ຫຼັງຈາກນັ້ນ, ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ກໍຈະໄປຄົ້ນຄວ້າ, ປັບປຸງ ແລະ ຮຽບຮຽງຮ່າງກົດໝາຍໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນກວ່າເກົ່າ. ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ມີແຜນຈະນຳສະເໜີເຂົ້າພິຈາລະນາຢູ່ກອງປະຊຸມລັດຖະບານ ປະຈຳເດືອນສິງຫາ 2022 ແລະ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ເພື່ອພິຈາລະນາ ໃນທ້າຍປີ 2022 ນີ້.

 

ອ່ານເພີ່ມເຕີມ... 

ກອງປະຊຸມວິຊາການຂອງ ຄະນະກໍາມະການຊີ້ນໍາຮ່ວມໃນການຈັດຕັ້ງປະຕິບັັດ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ຄັ້ງທີ 1

 

Lao UN 20 5 22 1

Lao UN 20 5 22 3

Lao UN 20 5 22 2

Lao UN 20 5 22 4

 

          ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2022 ທີ່ ນະຄອນຫຼວງວຽງຈັນ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ໄດ້ຈັດ ກອງປະຊຸມວິຊາການຂອງ ຄະນະກໍາມະການຊີ້ນໍາຮ່ວມການຈັດຕັ້ງປະຕິບັັດຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ຄັ້ງທີ 1 (The First Technical Meeting of the Joint Steering Committee of the Lao PDR – UN Sustainable Development Cooperation Framework 2022-2026) ຫຼື ເອີ້ນວ່າ UNSDCF”, ພາຍໃຕ້ການເປັນປະທານໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່ວມກັບ ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 40 ທ່ານ.

 

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488012
ມື້ນີ້122
ມື້ວານ136
ອາທິດນີ້374
ເດືອນນີ້1405