ວັນທີ 9 ມິຖຸນາ 2022, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ (ASEAN Regional Forum Senior Officials’ Meeting ຫຼື ARF SOM) ຈັດຂຶ້ນໃນຮູບແບບທາງໄກ, ພາຍໃຕ້ການເປັນປະທານຂອງ ກໍາປູເຈຍ ໃນຖານະປະທານອາຊຽນ ປີ 2022 ແລະ ປະທານເວທີພາກພື້ນອາຊຽນ ໂດຍມີບັນດາເຈົ້າໜ້າທີ່ອາວຸໂສ ຈາກ ປະເທດເຂົ້າຮ່ວມເວທີພາກພື້ນອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຊາບຜົນການຈັດຕັ້ງປະຕິບັດບັນດາກິດຈະກໍາຮ່ວມມືເວທີພາກພື້ນອາຊຽນ ສຳລັບໄລຍະສົກປີ 2021-2022 ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານຮ່າໂນ້ຍ ສະບັບທີ 2 (2020-2025) ທີ່ຮັບຮອງໃນປີ 2020 ເຊິ່ງເຫັນວ່າ ມີຄວາມຄືບໜ້າໃນລະດັບດີ ເຖິງວ່າຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ໄດ້ປຶກສາຫາບັນດາກິດຈະກໍາ ສໍາລັບສົກປີ 2022-2023.
ກອງປະຊຸມ ໄດ້ປຶກສາຫາລືການກະກຽມດ້ານຕ່າງໆໃຫ້ແກ່ກອງປະຊຸມລັດຖະມົນຕີເວທີພາກພື້ນອາ ຊຽນ ຄັ້ງທີ 29, ຊຶ່ງຈະຈັດຂຶ້ນໃນຕົ້ນເດືອນ ສິງຫາ 2022 ທີ່ພະນົມເປັນ, ກໍາປູເຈຍ.
ໃນໂອກາດນີ້, ບັນດາເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ ຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ພາຍໃຕ້ຂອບການຮ່ວມມືເວທີພາກພື້ນອາຊຽນ, ສປປ ລາວ, ການາດາ ແລະ ສປ ຈີນ ໄດ້ສໍາເລັດການເປັນປະທານຮ່ວມກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ກ່ຽວກັບການບັນທຸກໄພພິບັດ ສໍາລັບໄລຍະ 2019-2022. ໃນໂອກາດນີ້, ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນຈາກບັນດາປະເທດເຂົ້າຮ່ວມຕະຫຼອດໄລຍະການເປັນປະທານຮ່ວມກອງປະຊຸມດັ່ງກ່າວ.
--------------------------------