ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງລັດຖະມົນຕີຕ່າງປະເທດ ສະຫະລັດ ອາເມຣິກາ

 

HS kikeo 1

DSC 4465

DSC 4500

DSC 4496

DSC 4508

 

       ໃນວັນ​ທີ 10 ມິຖຸນາ 2022, ທ່ານ ດຣ. ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນ. ເວັນດີ ເຊີມານ, ຮອງລັດຖະມົນຕີຕ່າງປະເທດ ສະຫະລັດ ອາເມຣິກາ ພ້ອມດ້ວຍຄະນະ ທີ່ສໍານັກງານນາຍົກລັດຖະມົນຕີ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກທາງການ ຢູ່ ສປປ ລາວ.  

 

        ໃນໂອກາດນີ້, ທ່ານ ດຣ. ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ນາງ ເວັນດີ ເຊີມານ ພ້ອມດ້ວຍຄະນະ  ເຖິງວ່າຈະເປັນໄລຍະສັ້ນໆ ແຕ່ກໍມີຄວາມສໍາຄັນໃນການຮັດແໜ້ນ ແລະ ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ ທີ່ມີມາໄດ້ 60 ກວ່າປີນັ້ນ ໃຫ້ນັບມື້ນັບຂະຫຍາຍຕົວເພີ່ມຂຶ້ນ. ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດ ແລະ ຄວາມຄືບໜ້າຂອງການຮ່ວມມື ລະຫວ່າງສອງປະເທດ ຕະຫຼອດໄລຍະທີ່ຜ່ານມາ ບົນພື້ນຖານການເປັນຄູ່ຮ່ວມແບບກວມລວມ ລາວ-ອາເມຣິກາ ໃນຂະແໜງການຕ່າງໆ ເຊັ່ນ ເສດຖະກິດ, ການຄ້າ, ສາທາລະນະສຸກ, ການສຶກສາ, ການຮ່ວມມືດ້ານມະນຸດສະທໍາໃນວຽກງານຂຸດຄົ້ນ ແລະ ຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ອື່ນໆ. ອັນເດັ່ນແມ່ນການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງ ລັດຖະບານ ແລະ ປະຊາຊົນ ສະຫະລັດ ອາເມຣິກາ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອດ້ານທຶນຮອນ, ອຸປະກອນການແພດ ແລະ ຢາວັກຊິນຕ້ານໂຄວິດ-19 ແກ່ ສປປ ລາວ. ທ່ານ ຮອງນາຍົກລັດຖະມົນຕີ ຖືໂອກາດນີ້, ຕາງໜ້າໃຫ້ລັດຖະບານ ກໍ່ຄືປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານ ແລະ ປະຊາຊົນອາເມຣິກາ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ສະແດງຄວາມຫວັງວ່າ ລັດຖະບານ ກໍຄືປະຊາຊົນ ສະຫະລັດ ອາເມລິກາ ຈະສຶບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນອານາຄົດ. ພ້ອມດຽວກັນນັ້ນ, ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຢູ່ ສປປລາວ ໃນປະຈຸບັນ, ຈຸດສຸມຂອງລັດຖະບານ ແຕ່ນີ້ເຖີງ 2025, ວິໃສທັດ 2030  ແລະ ວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍູ້ງຍາກທາງດ້ານເສດຖະກິດ ແລະ ສັງຄົມ.

  

       ທ່ານ ນາງ ເວັນດີ ເຊີມານ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ດຣ. ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ແມ່ນແນໃສ່ເສີມສ້າງການພົວພັນຮ່ວມມືສອງຝ່າຍໃຫ້ແຫນ້ນແຟ້ນ. ທ່ານ ຮອງລັດຖະມົນຕີ ເວັນດີ ເຊີມານໄດ້ຕີລາຄາສູງການຮ່ວມມືສອງຝ່າຍ ໃນໄລຍະທີ່ຜ່ານມາ ແລະ ຢືນຢັນຈະສືບຕໍ່ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆ ເພື່ອເປັນການປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນອະນາຄົດ. ທ່ານ ນາງ ເວັນດີ ເຊີມານ ຍັງໄດ້ແຈ້ງວ່າ ລັດຖະບານ ອາເມຣິກາ ຈະເພີ່ມການຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກໃນປີ 2022 ລວມທັງແຜນການຈະສະໜອງ ວັກຊິນ ປ້ອງກັນ ໂຄວິດ-19 ສໍາລັບເດັກນ້ອຍ ຈໍານວນ 200,000 ຫຼອດ ໃນປີນີ້. 

 

      ໃນວັນດຽວກັນນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ ຍັງໄດ້ພົບປະເຮັດວຽກຮ່ວມກັບ ທ່ານ ນ. ເວັນດີ ເຊີມານ, ຮອງລັດຖະມົນຕີຕ່າງປະເທດ ສະຫະລັດ ອາເມຣິກາ ທີ່ກະຊວງການຕ່າງປະເທດ. ສອງຝ່າຍໄດ້ມີການປຶກສາຫາລືຫຼາຍບັນຫາທີ່ສໍາຄັນກ່ຽວກັບການພົວພັນຮ່ວມມື ລາວ-ອາເມຣິກາ ແນໃສ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ ແລະ ແລກປ່ຽນຄໍາເຫັນກ່ຽວກັບບັນຫາພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480269
ມື້ນີ້99
ມື້ວານ157
ອາທິດນີ້667
ເດືອນນີ້6500