ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ອານເຊຣີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

            

20220530 AGR Visit Laos 1

20220530 AGR Visit Laos 2

   

ໃນລະຫວ່າງວັນທີ 29-31 ພຶດສະພາ 2022, ທ່ານ ກາອິດ ຈາກິບ ຣາຊິດ (KAID Chakib Rachid), ເລຂາທິການໃຫຍ່ ກະຊວງການຕ່າງປະເທດ ແລະ ສະມາຄົມແຫ່ງຊາດຄົນອານເຊຣີ ຢູ່ຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ.

             

ໃນໂອກາດການຢ້ຽມຢາມຄັ້ງນີ້, ໃນວັນທີ 30 ພຶດສະພາ 2022, ສອງຝ່າຍ ໄດ້ຈັດກອງປະຊຸມພົບປະ ເພື່ອປຶກສາຫາລືທາງດ້ານການເມືອງ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແລະ ສະມາຄົມແຫ່ງຊາດຄົນອານເຊຣີ ຢູ່ຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ, ໂດຍການເປັນປະທານຮ່ວມກັນ ລະຫວ່າງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ກາອິດ ຈາກິບ ຣາຊິດ, ເລຂາທິການໃຫຍ່ ກະຊວງການຕ່າງປະເທດ ແລະ ສະມາຄົມແຫ່ງຊາດຄົນອານເຊຣີ ຢູ່ຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ. ໃນການພົບປະດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ພາຍຫລັງທີ່ສອງປະເທດ ໄດ້ມີການສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 15 ພຶດສະພາ 1973 (ຄົບຮອບ 49 ປີ) ຈົນເຖິງປະຈຸບັນ. ພ້ອມນີ້, ຍັງໄດ້ມີການທົບທວນຄືນ ກ່ຽວກັບການຮ່ວມມືສອງຝ່າຍທີ່ຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າຂອງສອງປະເທດ ເປັນຕົ້ນແມ່ນການຊຸກຍູ້ການພົວພັນຮ່ວມມືທາງດ້ານການຄ້າ, ການລົງທຶນ, ດ້ານກະສິກຳ ແລະ ການຮ່ວມມື ຂອງ ສະພາການຄ້າ ແລະ ອຸດສາຫະກຳ ຂອງ ສອງປະເທດ ລວມເຖິງສືບຕໍ່ປຶກສາຫາລືໃຫ້ສໍາເລັດໂດຍໄວ ສັນຍາຍົກເວັ້ນວິຊາສໍາລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ຂອງທັງສອງຝ່າຍ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນຂອງແຕ່ລະປະເທດ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

          

ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຜູ້ແທນອານເຊຣີ ໄດ້ເຂົ້າທ່ຽວຊົມສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດທີ່ສໍາຄັນ ຂອງ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ ເປັນຕົ້ນ: ພະທາດຫຼວງວຽງຈັນ, ພິພິທະພັນວັດສີສະເກດ, ແລະ ພິພິທະພັນຫໍພະແກ້ວ.

            

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485747
ມື້ນີ້46
ມື້ວານ206
ອາທິດນີ້783
ເດືອນນີ້5052